ຍີ່ປຸ່ນ ສົ່ງອອກສິນຄ້າ ເຕີບໂຕໄວທີ່ສຸດ 6,1%

19/12/2025 09:29
Email Print 83
KPL - Asean 2024 ຍອດການສົ່ງອອກຂອງ ຍີ່ປຸ່ນໄດ້ ຂະຫຍາຍຕົວ 6,1% ໃນເດືອນພະຈິກ ເມື່ອທຽບກັບລາຍປີ, ເພີ່ມຂຶ້ນ ຫລາຍທີ່ສຸດ ໃນຮອບ 9 ເດືອນ , ເປັນຕົວເລກສູງກວ່າ ທີ່ນັກເສດຖະສາດ ຄາດການໄວ້ 4,8%

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍວ່າ: ຍອດການສົ່ງອອກຂອງ ຍີ່ປຸ່ນໄດ້ ຂະຫຍາຍຕົວ 6,1% ໃນເດືອນພະຈິກ ເມື່ອທຽບ ກັບລາຍປີ, ເພີ່ມຂຶ້ນ ຫລາຍທີ່ສຸດ ໃນຮອບ 9 ເດືອນ , ເປັນຕົວເລກສູງກວ່າ ທີ່ນັກເສດຖະສາດ ຄາດການໄວ້ 4,8% , ພ້ອມທັງ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຫລັງຈາກເພີ່ມຂຶ້ນ 3,6% ເມື່ອເດືອນຕຸລາ.

ການສົ່ງອອກຂອງຍີ່ປຸ່ນ ໄດ້ຮັບແຮງຊຸກຍູ້ ຈາກການສົ່ງອອກສິນຄ້າ ໄປຍັງ ເອີຣົບຕາເວັນຕົກເພີ່ມຂຶ້ນ 23,6% ແລະ ສົ່ງອອກໄປຍັງ ສ.ອາເມລິກາ ເພີ່ມຂຶ້ນ 8,8%. ໃນທາງກົງ ກັນຂ້າມ ຍີ່ປຸ່ນ ສົ່ງອອກໄປຈີນ ຫລຸດລົງ 2,4% ເປັນຜົນມາຈາກ ຄວາມເຄັ່ງຕຶງ ລະຫວ່າງ ຍີ່ປຸ່ນ ກັບຈີນ.ໃນຂະນະດຽວກັນ ການນໍາເຂົ້າຂອງ ຍີ່ປຸ່ນ ໃນເດືອນພະຈິກເພີ່ມຂຶ້ນ 1,3% ຕໍ່າ ກວ່າ ເມື່ອທຽບກັບ ຄາດການວ່າ ຈະເພີ່ມຂຶ້ນ 2,5%, ສົ່ງຜົນໃຫ້ ຍີ່ປຸ່ນ ເກີນດຸນການຄ້າ 3,223 ແສນລ້ານເຢັນ (2 ຕື້ໂດລາສະຫະລັດ) ໃນເດືອນພະຈິກ./

KPL