ສາຍການບິນຫວຽດເຈັດມອບປີ້ຍົນຫລາຍລ້ານໃບທີ່ມີສ່ວນຫລຸດເຖິງ 100%

18/12/2025 16:23
Email Print 83
KPL - Asean 2024 ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກເດີນທາງຈາກປະເທດລາວ ເດີນທາງໄປຫວຽດນາມ ແລະ ປະເທດອື່ນໆ ໂດຍການມອບປີ້ຍົນຫລາຍລ້ານໃບທີ່ມີສ່ວນຫລຸດສູງສຸດເຖິງ 100% ໃນເວລາຈຳກັດພຽງແຕ່ສາມມື້.

ຂປລ. ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກເດີນທາງຈາກປະເທດລາວ ເດີນທາງໄປຫວຽດນາມ ແລະ ປະເທດອື່ນໆ ໂດຍການມອບປີ້ຍົນຫລາຍລ້ານໃບທີ່ມີສ່ວນຫລຸດສູງສຸດເຖິງ 100% ໃນເວລາຈຳກັດພຽງແຕ່ສາມມື້. ຈອງຕອນນີ້ເພື່ອຮັບລາຄາສຸດພິເສດໃນທົ່ວເຄືອຂ່າຍເສັ້ນທາງບິນທັງພາຍໃນ ແລະ ຕ່າງປະເທດຂອງ Vietjet ທີ່ກຳລັງຂະຫຍາຍຕົວ, ເຮັດໃຫ້ແຜນການເດີນທາງໃນປີ 2026 ມີຄວາມຄຸ້ມຄ່າທີ່ສຸດ. ດ້ວຍຖ້ຽວບິນກົງຂອງສາຍການບິນລະຫວ່າງວຽງຈັນ ແລະ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ສ່ວນຫລຸດນີ້ເປັນໂອກາດທີ່ບໍ່ຄວນພາດໃນການວາງແຜນການຜະຈົນໄພຂອງທ່ານໃນຫວຽດນາມ ແລະ ບ່ອນອື່ນໆໄດ້ຕະຫລອດປີໜ້າ.

ສ່ວນຫລຸດພິເສດນີ້ ເລີ່ມຕັ້ງແຕ່ເວລາ 00:00 ຂອງວັນທີ 17 ທັນວາ ຫາ 23:00 ຂອງວັນທີ 19 ທັນວາ 2025, ຜູ້ໂດຍສານທີ່ຈອງປີ້ຊັ້ນ Eco ຜ່ານທາງເວັບໄຊທ໌ www.vietjetair.com ຫລື ແອັບມືຖື Vietjet Air ສາມາດນຳໃຊ້ລະຫັດໂປຣໂມຊັນ BIGTHANKS ເພື່ອຮັບສ່ວນຫລຸດສູງສຸດເຖິງ 100% ຂອງລາຄາພື້ນຖານ (ບໍ່ລວມພາສີ ແລະ ຄ່າທໍານຽມ). ໂປຣໂມຊັນນີ້ໃຊ້ໄດ້ກັບທຸກເສັ້ນທາງບິນຂອງ Vietjet, ໂດຍສາມາດເລືອກເດີນທາງໄດ້ຕັ້ງແຕ່ວັນທີ 5 ມັງກອນ ຫາ 31 ທັນວາ 2026 (ໄລຍະເວລາເດີນທາງອາດແຕກຕ່າງກັນໄປຕາມແຕ່ລະເສັ້ນທາງ ແລະ ມີມື້ຍົກເວັ້ນການເດີນທາງ). ນອກຈາກນັ້ນ, ຜູ້ໂດຍສານຊັ້ນ Eco ຍັງສາມາດເພີດເພີນກັບ ນ້ຳໜັກກະເປົາເຊັກອິນຟຣີ 20kg(ຕາມເງື່ອນໄຂທີ່ກຳນົດ) ແລະ ໄດ້ຮັບ SkyFi eSIM ຟຣີພ້ອມອິນເຕີເນັດຄວາມໄວສູງ 500MB ສຳລັບໃຊ້ໃນຫວຽດນາມ ເຊິ່ງມີອາຍຸການໃຊ້ງານ 31 ມື້ນັບຈາກມື້ເດີນທາງໄປເຖິງ (ຕາມເງື່ອນໄຂທີ່ກຳນົດ). ໂປຣໂມຊັນເຫລົ່ານີ້ແມ່ນໃຊ້ໄດ້ກັບຖ້ຽວບິນລະຫວ່າງປະເທດຂອງ Vietjet ສຳລັບການຈອງຕັ້ງແຕ່ຕອນນີ້ຈົນເຖິງວັນທີ 31 ທັນວາ 2025.

ເນື່ອງຈາກຈຳນວນປີ້ມີຈຳກັດ ແລະ ຄວາມຕ້ອງການການເດີນທາງໃນຊ່ວງເທສະການທີ່ກຳລັງໃກ້ເຂົ້າມາ,ຂໍແນະນຳໃຫ້ນັກເດີນທາງຈາກປະເທດລາວ ຟ້າວຈອງແຕ່ຫົວທີ ເພື່ອໃຊ້ປະໂຫຍດສູງສຸດຈາກຂໍ້ສະເໜີສົ່ງທ້າຍປີຂອງ Vietjetເພື່ອການບິນທີ່ປະຢັດກວ່າໃນປີ 2026.

KPL