ເສັ້ນທາງລົດໄຟລາວ-ຈີນ ມີຄວາມຕ້ອງການ ຂົນສົ່ງໝາກໄມ້-ຜັກຂ້າມຊາດ ເພີ່ມຂຶ້ນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ຕົວເລກສະຖິຕິຫລ້າສຸດ ສະແດງໃຫ້ເຫັນວ່າ: ນັບມາຮອດ ທ້າຍເດືອນທັນວາ ປີກາຍນີ້, ຍອດປະລິມານ ການຂົນສົ່ງໝາກໄມ້ ແລະ ຜັກເຂົ້າ-ອອກເມືອງ ຜ່ານເສັ້ນທາງ ລົດໄຟລາວ-ຈີນໃນປີ 2025 ມີເຖິງ 380.000 ໂຕນ, ເພີ່ມຂຶ້ນ 45,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024. ໃນໄລຍະດຽວກັນ, ໝາກໄມ້ ແລະ ຜັກທີ່ຂົນສົ່ງຈາກ ສປ ຈີນໄປ ສປປ ລາວ ຜ່ານເສັ້ນທາງລົດໄຟລາວ-ຈີນ ມີເຖິງ 174.000 ໂຕນ, ເພີ່ມຂຶ້ນ 61% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024, ສ່ວນໝາກໄມ້ ແລະ ຜັກທີ່ຂົນສົ່ງ ຈາກສປປ ລາວໄປ ສປ ຈີນ ມີເຖິງ 206.000 ໂຕນ ເຊິ່ງສະແດງໃຫ້ເຫັນເຖິງ ການເພີ່ມຂຶ້ນ ຢ່າງຫລວງຫລາຍ ໃນການແລກປ່ຽນດ້ານການຄ້າ. ນັບມາຮອດ ເດືອນທັນວາປີ 2025, ຈຳນວນ ຂະບວນລົດໄຟ ຂົນສົ່ງສິນຄ້າ ຂ້າມຊາດ ຜ່ານເສັ້ນທາງລົດໄຟລາວ-ຈີນ ເພີ່ມຂຶ້ນຈາກ 2 ຂະບວນຕໍ່ວັນ ໃນໄລຍະ ເລີ່ມຕົ້ນ ເປັນຫລາຍສຸດ 23 ຂະບວນ. ຂອບເຂດ ການຂົນສົ່ງສິນຄ້າ ໄດ້ປົກຄຸມ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ໃນທົ່ວປະເທດຈີນ, ລວມເຖິງ 19 ປະເທດ ແລະ ເຂດແຄ້ວນ ເຊິ່ງລວມທັງ ສປປ ລາວ ແລະ ໄທ, ສິນຄ້າທີ່ຂົນສົ່ງຂ້າມຊາດນັ້ນ ມີຫລາຍກວ່າ 3.800 ຊະນິດ. ປັດຈຸບັນ, ສະຖານີຂົນສົ່ງສິນຄ້າ ພາຍໃນປະເທດລາວ ໄດ້ພັດທະນາ ເປັນສູນກາງ ຂອງອາຊີ ຕາເວັນອອກ ສຽງໃຕ້ ໃນການຂົນສົ່ງໝາກໄມ້ ແລະ ຜະລິດຕະພັນສົດໄປສູ່ ສປ ຈີນ ເຊິ່ງເປັນການຊຸກຍູ້ ຄວາມຕ້ອງການ ດ້ານການຂົນສົ່ງສິນຄ້າ ແຊ່ເຢັນ ຂ້າມຊາດ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
