ກອງປະຊຸມຫຸ້ນສ່ວນທົ່ວໂລກ FORLAND 2026 ໄດ້ເປີດຂຶ້ນຢ່າງຍິ່ງໃຫຍ່
![]()
ອຸດສາຫະກໍາລົດເພື່ອການຄ້າໂລກກ້າວສູ່ຍຸກສະໄຫມສີຂຽວ
ຕະຫລາດລົດການຄ້າໂລກກໍາລັງມີການປ່ຽນແປງຄັ້ງໃຫຍ່ ກ້າວສູ່ການເປັນເຕັກໂນໂລຊີຂົນສົ່ງທີ່ມີການປ່ອຍກາກບອນຕໍ່າ ແລະ ອັດສະລິຍະ. ອີງຕາມຂໍ້ມູນຈາກສະມາຄົມອຸດສາຫະກໍາລົດຍົນຈີນ (CAAM), ການສົ່ງອອກລົດເພື່ອການຄ້າຂອງຈີນຕິດໜຶ່ງໃນອັນດັບສູງສຸດຂອງໂລກຕິດຕໍ່ກັນເປັນເວລາຫ້າປີ ແລະ ລົດທີ່ນຳໃຊ້ເພື່ອການຄ້າທີ່ໃຊ້ພະລັງງານໃໝ່ ໃນປັດຈຸບັນມີສ່ວນແບ່ງໃນຕະຫລາດໂລກຫຼາຍກວ່າ 18% ໃນປີ 2025.
ທ່າມກາງການປ່ຽນແປງຂອງອຸດສາຫະກໍາລົດ, ບັນດາບໍລິສັດຜະລິດລົດຈີນໄດ້ເລັ່ງຍຸດທະສາດສາກົນຂອງຕົນ ແລະ FORLAND ກໍຢືນຢູ່ໃນແຖວຫນ້າຂອງຄວາມພະຍາຍາມຄັ້ງນີ້.
26 ປີ ແຫ່ງການເຕີບໃຫຍ່: ຈາກ “ຜະລິດໃນຈີນ” ສູ່ “ຜະລິດເພື່ອໂລກ”
ຈາກ 26 ປີແຫ່ງການພັດທະນາ, FORLAND ໄດ້ກາຍເປັນຍີ່ຫໍ້ທີ່ໄວ້ວາງໃຈໄດ້ຂອງໂລກ, ໃຫ້ບໍລິການຜູ້ໃຊ້ງານໄດ້ຫລາຍກວ່າ 6.8 ລ້ານຄົນໃນທົ່ວໂລກ. ສ້າງຕັ້ງຂຶ້ນໃນປີ 1996, FORLAND ກາຍເປັນຍີ່ຫໍ້ທີ່ຂາຍດີທີ່ສຸດໃນປະເທດຈີນໄດ້ຢ່າງໄວວາ. ໃນປີ 2008, ບໍລິສັດໄດ້ກ້າວເຂົ້າສູ່ຕະຫລາດລົດຕ່າງປະເທດເປັນຄັ້ງທໍາອິດ, ນໍາເອົາການຜະລິດລົດຂອງຈີນສູ່ຕະຫລາດໂລກ. ປະຈຸບັນ, FORLAND ເປັນຜູ້ໃຫ້ບໍລິການລົດຫລາກຫລາຍປະເພດ ທັງລົດໄຟຟ້າ, ລົດໄຮບຣິດ ແລະ ລົດທີ່ໃຊ້ພະລັງງານໄຮໂດຣເຈນ ເປັນການຫັນປ່ຽນຈາກເຕີບໃຫຍ່ທີ່ເນັ້ນປະລິມານ ສູ່ການເຕີບໃຫຍ່ ທີ່ຂັບເຄື່ອນດ້ວຍນະວັດຕະກໍາ.
ໃນປີ 2024, FORLAND ໄດ້ສ້າງຕັ້ງພະແນກທຸລະກິດທົ່ວໂລກ ເປັນສ່ວນໜຶ່ງຂອງຍຸດທະສາດຕ່າງປະເທດທີ່ສຳຄັນ, ເລັ່ງການຫັນປ່ຽນຕົນເອງຈາກຜູ້ສົ່ງອອກລົດ ສູ່ການເປັນຜູ້ດໍາເນີນທຸລະກິດລະດັບໂລກ.
ຂັບເຄື່ອນການເຕີບໂຕທົ່ວໂລກ ດ້ວຍເຕັກໂນໂລຢີ ແລະ ຄວາມໜ້າເຊື່ອຖືໃນຍີ່ຫໍ້
ໃນປັດຈຸບັນ FORLAND ໄດ້ໃຫ້ບໍລິການລົດໃຊ້ເພື່ອການຄ້າແບບຄົບຊຸດ ໃນນີ້ ລວມທັງລົດຕູ້ ລົດບັນທຸກຂະໜາດນ້ອຍ, ລົດບັນທຸກຂະໜາດກາງ, ແລະ ພາຫະນະເພື່ອການກໍ່ສ້າງ — ທີ່ຖືກອອກແບບໂດຍສະເພາະເພື່ອຕອບສະຫນອງຄວາມຕ້ອງການດ້ານການຂົນສົ່ງທີ່ຫລາກຫລາຍ.
