ມາເລເຊຍ ມ້າງແກ້ງຄ້າຢາ-ຢຶດຢາເສບຕິດຫລາຍກວ່າ 18 ໂຕນໃຫຍ່ສຸດຂອງປະເທດ

23/12/2025 13:06
Email Print 83
KPL - Asean 2024 ເຈົ້າໜ້າທີ່ຕຳຫລວດ ແຫ່ງຊາດມາເລເຊຍ ເປີດປະຕິບັດການບຸກຄົ້ນສະຖານ ທີ່ຕ້ອງສົງໄສຫລາຍ ແຫ່ງໃນ ນະຄອນຫລວງ ກົວລາລຳເປີ, ໂດຍກວດຢຶດຢາເສບຕິດໄດ້ຫລາຍທີ່ສຸດຄັ້ງໜຶ່ງຂອງປະເທດ, ພ້ອມທັງຈັບ ກຸມຜູ້ຕ້ອງສົງໄສທັງໝົດ ລວມມີຊາວມາເລເຊຍ ແລະ ຊາວຕ່າງປະເທດ.

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ຕຳຫລວດ ແຫ່ງຊາດມາເລເຊຍ ເປີດປະຕິບັດການ ບຸກຄົ້ນສະຖານທີ່ ຕ້ອງສົງໄສຫລາຍແຫ່ງ ໃນນະຄອນຫລວງ ກົວລາລຳເປີ, ໂດຍກວດຢຶດຢາເສບຕິດ ໄດ້ຫລາຍທີ່ສຸດຄັ້ງໜຶ່ງ ຂອງປະເທດ, ພ້ອມທັງຈັບກຸມ ຜູ້ຕ້ອງສົງໄສທັງໝົດ ລວມມີຊາວ ມາເລເຊຍ ແລະ ຊາວຕ່າງປະເ ທດ.

ໂດຍສຳນັກງານ ສືບສວນສອບສວນຄະດີ ຢາເສບຕິດຂອງສຳນັກງານ ຕຳຫລວດແຫ່ງຊາດ ມາເລເຊຍ ອອກຖະແຫລງການວ່າ: ການປະຕິບັດການລໍ້ຊື້ ແລະ ເຂົ້າຈັບກຸມ 4 ຈຸດໃນພື້ນທີ່ອອ້ມຮອບ ນະຄອນຫລວງ ກົວລາລຳເປີ, ສາມາດຢຶດໄດ້ໂຄເຄນ ຫລາຍກວ່າ 4 ໂຕນ, ເຄຕາມິນ 14 ໂຕນ, ລວມເຖິງຢາເສບຕິດສັງເຄາະຊະນິດ ເອັມດີເອັມເອ ແລະ ອຸປະ ກອນສຳລັບຜະລິດ ຢາເສບຕິດຈຳນວນຫລວງຫລາຍ.

ຂະນະດຽວກັນ ເຈົ້າໜ້າທີ່ສາມາດ ຈັບກຸມຜູ້ຕ້ອງສົງໄສໄດ້ 6 ຄົນ ປະກອບດ້ວຍ ຊາວມາເລເຊຍ 3 ຄົນແລະ ຍິງຊາວຕ່າງປະເທດ 3 ຄົນ , ພ້ອມກັນນີ້ຍັງສາມາດ ຢຶດລົດໃຫຍ່, ລົດຍົກ ແລະ ລົດບັນທຸກອີກ ຫລາຍຄັນ.

ປະຕິບັດການ ກວດຢຶດໃນຄັ້ງນີ້ ຖືເປັນໜຶ່ງໃນການຈັບກຸມ ຢາເສບຕິດຄັ້ງໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາໃນ ມາເລເຊຍ, ເນື່ອງຈາກຢາເສບຕິດດັ່ງກ່າວ ມີມູນຄ່າປະມານ 1.530 ລ້ານ ຣິງກິດ ແລະ ສາມາດກະຈາຍ ໄປເຖິງຜູ້ເສບໄດ້ເຖິງ 68,5 ລ້ານຄົນ.

KPL