ການເປີດປະຕູ ສູ່ພາຍນອກຂອງຈີນຈະມອບໂອກາດດີຕໍ່ໂລກມີຫຍັງ?

14/11/2025 11:20
Email Print 83
KPL - Asean 2024 ຂປລ. “ຍຶດ​ໝັ້ນ​ການ​ເປີດປະ​ຕູ​ສູ່​ພາຍນອກ, ການ​ຮ່ວມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ຂອງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ” ນີ້ແມ່ນໜຶ່ງໃນຫລາຍຈຸດສໍາຄັນ

ຂປລ. ຍຶດ​ໝັ້ນ​ການ​ເປີດປະ​ຕູ​ສູ່​ພາຍນອກ, ການ​ຮ່ວມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ຂອງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ” ນີ້ແມ່ນໜຶ່ງໃນຫລາຍຈຸດສໍາຄັນ “ຂໍ້ສະເໜີ” ກ່ຽວ​ກັບແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ​ຄັ້ງ​ທີ 15 (ປີ 2026-2030) ທີ່ໄດ້ຮັບຄວາມສົນໃຈ ແລະ ຕີລາຄາຢ່າງໃກ້ຊິດຈາກທົ່ວໂລກ ພາຍຫລັງກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 4 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ຈັດ​ຂຶ້ນ ລະ​ຫວ່າງວັນ​ທີ 20-23 ຕຸ​ລາ 2025 ຜ່ານມາ ​ຢູ່​ນະ​ຄອນຫລວງ​ປັກ​ກິ່ງ.

