ສສ ຫວຽດນາມ ຮຽກຮ້ອງການຮ່ວມມືທົ່ວໂລກ ຕ້ານການຫລອກລວງທາງໄຊເບີ

19/12/2025 12:54
Email Print 83
KPL - Asean 2024 ກອງປະຊຸມ ສາກົນ ກ່ຽວກັບ “ຄູ່ຮ່ວມມື ທົ່ວໂລກ ຕ້ານການຫລອກລວງ ທາງໄຊເບີ” ໂດຍມີ ລັດຖະບານໄທ ແລະ ຫ້ອງການ ສະຫະ ປະຊາຊາດ ກ່ຽວກັບ ຢາເສບຕິດ ແລະ ອາດຊະຍາກຳ (UNODC) ໄດ້ຮ່ວມກັນຈັດຂຶ້ນ ໃນວັນທີ 17–18 ທັນວາ, ຢູ່ນະຄອນຫລວງ ບາງກອກ, ປະເທດ ໄທ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ສາກົນ ກ່ຽວກັບຄູ່ຮ່ວມມື ທົ່ວໂລກ ຕ້ານການຫລອກລວງ ທາງໄຊເບີໂດຍມີ ລັດຖະບານໄທ ແລະ ຫ້ອງການ ສະຫະ ປະຊາຊາດ ກ່ຽວກັບ ຢາເສບຕິດ ແລະ ອາດຊະຍາກຳ (UNODC) ໄດ້ຮ່ວມກັນຈັດຂຶ້ນ ໃນວັນທີ 17–18 ທັນວາ, ຢູ່ນະຄອນຫລວງ ບາງກອກ, ປະເທດໄທ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ມາດຕະການ ຮັບມືກັບ ອາດ ຊະຍາກຳ ຫລອກລວງ ທາງໄຊເບີ, ເປັນສິ່ງທ້າທາຍ ຂ້າມຊາດ ຕິດພັນກັບ ການຄ້າມະນຸດ, ບີບບັງຄັບ ແຮງງານ ແລະ ກນຟອກເງິນ.ໃນໂກາດນີ້ ທ່ານ ເລແອັງຕວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ການຫລອກລວງທາງໄຊເບີ ແມ່ນບໍ່ມີພົມແດນ, ຕ້ອງການມີຄວາມມານະພະຍາຍາມລວມໝູ່ ຂອງປະຊາຄົມສາກົນ ຕ້ານອາດຊະຍາກຳ ປະເພດນີ້; ພ້ອມກັນນັ້ນ, ຍັງຮຽກຮ້ອງ ໃຫ້ບັນດາປະເທດ ສືບຕໍ່ເຊັນ, ໃຫ້ສັດຕະຍາບັນ ສົນທິສັນຍາ ຮ່າໂນ້ຍ ຕ້ານອາດຊະຍາກຳ ທາງໄຊເບີ ແລະ ເນັ້ນໜັກເຖິງ ການແບ່ງປັນຂໍ້ມູນ, ຫລັກຖານເອເລັກໂຕນິກ ຢ່າງວ່ອງໄວ, ມີປະສິດທິຜົນ ແມ່ນປັດໄຈແກ່ນສານ ເພື່ອສະກັດກັ້ນ ແລະ ແກ້ໄຂອາດຊະຍາກຳນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL