ຂາຍໝາກໄປພ້ອມໆກັບການບໍລິການຮ້ານກາເຟມີລາຍຮັບ 1,4 ຕື້

19/11/2025 11:57
Email Print 83
KPL - Asean 2024 ຂປລ. ກຳລັງເປັນທີ່ນິຍົມຊົມຊອບກາເຟແຊບແດນເມືອງເລົ່າງາມ ຂອງນັກເດີນທາງໄປກະແວ ມາກະຊີມຮ້ານກາເຟແກ່ນມະນີສົດ ຖືເປັນຜະລິດຕະພັນຂອງເມືອງເລົ່າງາມ ແຂວງສາລະວັນ.

ຂປລ. ກຳລັງເປັນທີ່ນິຍົມຊົມຊອບກາເຟແຊບແດນເມືອງເລົ່າງາມ ຂອງນັກເດີນທາງໄປກະແວ ມາກະຊີມຮ້ານກາເຟແກ່ນມະນີສົດ ຖືເປັນຜະລິດຕະພັນຂອງເມືອງເລົ່າງາມ ແຂວງສາລະວັນ. ການປູກກາເຟເປັນສິນຄ້າ, ຕິດພັນກັບການບໍລິການຮ້ານກາເຟ ແມ່ນໜຶ່ງໃນວຽກງານທີ່ພາຄອບຄົວມີຢູ່ມີກິນ ແລະ ຫລຸດພົ້ນຈາກຄວາມທຸກຍາກ. ດັ່ງຄອບຄົວ ທ່ານ ນາງ ຕິ໋ມ ແກ່ນມະນີສົດ ຢູ່ບ້ານນ້ຳແບ່ງ ເມືອງເລົ່າງາມ ແຂວງສາລະວັນ ທີ່ໄດ້ເອົາໃຈໃສ່ໃນການປູກກາເຟ ທັງຕັ້ງຮ້ານບໍລິການກາເຟສັງສົມ ຊຶ່ງສາມາດສ້າງລາຍຮັບເຂົ້າຄອບຄົວ 1,4 ຕື້ກີບຕໍ່ປີ.

ທ່ານ ນາງ ຕິ໋ມ ແກ່ນມະນີສົດ ເລົ່າສູ່ຟັງວ່າ: ຍ້ອນສະພາບແວດລ້ອມທີ່ອຳນວຍຢູ່ບ້ານນ້ຳແບ່ງ, ເມືອງເລົ່າງາມ ມີຄວາມເໝາະສົມໃນການປູກກາເຟ ຈື່ງຫັນມາປູກກາເຟເປັນອາຊີບຕົ້ນຕໍ ຊຶ່ງໃນເມື່ອກ່ອນປູກກາເຟແບບທໍາມະຊາດທີ່ພໍ່ແມ່ເຄີຍເຮັດສືບທອດກັນມາ ຊຶ່ງການປູກດັ່ງກ່າວ ແມ່ນບໍ່ໄດ້ຮັບຜົນພໍເທົ່າໃດ. ແນວໃດກໍດີ, ເບື້ອງຕົ້ນເລີ່ມປູກທຳອິດພຽງ 3 ເຮັກຕາເທົ່ານັ້ນ, ສາມາດຂາຍໄດ້ 4 ລ້ານກີບຕໍ່ປີ ແລະ ຈາກນັ້ນໄດ້ຂະຫຍາຍເນື້້ອທີ່ປູກກາເຟນ້ອຍອອກອີກ 7 ເຮັກຕາ, ສາມາດຂາຍໄດ້ 50 ຫາ 100 ລ້ານກີບຕໍ່ປີ. ສ່ວນທຶນຮອນທຳອິດແມ່ນນຳໃຊ້ແຮງງານຂອງຕົນເອງ. ປີ 2019 ພັກ-ລັດຖະບານ ກໍໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີ່ມແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍຫລາຍຮູບການ ແລະ ໜຶ່ງໃນນັ້ນກໍແມ່ນການສົ່ງເສີມໃຫ້ມີການປູກພືດເປັນສິນຄ້າເວົ້າລວມ, ເວົ້າສະເພາະ ແມ່ນການປູກກາເຟເປັນສິນ ຄ້າ. ປັດຈຸບັນໄດ້ຂະຫຍາຍເນື້ອທີ່ປູກກາເຟອອກອີກເປັນ 20 ເຮັກຕາ. ສ່ວນໃຫຍ່ແມ່ນປູກກາເຟນ້ອຍເປັນຕົ້ນຕໍໂດຍນຳໃຊ້ເຕັກນິກ, ວິຊາການແບບໃໝ່ເຂົ້າສູ່ການຜະລິດເປັນຕົ້ນແມ່ນການບົວລະບັດຮັກສາ, ຕັດແຕ່ງໃບ, ໃສ່ຝຸ່ນ, ເສຍຫຍ້າ ແລະ ອື່ນໆ ສາມາດໄດ້ເກັບກູ້ຜົນຜະລິດກາເຟ 100 ໂຕນ (ໝາກແດງ) ສະເລ່ຍ 1 ເຮັກຕາ ໄດ້ 5 ໂຕນ, ມູນຄ່າ 1,5  ຕື້ກີບຕໍ່ປີ ແລະ ເມື່ອຫັກຄ່າແຮງງານ, ກຳມະກອນ, ອຸປະກອນການຜະລິດແລ້ວ, ຍັງມີກຳໄລປະມານ 900 ລ້ານກີບຕໍ່ປີ.

