ໂຄງການກໍ່ສ້າງໂຮງແຮມ-ຄອນໂດ ສູງທີ່ສຸດໃນປະເທດລາວ ຈະສຳເລັດໃນປີ 2028
ຂປລ. ໂຄງການກ່ໍສ້າງຕຶກອາຄານໂຮງແຮມ ແລະ ຄອນໂດ (ໂຄງການລາວເຊັນເຕີ) ທີ່ສູງທີ່ສຸດໃນ ສປປ ລາວ (46 ຊັ້ນ) ໄດ້ເລີ່ມມີການກໍ່ສ້າງແລ້ວຢູ່ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຄາດການວ່າການກໍ່ສ້າງຈະສຳເລັດ ແລະ ເປີດໃຫ້ບໍລິການໃນປີ 2028.
![]()
ທ່ານ ກົງ ເວີນຈົ່ງ ຮອງຜູ້ອຳນວຍການບໍລິສັດສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ໄດ້ໃຫ້ສຳພາດໃນວັນທີ 15 ທັນວາ 2025 ນີ້ວ່າ: ໂຄງການລາວເຊັນເຕີເປັນການຮ່ວມມືກັນລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ບໍລິສັດສຽນເສີງ ລົງ ທຶນອະສັງຫາລິມະຊັບ ຈຳກັດ ແລະ ບໍລິສັດລາວມະຫາຊັບພັດທະນາຈຳກັດຜູ້ດຽວ. ໂຄງການດັ່ງກ່າວ, ໄດ້ວາງສີລາລືກ ແລະ ເລ່ີມລົງມືກໍ່ສ້າງໃນເດືອນຕຸລາ ປີ 2024 ໂດຍໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນການກ່ໍສ້າງຕຶກອາຄານ 12 ຊັ້ນ (ຕຶກຮອງ) ມາຮອດປັດຈຸບັນ, ການກໍ່ສ້າງແມ່ນສຳເລັດແລ້ວ 90%, ສ່ວນອາຄານ 46 ຊັ້ນ, ມີຄວາມສູງ 155 ແມັດ ຊຶ່ງຈະກາຍເປັນຕຶກອາຄານທີ່ສູງທີ່ສຸດໃນປະເທດລາວ, ມາຮອດປັດຈຸບັນກໍາລັງລົງມືກໍ່ສ້າງ, ຄາດວ່າການກໍ່ສ້າງຈະສຳເລັດໃນປີ 2028.
ໂຄງການດັ່ງກ່າວ, ຖືກອອກແບບໃຫ້ມີຄວາມຫລູຫລາພາຍໃນ 2 ອາຄານປະກອບມີໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານອາຫານ, ສະລອຍນ້ຳກະຈົກໃສກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະຖານທີ່ຈັດງານລ້ຽງ ແລະ ອື່ນໆ. ຄາດວ່າພາຍຫລັງກໍ່ສ້າງສຳເລັດໂຮງແຮມ ແລະ ຄອນໂດດັ່ງກ່າວຈະກາຍເປັນສະຖານທີ່ຮັບຮອງແຂກສຳຄັນຂອງປະເທດ, ລວມເຖິງນັກທ່ອງທ່ຽວຕ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນ.
ສຳລັບການກ່ໍສ້າງອາຄານແມ່ນນຳໃຊ້ເຄື່ອງມືທີ່ທັນສະໄໝ, ມີທີມງານນັກອອກແບບທີ່ມີຊື່ສຽງລະດັບສາກົນ, ມີແຫລ່ງສະໜອງວັດສະດຸທີ່ມີຄຸນນະພາບ, ຍຶດໝັ້ນຕາມຫລັກການຂອງການດຳເນີນທຸລະກິດຢ່າງຈິງໃຈ, ເປີດກ້ວາງ, ເຕີບໃຫຍ່ ແລະ ມີຜົນປະໂຫຍດຮ່ວມກັນມາໂດຍຕະຫລອດ, ເປັນຜູ້ນຳໃນຂະແໜງການພັດທະນາອະສັງຫາລິມະຊັບ. ຂະນະດຽວກັນນັ້ນ, ຍັງຕັ້ງໜ້າຂະຫຍາຍທຸລະກິດຂະແໜງການຄ້າສາກົນ, ມຸ່ງໝັ້ນໃຫ້ບໍລິການອຳນວຍຄວາມສະດວກແບບຄົບວົງຈອນໃຫ້ແກ່ລູກຄ້າ ແລະ ແກ້ໄຂ ບັນຫາທາງການຄ້າໃຫ້ແກ່ລູກຄ້າອີກດ້ວຍ. ເພື່ອບັນລຸການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຢ່າງກົມກຽວ, ສ້າງສາຕົວເມືອງໃຫ້ມີຄວາມສີວິໄລ ແລະ ໜ້າຢູ່ອາໄສ, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງຕົວເມືອງ ແລະ ພັດທະນາແບບຍືນຍົງຢ່າງຫ້າວຫັນ.
ໂຄງການລາວເຊັນເຕີ ຕັ້ງຢູ່ບ້ານ ພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ພາຍຫລັງກໍ່ສ້າງສຳເລັດ ແລະ ເປີດໃຫ້ບໍລິການຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຫລາຍກວ່າ 500 ຕຳແໜ່ງ, ປັດຈຸບັນໂຄງການດ່ັງກ່າວ, ແມ່ນເປີດໃຫ້ຈັບຈ່ອງຄອນໂດແລ້ວ, ທ່ານໃດສົນໃຈສາມາດຕິດຕໍ່ສອບຖາມໄດ້ທີ່ສູນຂາຍຢູ່ໜ້າສູນການຄ້າພາກຊັນ ຫລື ໂທ 020 52143333, 020 51563333.
ຂ່າວ-ພາບ: ກິດຕາ
