ສ.ອາເມລິກາ ຂະຫຍາຍໄລຍະເວລາການນໍາເຂົ້າແກັສທຳມະຊາດແຫລວໃຫ້ ຍີ່ປຸ່ນ

22/12/2025 13:41
Email Print 83
KPL - Asean 2024 ຈະຂະຫຍາຍໄລຍະເວລາໃຫ້ບໍລິສັດຕ່າງໆ ສາມາດເຮັດທຸລະກຳທີ່ກ່ຽວຂ້ອງກັບໂຄງການ ພັດທະນາແຫລ່ງນໍ້າມັນ ແລະ ແກັສທຳມະຊາດ ຊາຄາລິນ-2 (Sakhalin-2 ) ໃນພາກພື້ນຕາເວັນອອກໄກ ຂອງຣັດເຊຍ ໄປຈົນເຖິງວັນທີ 16 ມິຖຸນາ 2026.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງການເງິນ ສ.ອາເມລິກາ ປະກາດເມື່ອບໍ່ດົນມານີ້ວ່າ: ຈະຂະຫຍາຍໄລຍະເວລາ ໃຫ້ບໍລິສັດຕ່າງໆ ສາມາດເຮັດທຸລະກຳ ທີ່ກ່ຽວຂ້ອງກັບ ໂຄງການ ພັດທະນາແຫລ່ງນໍ້າມັນ ແລະ ແກັສທຳມະຊາດ ຊາຄາລິນ-2(Sakhalin-2 ) ໃນພາກພື້ນຕາເວັນອອກໄກ ຂອງຣັດເຊຍ ໄປຈົນເຖິງວັນທີ 16 ມິຖຸນາ 2026.

ການຂະຫຍາຍ ເວລາອອກໄປອີກ 6 ເດືອນ ສົ່ງຜົນໃຫ້ ຍີ່ປຸ່ນ ຍັງຄົງສາມາດນຳເຂົ້າ ແກັສທຳມະຊາດແຫລວ (LNG) ຈາກໂຄງການ ຊາຄາລິນ-2 ຕໍ່ໄປໄດ້, ໂດຍໂຄງການນີ້ ໄດ້ຮັບການຍົກ ເວັ້ນ ຈາກມາດຕະການຂວໍ້າບາດ ຣັດເຊຍ, ຊຶ່ງມີການບັງຄັບໃຊ້ ນັບຕັ້ງແຕ່ຣັດເຊຍ ປະຕິບັດການທາງທະຫານ ໃນອູແກຣນ ຢ່າງເຕັມຮູບແບບ.

ການຕັດສິນໃຈດັ່ງກ່າວ ມີຂຶ້ນທ່າມກາງເມື່ອ 2 ເດືອນກ່ອນ ທ່ານ ສະກອດ ເບສເຊນ ລັດຖະມົນຕີກະຊວງການເງິນ ສ.ອາເມລິກາ ໄດ້ຮຽກຮ້ອງໃຫ້ ຍີ່ປຸ່ນ ດຳເນີນການ ເພີ່ມເຕີມ ເພື່ອຢຸດຕິ ການນໍາເຂົ້າແກັສທຳມະຊາດ ຈາກຣັດເຊຍ ເພື່ອເປັນການ ຕັດແຫລ່ງເງິນທຶນຂອງ ຣັດເຊຍ ໃນການເຮັດສົງຄົມ ອູແກຣນ.

KPL