ສປ ຈີນ ເລີ່ມປະຕິບັດດ່ານພາສີອິດສະຫລະ ທົ່ວເກາະໄຫຫລຳ ຢ່າງເປັນທາງການ

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ນັບແຕ່ວັນທີ 18 ທັນວາ 2025 ນີ້ເປັນຕົ້ນໄປ, ສປ ຈີນ ເລີ່ມປະຕິບັດ ດ່ານພາສີ ອິດສະຫລະ ທົ່ວເກາະ ໄຫຫລຳ ຢ່າງເປັນທາງການ. ນັບມາຮອດ ປັດຈຸບັນ, ນະໂຍບາຍ ແລະ ເອກະສານຕ່າງໆ ກ່ຽວກັບ ດ່ານພາສີອິດສະຫລະ ໄດ້ຮັບການຈັດຕັ້ງປະຕິບັດ ພ້ອມກັນ ເຊັ່ນ: ບັນຊີລາຍຊື່ ສິນຄ້າເກັບພາສີນຳເຂົ້າ, ນະໂຍບາຍພາສີ ດ້ານການຈໍລະຈອນສິນຄ້າ, ບັນຊີລາຍຊື່ສິນຄ້າ ແລະ ວັດຖຸສິ່ງຂອງທີ່ຕ້ອງຫ້າມ ຫລື ຈຳກັດດ້ານຂາເຂົ້າ-ຂາອອກ, ນະໂຍບາຍ ຍົກເວັ້ນພາສີ ຕໍ່ຜະລິດຕະພັນ ປຸງແຕ່ງທີ່ມີມູນຄ່າເພີ່ມ, ລະບຽບການ ຕິດຕາມຄຸ້ມຄອງ ອົງການພາສີ ແລະ ອື່ນໆ. ຫລັງຈາກ ປະຕິບັດດ່ານພາສີ ອິດສະຫລະ ທົ່ວເກາະໄຫຫລຳແລ້ວ, ແຂວງໄຫຫລຳ ຍັງຈະເປີດກວ້າງ ຂົງເຂດການເປີດປະຕູ ຢ່າງບໍ່ຢຸດຢັ້ງ, ສືບຕໍ່ປັບປຸງ ລະບົບນະໂຍບາຍ ແລະ ລະບຽບການ ໃຫ້ສົມບູນຂຶ້ນ ຢ່າງຕໍ່ເນື່ອງ, ພະຍາຍາມ ສ້າງເປັນດ່ານ ສຳຄັນ ທີ່ນຳພາ ການເປີດປະຕູ ສູ່ພາຍນອກຂອງ ສປ ຈີນ ໃນຍຸກໃໝ່./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
