ປະເມີນ ນະຄອນໄກສອນ ເພື່ອຄັດເລືອກ ເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ
![]()
ຂປລ. ໃນລະຫວ່າງວັນທີ 16-19 ພະຈິກ 2025, ຄະນະກໍາມະການຮັບຜິດຊອບປະເມີນມາດຕະຖານການທ່ອງທ່ຽວອາຊຽນ ໂດຍສະເພາະແມ່ນ ກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ສືບຕໍ່ລົງຕິດຕາມ, ປະເມີນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ຮ້ານຫັດຖະກຳ, ສະໜາມຖິ້ມຂີ້ເຫຍື້ອ, ສະຖານີລົດໂດຍສານ ແລະ ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຄັດເລືອກເອົາເມືອງມາດຕະຖານທ່ອງທ່ຽວອາຊຽນ ໃນປີ 2026.
ທ່ານ ລຳພູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວຽກງານການທ່ອງທ່ຽວໃນປັດຈຸບັນ, ຕ້ອງມີການເຊື່ອມໂຍງ, ເຊື່ອມຈອດເຊິ່ງກັນ ແລະ ກັນ ເພື່ອເປັນທາງຜ່ານໄປມາຫາສູ່ກັນ ເປັນຕົ້ນ ມາຈາກໄທ ໄປ ສສ ຫວຽດນາມ, ມາຈາກນະຄອນຫລວງວຽງຈັນ ກໍຜ່ານເມືອງອຸທຸມພອນ ເພາະເປັນເມືອງ 4 ທິດ ໄປທາງໃດກໍຕ້ອງໄດ້ຜ່ານ. ດັ່ງນັ້ນ, ເພື່ອຕິດພັນກັບຂົງເຂດວຽກງານວັດທະນາທຳ ແລະ ການ ທ່ອງທ່ຽວ ຢູ່ເມືອງອຸທຸມພອນ ກໍໄດ້ສ້າງຄຸນຄ້າທາງດ້ານອາຫານ ເປັນຕົ້ນ ປີ້ໄກ່ເຊໂນ ແລະ ແນະນໍານັກທ່ອງທ່ຽວໃຫ້ມາຊີມປີ້ງໄກ່ເຊໂນ. ພ້ອມກັນນັ້ນ, ມາສະຫວັນນະເຂດ ຕ້ອງທ່ອງທ່ຽວຕາມແຜນ 3 ໄຫວ້ 4 ເບິ່ງ 5 ຊົມ ຄື: 3 ໄຫວ້ປະກອບມີ: ໄຫວ້ພະຍາດອິງຮັງ, ໄຫວ້ພະທາດໂພນ ແລະ ໄຫວ້ຫໍໄຕປີດົກ ຊຶ່ງເປັນບ່ອນສະສົມຂອງຄັງໃບລານ; ທ່ອງທ່ຽວ 4 ເບິ່ງປະກອບມີ: ເບິ່ງຫໍພິພິທະພັນສະຫວັນນະເຂດ, ຫໍພິພິທະພັນໄດໂນເສົາ, ຫໍພິພິທະພັນຮ່ວມສໍາພັນສູ້ຮົບໄຊຊະນະ ລາວ-ຫວຽດນາມ ແລະ ເບິ່ງມໍລະດົກສະຖານໜອງເຮືອທອງ; ທ່ອງທ່ຽວ 5 ຊົມ ປະກອບມີ: ທ່ຽວຊົມຕົວເມືອງເກົ່າປະຫວັດສາດໜອງຫລົ່ນ, ປ່າສະຫງວນດົງນາຕາດ ນະຄອນ ໄກສອນ ພົມວິຫານ; ທ່ຽວຊົມຝູງລີ, ປາຝາ, ຝາຍສຸຍຈໍາພອນ; ທ່ຽວຊົມໂອງ-ມັ້ງ, ນົກຍາງຂາວ, ແຫລ່ງຂຸດຄົ້ນກະດູກໄດໂນເສົາ ຊົນນະບູລີ; ທ່ຽວຊົມວັດຖຸບູຮານ ດອນຫີນດ້າງ, ໂພນຊ້າງສານ, ເມືອງບູຮານ ສີສະເກດ, ສວນຕານ ແລະ ເຮືອນຫີນໄຊພູທອງ; ທ່ຽວຊົມພະທາດນາງຂາວ, ພະເຈົ້າອົງແສນ, ຫີນສາມເສົ້າ, ນໍ້າເກົ້າແຄ ວິລະບູລີ. ນີ້ຄືວົງແຫວນແຫ່ງການທ່ອງທ່ຽວຂອງແຂວງສະຫວັນນະເຂດ. ສະນັ້ນ, ເພື່ອເຮັດໃຫ້ ວຽກງານ 3 ໄຫວ້ 4 ເບິ່ງ 5 ຊົມ ໃຫ້ປະກົດຜົນເປັນຈິງ, ແຂວງສະຫວັນນະເຂດ ມີການແຕ່ງເພງກອນລໍາ 4 ຈັງຫວະ ຄື: ລໍາບ້ານຊອກ, ລໍາຄອນສະຫວັນ, ລໍາຕັ້ງຫວາຍ ແລະ ລໍາຜູ້ໄທ ເພື່ອສ້າງເອກະລັກຂອງແຂວງ. ສະນັ້ນ, ການປະເມີນມາດຕະຖານທ່ອງທ່ຽວສະອາດອາຊຽນ ກໍເປັນສິ່ງສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວໄດ້ພັດທະນາຂຶ້ນເລື້ອຍໆ.
![]()
ທ່ານ ແສງສະຫວ່າງ ປະທຸມທອງ ຮອງຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງ ທ່ຽວ, ກົມພັດທະນາການທ້ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການປະເມີນເມືອງມາດຕະຖານ ການທ່ອງທ່ຽວສະອາດອາຊຽນ ໂດຍກຳນົດຕົວຊີ້ວັດ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ານການທ່ອງທ່ຽວ. ມາຮອດປັດຈຸບັນ, ເມືອງທ່ອງທ່ຽວສະອາດອາຊຽນ ໄດ້ປະເມີນໄປແລ້ວຄື: ນະຄອນປາກເຊ, ເມືອງວັງວຽງ, ນະຄອນຫລວງພະບາງ, ເມືອງວຽງໄຊ ແລະ ນະຄອນ ໄກສອນ ພົມວິຫານ ເປັນບ່ອນສຸດທ້າຍ. ຜ່ານການປະເມີນ ເຫັນວ່າໄດ້ມາດຕະຖານທີ່ວາງໄວ້, ແຕ່ຍັງມີບາງຈຸດ ຕ້ອງໄດ້ສືບຕໍ່ປັບປຸງຕື່ມ.
ໂດຍ:ມາລີດາ
