ສ.ເກົາຫລີ ເລີ່ມຕົ້ນບໍລິການລົດເມໃໝ່ສໍາລັບແມ່ຍິງ ເພື່ອຄວາມປອດໄພ ໃນເວລາກາງຄືນ

20/11/2025 19:11
Email Print 83
KPL - Asean 2024 ປະເທດສ.ເກົາຫລີໄດ້ເລີ່ມຕົ້ນບໍລິການລົດເມໃໝ່ ສໍາລັບແມ່ຍິງ ເພື່ອຊ່ວຍໃຫ້ພວກເຂົາເຈົ້າເດີນທາງໄປມາດ້ວຍຄວາມປອດໄພ ໃນເວລາກາງຄືນ.

ຂປລ. ຕາມເພຈເຟສບຸກLao Youth Radio ລາຍງານວ່າ: ປະເທດສ.ເກົາຫລີໄດ້ເລີ່ມຕົ້ນບໍລິການລົດເມໃໝ່ ສໍາລັບແມ່ຍິງ ເພື່ອຊ່ວຍໃຫ້ພວກເຂົາເຈົ້າເດີນທາງໄປມາດ້ວຍຄວາມປອດໄພ ໃນເວລາກາງຄືນ.  ໂດຍສະເພາະ ແມ່ຍິງ ທີ່ອອກແຮງງານ ແລະ ນັກຮຽນຍິງ ທີ່ຕ້ອງເດີນທາງໃນເວລາຕອນເດິກ. ການບໍລິການໃໝ່ນີ້ ສ້າງຂຶ້ນ ເພື່ອແກ້ໄຂຄວາມກັງວົນ ທີ່ເພີ່ມຂຶ້ນ ກ່ຽວກັບ ຄວາມປອດໄພຂອງ ແມ່ຍິງ ໃນການຂົນສົ່ງ ສາທາລະນະ ຕອນກາງຄືນ

ລົດເມດັ່ງກ່າວ ແລ່ນຕາມເສັ້ນທາງ ທີ່ກຳນົດໄວ້ ໃນຕົວເມືອງໃຫຍ່ໆເຊັ່ນ: ເຊອູນ ແລະ ປູຊານ. ໂດຍຖືກອອກແບບ ໃຫ້ມີຄວາມ ປອດໄພສູງ ພາຍໃນລົດເມ ດັ່ງກ່າວ ມີໄຟສະຫວ່າງ, ກ້ອງວົງຈອນປິດ (CCTV) ແລະ ມີພະນັກງານ ແມ່ຍິງ ປະຈຳການ ຢູ່ໃນລົດ. ທຸກບ່ອນນັ່ງ ມີປຸ່ມສຸກເສີນ ທີ່ສາມາດແຈ້ງເຕືອນ ຄົນຂັບລົດ ແລະ ທີມງານຕອບໂຕ້ ທ້ອງຖິ່ນ ໄດ້ທັນທີ ຖ້າມີບັນຫາເກີດຂຶ້ນ.

ປະຊາຊົນ ມີການຕອບຮັບ ໃນທາງບວກ ຢ່າງຫລວງຫລາຍ, ແມ່ຍິງຫລາຍຄົນ ກ່າວວ່າ ພວກເຂົາເຈົ້າ ມີຄວາມຮູ້ສຶກປອດໄພກວ່າ ສະດວກສະບາຍກວ່າ ແລະ ໄດ້ຮັບການໃຫ້ກຽດຫລາຍຂຶ້ນ ໃນເວລາເດີນທາງ ໄປໃນເສັ້ນທາງດັ່ງກ່າວນີ້. ການບໍລິການໃໝ່ນີ້ ບໍ່ພຽງແຕ່ເປັນ ການຂົນສົ່ງ ທີ່ປອດໄພ; ແຕ່ຍັງເປັນ ການຢືນຢັນ ກ່ຽວກັບ ການເຮັດໃຫ້ພື້ນທີ່ ສາທາລະນະ ມີຄວາມສະເໝີພາບ ແລະ ມີກຽດສັກສີ ສຳລັບທຸກຄົນ. ສ.ເກົາຫລີ ພວມສ້າງແບບຢ່າງໃໝ່ອີກວ່າ ເມືອງຕ່າງໆສາມາດ ເຮັດໃຫ້ມີ ຄວາມປອດໄພ ກາຍເປັນສ່ວນ ປົກກະຕິ ຂອງການຂົນສົ່ງສາທາລະນະໄດ້./

KPL