ເປີດການແຂ່ງຂັນກິລາເທຄວັນໂດ ມື້ທຳອິດຊີງໄຊ 6 ຫລຽນຄຳ

19/11/2025 15:22
Email Print 83
KPL - Asean 2024 ຂປລ. ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມບູຢອງ (ດົງໂດກ) ໄດ້ມີພິທີເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື “ນະຄອນຫລວງວຽງຈັນ ເກມ 2025”

ຂປລ. ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມບູຢອງ (ດົງໂດກ) ໄດ້ມີພິທີເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ  XII ຫລື ນະຄອນຫລວງວຽງຈັນ ເກມ 2025” ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອງຫລວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ, ທ່ານ ນາງ ບົວວອນ ສຸກລາແສງ ປະທານສະຫະພັນກິລາເທຄວັນໂດນະຄອນຫລວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາຄະນະນໍາກິລາແຕ່ລະແຂວງ, ຫົວໜ້າຄະນະນັກກິລາແຕ່ລະແຂວງ ແລະ ກະຊວງ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ແຂກຮັບເຊີນ ຢ່າງພ້ອມພຽງ.

ການແຂ່ງຂັນກິລາເທຄວັນໂດເປັນອີກໜຶ່ງໃນ 33 ປະເພດກິລາ ທີ່ຈັດໃນການແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII  ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 15-25 ພະຈິກນີ້  ໂດຍຈັດຂຶ້ນເພື່ອເເນໃສ່ໃຫ້ນັກກິລາທັງເຍົາວະຊົນ ແລະ ຊາວໜຸ່ມ ໄດ້ມີການຝຶກແອບຕົນເອງ ເພື່ອພັດທະນາຄວາມສາມາດ ໃຫ້ກາຍເປັນນັກກິລາທີ່ດີເດັ່ນ ແລະ ເພື່ອສ້າງຄວາມສາມັກຄີຮັກແພງ, ແລກປ່ຽນບົດຮຽນທີ່ດີລະຫວ່າງແຂວງກັບບັນດາກະຊວງ ພ້ອມທັງເປັນການຮັດແໜ້ນຄວາມມີນໍາໃຈຂອງນັກກິລາ. ພ້ອມກັນນັ້ນ, ຍັງເປັນການພັດທະນາເທຄວັນໂດໃຫ້ກ້າວໜ້າໄປສູ່ລະດັບພາກພື້ນ  ແລະ ສາກົນ. ນອກນັ້ນ, ຍັງເປັນການທົດສອບນັກກິລາກ່ອນເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາຊີເກມ ຄັ້ງທີ XXXIII ທີ່ປະເທດໄທ ຈະເປັນເຈົ້າພາບ ໃນທ້າຍປີ 2025 ນີ້ອີກດ້ວຍ.

    ສໍາລັບການແຂ່ງຂັນກິລາເທຄວັນໂດແຂ່ງຂັນກັນ  2 ປະເພດຄື: ປະເພດຕໍ່ສູ້ ແລະ ປະເພດປຸ່ມເຊ, ມີນັກກິລາເຂົ້າຮ່ວມທັງໜົດ 139 ຄົນ, ຍິງ 59 ຄົນ ທີ່ມາຈາກ 13 ພາກສ່ວນຄື: ແຂວງບໍ່ແກ້ວ,  ອຸດົມໄຊ, ຫລວງພະບາງ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ນະຄອນຫລວງວຽງຈັນ ເຈົ້າພາບ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ;  ໃນງານກິລາຄັ້ງນີ້ ສະເພາະປະເພດກິລາເທຄວັນໂດ ຊີງໄຊທັງໝົດ 26 ຫລຽນຄຳ, 26 ຫລຽນເງິນ ແລະ 52 ຫລຽນທອງ ຊຶ່ງໃນມື້ທຳອິດ ຊີງໄຊທັງໝົດ 6 ລາຍການ ຄື: ຟ້ອນດ່ຽວຊາຍ-ຍິງ, ຟ້ອນທີມຊາຍ-ຍິງ (3 ຄົນ), ຟ້ອມຄູ່ປະສົມ ແລະ ຟ້ອມທີມປະສົມ ຟຣີສະໄຕ (5 ຄົນ).

ຜ່ານການແຂ່ງຂັນຜົນປະກົດວ່າ ຟ້ອມດ່ຽວຊາຍ ຫລຽນຄຳ ແຂວງຄຳມ່ວນ, ຫລຽນເງິນ ແຂວງຊຽງຂວາງ ແລະ ຫລຽນທອງ ຮ່ວມແຂວງຈຳປາສັກ ແລະ ກະຊວງປ້ອງກັນປະເທດ; ຟ້ອມດ່ຽວຍິງ ຫລຽນຄຳ ແຂວງຈຳປາສັກ, ຫລຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫລຽນທອງ ຮ່ວມ ແຂວງຫລວງພະບາງ ແລະ ແຂວງສະຫວັນນະເຂດ; ຟ້ອນທີມຊາຍ 3 ຄົນ ຫລຽນຄຳ ກະຊວງປ້ອງກັນຄວາມສະຫງົບ, ຫລຽນເງິນ ແຂວງຄຳມ່ວນ ແລະ ຫລຽນທອງ ນະຄອນຫລວງວຽງຈັນ; ຟ້ອນທີມຍິງ 3 ຄົນ ຫລຽນຄຳ ແຂວງຄຳມ່ວນ, ຫລຽນເງິນ ແຂວງຊຽງຂວາງ ແລະ ຫລຽນທອງ ນະຄອນຫລວງວຽງຈັນ; ຟ້ອນຄູ່ປະສົມ ຫລຽນຄຳ ແຂວງຊຽງຂວາງ, ຫລຽນເງິນ ແຂວງຈຳປາສັກ ແລະ ຫລຽນທອງ ຮ່ວມ ແຂວງຄຳມ່ວນ ແລະ ແຂວງຫລວງພະບາງ; ຟ້ອນທີມປະສົມ ຟຣີສະໄຕ 5 ຄົນ ຫລຽນຄຳ ແຂວງຊຽງຂວາງ, ຫລຽນເງິນ ແຂວງຄຳມ່ວນ ແລະ ຫລຽນທອງ ຮ່ວມ ແຂວງຈຳປາສັກ ແລະ ນະຄອນຫລວງວຽງຈັນ ເຈົ້າພາບ.

ພາບ+ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

KPL