ເອຢິບ ຄົ້ນພົບແຫລ່ງແກັສທຳມະຊາດແຫ່ງໃໝ່ໃນນທະເລຊາຍຕາເວັນຕົກ

20/11/2025 19:11
Email Print 83
KPL - Asean 2024 ຄັລຄາ ປິໂຕຣລ່ຽມ ຄອມປານີ (ເຄພີຊີ) ຊຶ່ງເປັນ ບໍລິສັດ ຂະໜາດໃຫຍ່ ໃຂະແໜງທຸລະກິດ ພະລັງງານຂອງ ເອຢິບ ໄດ້ຄົ້ນພົບ ແຫລ່ງແກັສ ທຳມະຊາດແຫ່ງໃໝ່ ໃນທະເລຊາຍຕາເວັນຕົກ ຊຶ່ງຜົນການທົດລອງ ເບື້ອງຕົ້ນ ໄດ້ລະບຸວ່າ ມີຜົນຜະລິດ ປະມານ 36 ລ້ານແມັດກ້ອນ ຕໍ່ວັນຕາມມາດຕະຖານ.

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ເລີແກ ປະເທດ ເອຢິບ ເມື່ອບໍ່ດົນມານີ້ວ່າ: ກະຊວງ ປິໂຕຣລ່ຽມ ຂອງ ເອຢິບ ລາຍງານວ່າ: ຄັລຄາ ປິໂຕຣລ່ຽມ ຄອມປານີ (ເຄພີຊີ) ຊຶ່ງເປັນ ບໍລິສັດ ຂະໜາດໃຫຍ່ ໃຂະແໜງທຸລະກິດ ພະລັງງານຂອງ ເອຢິບ ໄດ້ຄົ້ນພົບ ແຫລ່ງແກັສ ທຳມະຊາດແຫ່ງໃໝ່ ໃນທະເລຊາຍຕາເວັນຕົກ ຊຶ່ງຜົນການທົດລອງ ເບື້ອງຕົ້ນ ໄດ້ລະບຸວ່າ ມີຜົນຜະລິດ ປະມານ 36 ລ້ານແມັດກ້ອນ ຕໍ່ວັນຕາມມາດຕະຖານ.

ຄຽງຄູ່ກັນນັ້ນ ຍັງໄດ້ ຂຸດເຈາະ ບໍ່ສຳຫລວດ ໂກມານາ-1 (Gomana-1) ຫລັງຈາກນັ້ນ ເຄື່ອງມື ວັດຄ່າ ຄວາມຕ້ານທານ ໄຟຟ້າ ໂດຍບົ່ງຊີ້ຈຸດ ທີ່ມີແກັສທຳມະຊາດ ຢູ່ປະລິມານຫລວງຫລາຍ . ການຄົ້ນພົບ ດັ່ງກ່າວ ເປັນໜຶ່ງໃນການຄົ້ນພົບ ຮອບຫລ້າສຸດ ຂອງ ຄັລຄາ ແລະ ຫຸ້ນສ່ວນຕ່າງປະເທດ ເຊັ່ນ: ອາປາເຊ ຄອບປໍເຣຊັນ ໂດຍຈະສືບຕໍ່ພັດທະນາ ແຫລ່ງທຳມະຊາດ ແລະ ນໍ້າມັນ ໃນພື້ນທີ່ທະເລ ຕາເວັນຕົກ. ນອກຈາກນັ້ນ, ກະຊວງປິໂຕຣລ່ຽມ ຂອງ ເອຢິບ ໄດ້ສະແດງ ຄວາມເຊື່ອໝັ້ນວ່າ: ຜົນຜະລິດ ເພີ່ມເຕີມ ຈະຊ່ວຍສະໜັບ ສະໜູນ ຍຸດທະສາດ ເພື່ອຊຸກຍູ້ ສັກກາຍະພາບ ການຜະລິດ ພາຍໃນປະເທດ ໃຫ້ກ້າວໄປສູ່ ລະດັບສູງສຸດ ແລະ ເສີມສ້າງບົດບາດ ການເປັນ ສູນກາງ ລະດັບ ພາກພື້ນ ຂອງ ເອຢິບ./

KPL