ອິນເດຍ ຊື້ແກັສແອລພີຈີ ຈາກ ສ.ອາເມລິກາ ເປັນຄັ້ງທຳອິດ

19/11/2025 22:24
Email Print 83
KPL - Asean 2024 ກະຊວງ ປິໂຕຣລ່ຽມ ແລະ ແກັສທຳມະຊາດ ຂອງ ອິນເດຍ ໄດ້ອອກຖະແຫລງການວ່າ: ອິນເດຍ ໄດ້ລົງນາມ ຂໍ້ຕົກລົງ ໃນໄລຍະເວລາ 1 ປີ ສຳລັບ ການຊື້ແກັສ ທຳມະຊາດແຫລວ (ແອລເອັນຈີ) ປະລິມານ 2,2 ລ້ານໂຕນຕໍ່ປີ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ນີວແດນລີ ປະເທດ ອິນເດຍ ເມື່ອວັນທີ 17 ພະຈິກ,  ກະຊວງ ປິໂຕຣລ່ຽມ ແລະ ແກັສທຳມະຊາດ ຂອງ ອິນເດຍ ໄດ້ອອກຖະແຫລງການວ່າ: ອິນເດຍ ໄດ້ລົງນາມ ຂໍ້ຕົກລົງ ໃນໄລຍະເວລາ 1 ປີ ສຳລັບ ການຊື້ແກັສ ທຳມະຊາດແຫລວ (ແອລເອັນຈີ) ປະລິມານ 2,2 ລ້ານໂຕນຕໍ່ປີ ທີ່ມາຈາກແຄມຝັ່ງອ່າວ ຂອງ ສ.ອາເມລິກາ ໂດຍຈະຊື້ເຊື້ອໄຟດັ່ງກ່າວ ເກືອບ 10% ຂອງ ປະລິມານທັງໝົດ ທີ່ນໍາເຂົ້າ ເຊື້ອໄຟປະຈຳປີ ຂອງອິນເດຍ.

ທ່ານ ຮາດີບ ຊິງ ປຸຣີ ລັດຖະມົນຕີ ກະຊວງ ປິໂຕຣລ່ຽມ ແລະ ແກັສທຳມະຊາດ ຂອງ ອິນເດຍ ກ່າວວ່າ: ຂໍ້ຕົກລົງ ດັ່ງກ່າວ ຖືເປັນ ສັນຍານ ຢ່າງເປັນທາງການ ສະບັບທຳອິດ ທີ່ ອິນເດຍ ນຳເຂົ້າ ແກັສແອລພີຈີ ຈາກ ຕະຫລາດ ສ.ອາເມລິກາ ເພື່ອໃຫ້ ສອດຄ່ອງກັບ ຄວາມພະຍາຍາມ ຂອງ ພາກລັດ ໃນການຈັດຫາ ແອລພີຈີ ທີ່ມີ ຄວາມປອດໄພ ແລະ ລາຄາບໍ່ແພງ ໃຫ້ແກ່ ຊາວອິນເດຍ ຊຶ່ງເປັນໜຶ່ງ ໃນຕະຫລາດ ແກັສແອລພີຈີ ຂະໜາດໃຫຍ່ທີ່ສຸດ ຂອງໂລກ./

KPL