ບໍລິສັດຍັງລົງທຶນຢ່າງຫລວງຫລາຍໃສ່ເຕັກໂນໂລຢີພະລັງງານໃຫມ່, ການຂັບຂີ່ແບບໄຮ້ຄົນຂັບ ແລະ ການຂົນສົ່ງຜ່ານໂດຣນ (ຍານພາຫະນະບໍ່ມີຄົນຂັບ), ພ້ອມທັງສ້າງລະບົບສະໜອງທົ່ວໂລກ ແລະ ລະບົບການຕະຫລາດດິຈິຕອນ ເພື່ອຂະຫຍາຍບົດບາດໃນຕະຫລາດສາກົນ.
![]()
ເດີນຕາມແຜນຍຸດທະສາດຂອງບໍລິສັດ:
2025–2027: ສ້າງຄວາມເຂັ້ມແຂງໃຫ້ກັບວຽກງານວິໄຈ ແລະ ການພັດທະນາ ລວມທັງບໍລິສັດທ້ອງຖິ່ນຢູ່ຕ່າງປະເທດ.
2028–2030: ພັດທະນາຕົນເອງໃຫ້ເປັນຍີ່ຫໍ້ລົດເພື່ອການຄ້າຂະໜາດເບົາຊັ້ນນໍາຂອງໂລກ, ໃຫ້ບໍລິການລູກຄ້າໃນຫລາຍກວ່າ 150 ປະເທດ ແລະ ພາກພື້ນ, ມີຜູ້ຊົມໃຊ້ທົ່ວໂລກເພີ່ມຂຶ້ນ 10 ລ້ານຄົນ, ແລະ ສ້າງລາຍໄດ້ 40 ຕື້ຢວນຕໍ່ປີ.
ເພື່ອປະຕິບັດຕາມວິໄສທັດດັ່ງກ່າວ, FORLAND ໄດ້ສ້າງຄໍາຂວັນຍີ່ຫໍ້ໃຫມ່ — “Forland, For You!” (ຟໍແລນ, ເພື່ອທ່ານ!), ສະທ້ອນໃຫ້ເຫັນຄຸນຄ່າຫລັກຫ້າປະການ: ໄວ (Fast), ຕະຫຼອດການ (Forever), ດີເລີດ (Fantastic), ອິດສະຫຼະ (Freedom), ແລະ ອະນາຄົດ (Future). ຫຼັກການເຫລົ່ານີ້ ເນັ້ນໃຫ້ເຫັນຄວາມມຸ່ງຫວັງຂອງຍີ່ຫໍ້ ທີ່ຢາກພັດທະນາເລື່ອງຄວາມວ່ອງໄວ, ຄວາມໜ້າເຊື່ອຖື, ຄຸນນະພາບ, ງ່າຍຕໍ່ການນໍາໃຊ້, ແລະ ນະວັດຕະກໍາ.
ຍຸດທະສາດ 3ຂັ້ນຕອນກ້າວສູ່ລະດັບໂລກ
ໃນກອງປະຊຸມ, ທ່ານ ຕົ້ງ ຢອງເຊິ່ງ (Dong Yongsheng), ຜູ້ຈັດການທົ່ວໄປ ພະແນກສາກົນ FORLAND, ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດຢູ່ຕະຫລາດໂລກຂອງບໍລິສັດ ແລະ ອະທິບາຍແຜນຍຸດທະສາດ “3 ຂັ້ນຕອນ ກ້າວສູ່ລະດັບໂລກ” ຂອງບໍລິສັດ:
ພື້ນຖານ: ສ້າງພື້ນຖານການຄ້າທີ່ເຂັ້ມແຂງ ຜ່ານການສົ່ງອອກຍານພາຫະນະ ແລະ ຊິ້ນສ່ວນ (CKD).
ຫັນເປັນທ້ອງຖິ່ນ: ສະຫນັບສະຫນູນການຜະລິດ ແລະ ການຕະຫລາດທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບການດໍາເນີນທຸລະກິດໃນພາກພື້ນ.
ລົງເລິກການເຊື່ອມໂຍງ: ສ້າງລະບົບວິໄຈ-ພັດທະນາ, ບໍລິການ, ການເງິນ, ແລະ ການຜະລິດທ້ອງຖິ່ນ ເພື່ອສ້າງລະບົບນິເວດຕ່າງປະເທດທີ່ສົມບູນ.
