ຫັນມາ ປູກຝັງ-ລ້ຽງສັດ ເປັນອາຊີບເສີມ ສ້າງລາຍຮັບເຂ້ົ້າສູ່ຄອບຄົວຫລາຍຮ້ອຍລ້ານກີບຕໍ່ປີ
![]()
ຂປລ. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ, ການເຮັດອາຊີບກະສິກໍາ ແມ່ນອາຊີບຫລັກຂອງປະຊາຊົນລາວ ເນື່ອງຈາກຜົນຜະລິດກະສິກໍາ ເປັນທີ່ຕ້ອງການຂອງຕະຫລາດຢູ່ສະເໝີ ບໍ່ວ່າຈະຜະລິດໃນລະດູໃດກໍໄດ້ຂາຍ. ສະນັ້ນ, ຈຶ່ງເຮັດໃຫ້ປະຊາຊົນບັນດາເຜົ່າຢຶດອາຊີບ ການຜະລິດກະສິກໍາ ແລະ ບາງຄອບຄົວກໍເຮັດເປັນອາຊີບ ເສີມຄຽງຄູ່ກັບວຽກປະຈຳ ເພື່ອສ້າງລາຍຮັບອີກຊ່ອງທາງເຂົ້າຄອບຄົວ ເໝືອນດັ່ງຄອບຄົວຂອງ ທ່ານ ຄໍາຜາ ຫລວງແສງເພັດ ເກີດໃນຄອບຄົວພະນັກງານ ທີ່ມີມູນເຊື້ອດຸໝັ່ນໃນການອອກແຮງງານ, ເອົາວຽກງານກະສິກໍາ ໄປຄຽງຄູ່ກັບອາຊີບພະນັກງານ ຈົນປະສົບຜົນສໍາເລັດສາມາດສ້າງລາຍຮັບ 157 ລ້ານກີບຕໍ່ປີ.
![]()
ທ່ານ ຄໍາຜາ ຫລວງແສງເພັດ ມີຖິ່ນຖານບ້ານເກີດ ຢູ່ບ້ານ ໂພນສະອາດ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ, ຄອບຄົວເປັນພະນັກງານສັງກັດລັດ, ເປັນລູກຜູ້ທີ 1 ມີອ້າຍເອື້ອຍນ້ອງທັງໝົດ 5 ຄົນ, ຍ້ອນມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຢາກປະກອບສ່ວນຮັບໃຊ້ຊາດ ໃນຖັນແຖວຂອງກອງທັບປະຊາຊົນລາວ ສະຫາຍໄດ້ສະໝັກໃຈເຂົ້າເປັນທະຫານ ໃນປີ 2010, ໃນຕະຫລອດໄລຍະທີ່ເຂົ້າມາ ໃນຖັນແຖວກອງທັບ ສະຫາຍໄດ້ຊອກຮູ້ຮໍ່າຮຽນ ນຳໝູ່ເພື່ອນດ້ວຍກັນ ແລະ ໄດ້ຮັບການຊີ້ນຳມອບໝາຍໜ້າທີ່ວຽກງານອັນລະອຽດຈາກຄະນະພັກ-ຄະນະບັນຊາ ບວກກັບຄວາມອົດທົນພະຍາຍາມ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃນທຸກດ້ານເປັນຕົ້ນແມ່ນ ການປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ. ໄປຄຽງຄູກັບການເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະແລ້ວ, ສະຫາຍຍັງໄດ້ເປັນແບບຢ່າງໃນການອອກແຮງງານ ດ້ວຍການເສີມຂະຫຍາຍມູນເຊື້ອ ຄວາມຫ້າວຫັນດຸໝັ່ນ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສະໜອງເຂົ້າເຮືອນຄົວລວມ ແລະ ກາຍເປັນການສ້າງລາຍຮັບບວກ ໃສ່ກັບເງິນເດືອນແຕ່ລະເດືອນເຮັດໃຫ້ຊີວິດ ການເປັນຢູ່ນັບມື້ດີຂຶ້ນເລື້້ອຍໆ ຊຶ່ງສະແດງອອກໃນການຕອບສະໜອງຊີ້ນເຂົ້າເຮືອນຄົວ ໄດ້ 4.980 ກິໂລຕໍ່ປີ, ປັດຈຸບັນກຳລັງລ້ຽງສັດຕ່າງໆເຊັ່ນ: ງົວ 31 ໂຕ, ສັດປີກ 560 ໂຕ, ປາ 15.600 ໂຕ ແລະ ກົບ 3.000 ໂຕ, ຜ່ານມາສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດສ້າງລາຍຮັບໄດ້ 157ລ້ານກີບ.
ທ່ານ ຄໍາຜາ ເວົ້າຕື່ມວ່າ: ພາຍຫລັງ ທີ່ຫັນມາເຮັດການຜະລິດແບບປະສົບປະສານ ເຮັດໃຫ້ຄອບຄົວດີຂຶ້ນກວ່າເມື່ອກ່ອນຫລາຍ ຄອບຄົວມີຢູ່ມີກິນ ທັງມີຄວາມຜາສຸກ-ຖືກຕ້ອງປອງດອງ ລູກໄດ້ຮັບການສຶກສາຮໍ່າຮຽນ ສາມາດສ້າງເສດຖະກິດຄອບຄົວໃຫ້ດີຂື້ນເທື່ອລະກ້າວ ກໍຍ້ອນຄວາມອົດທົນດຸໝັ້ນ ຫັນໃຊ້ເນື້ອທີ່ໃຫ້ເກີດປະໂຫຍດສູງສຸດ ບໍ່ເຮັດວຽກໜ້າດຽວ ຕ້ອງເຮັດຫລາຍຢ່າງຄຽງຄູ່ກັນໄປ.
![]()