ປີ 2020 ໄດ້ເຂົ້າຮ່ວມຝຶກອົບຮົມການນຳໃຊ້ເຕັກ, ວິຊາການວິທີຜະລິດປຸງແຕ່ງກາເຟ ແລະ ສ້າງຕັ້ງເປັນກຸ່ມ ມີສະມາຊິກ 10 ຄອບຄົວ (ເອີ້ນວ່າກຸ່ມກາເຟນໍ້າແບ່ງ), ປີ 2021 ທາງອໍໍານາດການປົກຄອງເມືອງ, ຫ້ອງການກະສິກຳ, ຫ້ອງການອຸດສາຫະກໍາ-ການຄ້າ ໄດ້ຊຸກຍູ້ສົ່ງເສີມຄອບຄົວຂອງຕົນໃຫ້ມາຕັ້ງຮ້ານບໍລິການກາເຟຢູ່ເມືອງເລົ່າງາມ ເພື່ອສົ່ງເສີມພູມປັນຍາຂອງຊາວບ້ານ ແລະ ຍົກລະດັບການຜະລິດໃຫ້ມີການພັດທະນາສາມາດສ້າງມູນຄ່າເພີ່ມ ພາຍໃນເມືອງ, ແຂວງ ແລະ ສົ່ງອອກຕ່າງແຂວງ. ມາຮອດປັດຈຸບັນນີ້ ໄດ້ຜະລິດ ແລະ ປຸງແຕ່ງກາເຟ ໃຫ້ມີຫລາຍຮູບແບບເປັນ ຕົ້ນແມ່ນກາເຟເມັດຂຽວ (ຂົ້ວ), ຊາດອກ, ຊາເປືອກກາເຟ ແລະ ໃນຕໍ່ໜ້າຈະມີແຜນເຮັດເປັນກາເຟ (ຊອງ) ເພື່ອຕອບສະໜອງພາຍໃນເມືອງກໍຄືທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ສະດວກສະບາຍກວ່າເກົ່າ ໂດຍສະເພາະແມ່ນການຊື້ ເພື່ອເປັນຂອງຝາກຂອງຕ້ອນ ແລະ ການດື່ມກາເຟໃນແຕ່ລະວັນ. ທ່ານ ນາງ ຕິ໋ມ ແກ່ນມະນີສົດ ກ່າວ.