ເພື່ອສະໜັບສະໜູນຍຸດທະສາດນີ້, FORLAND ວາງແຜນທີ່ຈະເພີ່ມຈຳນວນຜະລິດຕະພັນຂອງຕົນ, ສົ່ງເສີມການວິໄຈ ແລະ ພັດທະນາ ກ່ຽວກັບ ລົດບັນທຸກໜັກ, ການຂັບຂີ່ແບບບໍ່ມີຄົນຂັບ ແລະ ການຂົນສົ່ງອັດສະລິຍະ, ລວມທັງ ສົ່ງເສີມການຮ່ວມມືໃນລະບົບສະໜອງທົ່ວໂລກຂອງຕົນ — ສົ່ງເສີມການເຕີບໃຫຍ່ຮ່ວມກັນກັບຄູ່ຮ່ວມງານທົ່ວໂລກ.
ຜະລິດຕະພັນໃຫມ່ ແລະ ການຮ່ວມມືທົ່ວໂລກ
ໃນລະຫວ່າງກອງປະຊຸມ, FORLAND ໄດ້ເປີດຕົວຜະລິດຕະພັນໃຫມ່ສອງລາຍການສໍາລັບຕະຫລາດໂລກ — ລົດບັນທຸກເກຍອໍໂຕ L7 ແລະ ລຸ້ນ U7 ຊີຣີ້ — ແລະ ນຳສະເໜີເຕັກໂນໂລຢີການຂັບຂີ່ແບບອິສະລະຫລ້າສຸດຂອງຕົນ.
![]()
L7, ທີ່ພັດທະນາຂຶ້ນຈາກການວິເຄາະຂໍ້ມູນເສັ້ນທາງໃນທົ່ວໂລກຫຼາຍລ້ານກິໂລແມັດ, ໄດ້ຮັບການປັບປຸງໃນ 7 ມິຕິ — ຄວາມອັດສະລິຍະ, ຄວາມແຮງ, ຄວາມປອດໄພ, ຄວາມປະຢັດນໍ້າມັນ, ຄວາມສະດວກສະບາຍ, ຄວາມສາມາດໃນການບັນທຸກ, ແລະ ການບໍລິການ — ສະໜອງທາງເລືອກດ້ານການຂົນສົ່ງທີ່ດີກວ່າສຳລັບຜູ້ປະກອບການການຂົນສົ່ງທົ່ວໂລກ.
U7 ຊີຣີ້, ທີ່ພັດທະນາບົນພື້ນຖານຄັນຊີສະເກັດບອດທີ່ລ້ຳຫນ້າ, ແມ່ນລົດຕູ້ຮຸ່ນທໍາອິດຂອງວົງການ ເພື່ອນຳໃຊ້ເຕັກໂນໂລຢີ VICU, ລວມລະບົບການຈັດການພະລັງງານ ແລະ ຄວາມຮ້ອນ ເຂົ້າກັນເພື່ອໃຫ້ປະຢັດພະລັງງານ ແລະ ຄວາມຄ່ອງໂຕທີ່ດີກວ່າເກົ່າ.
FORLAND ຍັງໄດ້ປະກາດຍຸດທະສາດພະລັງງານໃຫມ່ຂອງຕົນ ແລະ ຍ້ອງຍໍຕົວແທນຈໍາຫນ່າຍຕ່າງປະເທດ ສໍາລັບຜົນງານການປະກອບສ່ວນທີ່ດີເດັ່ນຂອງເຂົາເຈົ້າ.
![]()
ຮ່ວມກັນສ້າງອະນາຄົດທີ່ຍືນຍົງ ແລະ ສີຂຽວກວ່າເກົ່າ
ຈາກ “ຜະລິດໃນຈີນ” ສູ່ “ການສ້າງຮ່ວມກັບໂລກ,” FORLAND ກໍາລັງຮ່ວມມືກັບຄູ່ຮ່ວມງານທົ່ວໂລກ ເພື່ອສ້າງລະບົບນິເວດການຂົນສົ່ງທີ່ສະອາດ, ອັດສະລິຍະ, ແລະ ເຊື່ອມໂຍງກວ່າເກົ່າ.
ດ້ວຍປະສົບການເກືອບສາມທົດສະວັດ ແລະ ວິໄສທັດສູ່ອະນາຄົດ, FORLAND ຍັງຄົງມຸ່ງຫມັ້ນທີ່ຈະສົ່ງເສີມການຂົນສົ່ງສີຂຽວ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານຂອງຕົນ, ແລະ ຂັບເຄື່ອນການເຕີບໂຕທົ່ວໂລກທີ່ຍືນຍົງ — ນໍາເອົານະວັດຕະກຳ ແລະ ການຮ່ວມມືໄປສູ່ທຸກແຈມຸມຂອງໂລກ.
![]()