ພາຍຫລັງໄດ້ເປີດຮ້ານໃນປີ 2021 ເປັນຕົ້ນມາ ກໍມີລູກຄ້າເຂົ້າດື່ມກາເຟສະເລ່ຍ 30 ຫາ 50 ຈອກຕໍ່ວັນ. ໃນນັ້ນ, ຂາຍຈອກ 30.000ກີບ ແລະ ສ້າງລາຍຮັບຈາກການຂາຍກາເຟ 1,5 ລ້ານກີບຕໍ່ວັນ. ຂະນະທີ່ປີໜຶ່ງ ມີຮັບກວ່າ 547 ລ້ານກີບ. ຫລັງຫັກຄ່າຕົ້ນທຶນອອກ ກໍຍັງກຳໄລປະມານ 200 ລ້ານກີບຕໍ່ປີ ໂດຍລູກຄ້າສ່ວນຫລາຍແມ່ນພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ນອກຈາກການປຸງແຕ່ງບໍລິການຂາຍພາຍໃນຮ້ານແລ້ວ ຍັງໄດ້ຜະລິດ ແລະ ຈຳໝ່າຍກາເຟຂົ້ວຄຸນນະພາບທີ່ປອດສານພິດໃຫ້ບັນດາສາຂາຕ່າງໆເຊັ່ນ:ໂຮມສະເຕຫ້ວຍຫູນເມືອງເລົ່າງາມ, ຮ້ານກາເຟຫລັກ 40, ໂຮງແຮມພູເທວະດາ ເມືອງປາກຊ່ອງ ແຂວງຈຳປາສັກ, ຮ້ານກາເຟຟາຍເດີແຟ, ສະໂລປາແຄມຂອງ, ເດີເບັສ ຄັອບເຟ ນະຄອນຫລວງວຽງຈັນ, ຮ້ານດາດ້າ ຄັອບເຟ ຫລວງພະບາງ ແລະ ເຂດສາມຫລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ປະມານ 2 ໂຕນຕໍ່ປີ, ຂາຍໃນລາຄາ 3,5 ແສນກີບ/ກິໂລ ແລະ ໃນປີໜຶ່ງສາມາດໄດ້ເງິນ 700 ລ້ານກີບ ເມື່ອຫັກຄ່າຕົ້ນທຶນອອກ ຍັງເຫລືອ 300 ລ້ານກີບຕໍ່ປີ. ແນວໃດກໍຕາມ,  ສະ ຫລຸບແລ້ວ ປີໜຶ່ງມີລາຍຮັບຈາກການແປຮູບເພີ່ມມູນຄ່າຂອງກາເຟດ້ວຍການປຸງແຕ່ງບໍລິການຂາຍໃນພາຍໃນຮ້ານ ແລະ ຂາຍສົ່ງກາເຟຂົ້ວ, ຂາຍກາເຟໝາກມີລາຍຮັບ 1,4 ຕື້ກີບ.

ແນວໃດກໍດີໃນໄລຍະຜ່ານມາ ໄດ້ເຂົ້າຮ່ວມປະກວດກາເຟລາວ (ໝາກຊ້ອມ) ໃນລະດັບປະເທດທີ່ສະມາຄົມແຂວງຈຳປາສັກ, ໃນປີ 2022 ໄດ້ຮັບລາງວັນທີ 2 ແລະ ປີ 2023 ໄດ້ຮັບລາງທີ 3. ຂະນະທີ່ປັດຈຸບັນໄດ້ອົງການປົກ ຄອງເມືອງກໍຄືຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ສະເໜີຮັບຮອງເອົາຜະລິດຕະພັນກາເຟຄຸນນະພາບປອດສານພິດຊາດອກ, ຊາເປືອກຂອງກຸ່ມຜະລິດບ້ານນ້ຳແບ່ງ ແລະ ປະກາດເປັນສິນຄ້າໂອດັອບ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງ. ພິເສດປີ 2025 ໄດ້ສົ່ງຜະລິດຕະພັນກາເຟແກ່ນມະນີສົດ ໃຫ້ໂຮງແຮມພູເທວະດາ ເມືອງປາກຊ່ອງ ແຂວງຈຳປາສັກ 30 ໂລ ເປັນຕົວແທນເຂົ້າຮ່ວມງານກາເຟໂລກຕື່ມອີກ.ຈາກລາຍຮັບກ່າວຂັ້ນເທິງນັ້ນ ໄດ້ເຮັດໃຫ້ຄອບຄົວຂອງ ທ່ານ ນາງ ຕິ໋ມ ແກ່ນມະນີສົດ ໄດ້ກາຍເປັນຄອບຄົວ  ພັດທະນາ ແລະ ມີທຶນໝູນວຽນຈໍານວນໜຶ່ງເຂົ້າໃສ່ໃນການຜະລິກາເຟ, ມີເງິນສະສົມພັດທະນາຄອບຄົວ, ຊື້ພາຫານະຂົນສົ່ງ 2 ຄັນ, ສ້າງເຮືອນຢູ່ຖາວອນ, ສ້າງຮ້ານກາເຟ, ໂຮງຂົ້ວກາເຟ 2 ເຄື່ອງ, ເຄື່ອງຈັກຊົງກາເຟ, ຈັກບົດ 3 ເຄື່ອງ, ມີເງິນສົ່ງເສີມໃຫ້ລູກຫລານໄດ້ສຶກສາຮໍ່າຮຽນ ແລະ ປະກອບສ່ວນຊ່ວຍເຫລືອສັງຄົມ.

(ແຫລ່ງຂ່າວຈາກໜັງສືພິມສາລະວັນ).

KPL