ຈຸດສໍາຄັນທີ່ວ່ານັ້ນແມ່ນນອນໃນ“ຂໍ້ສະເໜີ” ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 (ປີ 2026-2030) ຕໍ່ກອງປະຊຸມດັ່ງກ່າວ ຊຶ່ງໄດ້ສະເໜີ ແລະ ຍົກໃຫ້ເຫັນເນື້ອໃນຈິດໃຈສໍາຄັນທີ່ມີລັກສະນະຄວບຄຸມຮອບດ້ານວ່າ:  ການ​​ເປີດກວ້າງ​ການເປີດ​ປະ​ຕູ​ສູ່​ພາຍນອກ​ ດ້​າ​ນ​ລະ​ບຽບ​ການ​ຢ່າງ​ໝັ້ນ​ທ່ຽງ, ປົກ​ປ້ອງ​ລະ​ບົບ​ການ​ຄ້າຫລາຍ​ຝ່າຍ, ເປີດກວ້າງ​ຮອບ​ໝູນ​ວຽນ​ເສດ​ຖະ​ກິດສາ​ກົນ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ການ​ພັດ​ທະ​ນາ​ດ້ວຍ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ຊົມ​ໃຊ້​ໂອກ​າດຮ່ວມ​ກັນ ແລະ ພັດ​ທະ​ນາ​ຮ່ວມ​ກັນ​ກັບ​ບັນ​ດາ​ປະ​ເທດຕ່າງໆ​ໃນ​ໂລກ. ຕັ້ງ​ໜ້າ​ເປີດກວ້າງ​ການເປີດ​ປະ​ຕູ​ ສູ່​ພາຍນອກ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ; ເຊື່ອມ​ຕໍ່​ກັບ​ລະ​ບຽບ​ການ​ດ້ານເສດ​ຖະ​ກິດ​ການ​ຄ້າ​ສາ​ກົນທີ່​ມີ​ມາດ​ຕະ​ຖານ​ສູງ​​​, ເປີດກວ້າງ​ການ​ອະ​ນຸ​ຍາດ​ເຂົ້າ​ເຖິງຕະຫລາດ ແລະ ຂົງ​ເຂດ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ຖື​ເອົາ​ອຸ​ດ​ສາ​​ຫ​ະ​ກຳ​ການ​ບໍ​ລິ​ການ​ເປັນ​ຈຸດ​ສຸມ, ເປີດກວ້າງ​ຂົງ​ເຂດ ແລະ ເຂດ​ແຄວ້ນ​​ສູ່​ພາຍນອກ​ພຽງ​ຝ່າຍ​ດຽວ. ເລັ່​ງ​ລັດ​ຊຸກ​ຍູ້​ຂະ​ບວນ​ການ​ບັນ​ລຸ​ສັນ​ຍາ​ວ່າ​ດ້ວຍ​ການ​ຄ້າ​,ການ​ລົງ​ທຶນ​ຂອງ​ເຂດ​ແຄວ້ນ ແລະ ສອງ​ຝ່າຍ, ຂະ​ຫຍາຍ​ເຄືອ​ຂ່າຍ​ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ມາດ​ຕະ​ຖານ​ສູງ. ປັບ​ປຸງ​ການ​ຈັດ​ວາງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ເຂດ​ແຄວ້ນ, ​ສ້າງ​ສູນ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີຄວາມ​ຫລາກຫລາຍ​ຮູບ​ແບບ. ປະ​ຕິ​ບັດ​ຍຸດ​ທະ​ສາດ​ຍົກ​ລະ​ດັບ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ, ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫລຳ​ຕາມ​ມາດ​ຕະ​ຖານ​ສູງ. ວາງ​ແຜນ​ລວມ​ສ້າງ​ເວ​ທີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຕ່າງໆ ໃນ​​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ຄ້າ​ການ​ບໍ​ລິກ​ານ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ແລະ ​ອື່ນໆ. ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ສາ​ກົນ​ຂອງ​ເງິນຢວນ​ຈີນ, ຍົກ​ສູງ​ລະ​ດັບ​ການຄຸ້ມ​ຄອງ ແລະ ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ໂຄງ​ການ​ທຶນ​ຮອນ, ສ້າງ​ລະ​ບົບ​ຊຳ​ລະ​ຂ້າມ​ຊາດ​ດ້ວຍ​ເງິນຢວນ​ຈີນ​ທີ່​ເປັນ​ເຈົ້າ​ຕົນ​ເອງ ແລະ ສາ​ມາດ​ຄວບ​ຄຸມ​ໄດ້. ຊຸກ​ຍູ້​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ ແລະ ການ​ທະ​ນາ​ຄານ​ທົ່ວ​ໂລກ, ຊຸກ​ຍູ້​ການ​ສ້າງ ແລະ ປົກ​ປັກ​ຮັກ​ສາ​ລະ​ບ​ຽບ​ການ​ດ້ານເສດ​ຖະ​ກິດ​ສາ​ກົນ​ທີ່​ຍຸ​ຕິ​ທໍ​າ, ມີ​ຄວາມ​ເປັນ​ທຳ, ເປີດ​ປະ​ຕູ​ສູ່​ພາຍ​ນອກ, ກວມ​ລວມ, ຮ່ວມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ມີ​ການ​ປະ​ດິດ​ສ້າງ​ໃໝ່ດ້ານການ​ຄ້າ: ຊຸກ​ຍູ້​​ການ​ຄ້າ​​ກັບຕ່າງ​ປະ​ເທດ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ພາບ, ເລັ່ງ​ລັດ​ກໍ່​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ຄ້າ. ຊຸກ​ຍູ້​ຄວາມຫລາກຫລາຍ​ໃນ​ຕະຫລາດ ແລະ ຊຸກ​ຍູ້​ໃຫ້​ການ​ຄ້າ​ພາຍ​ໃນ​ກັບ​ການ​ຄ້າ​​ຕ່າງ​ປະ​ເທດ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ, ປັບ​ປຸງ ແລະ ຍົກ​ລະ​ດັບ​ການ​ຄ້າທີ່ເປັນ​ສິ​ນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້, ເປີດກວ້າງ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກ່ອນ​ສຳ​ເລັດ​ຮູບ ແລະ ການ​ຄ້າ​ສີ​ຂຽວ, ຊຸກ​ຍູ້​ໃຫ້​ການ​ນຳ​ເຂົ້າ​-​ການ​ສົ່ງ​ອອກ​ພັດ​ທະ​ນາ​ຢ່າງ​ດຸນ​ດ່​ຽງ. ອອກ​ແຮງ​ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການ, ສົ່ງ​ເສີມ​ການ​ສົ່ງ​ອອກ​ການ​ບໍ​ລິ​ການ, ບູ​ລະ​ນະ​ລະ​ບ​ຽບ​ການ​ຄຸ້ມ​ຄອງ​ບັນ​ຊີ​​ທາງ​​ລົບ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ​ຂ້າມ​ຊາດໃຫ້​ສົມ​ບູນ, ຍົກ​ສູງ​ລະ​ດັບ​ການ​ຫັ​ນ​ເປັນ​ມາດ​ຕະ​ຖານ​ຂອງ​ການ​ຄ້າ​ການ​ບໍ​ລິ​ການ. ພັດ​ທະ​ນາ​ການ​ຄ້າ​ດີ​ຈິຕອນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເປີດກວ້າງ​​ປະ​ຕູ​ສູ່​ພາຍນອກ​ຂອງ​ຂົງ​ເຂດ​ດີ​ຈິ​ຕອນ​ຢ່າງ​ເປັນ​ລະ​ບຽບ​ແບບ​ແຜນ. ຍົກ​ສູງ​ບົດ​ບາດ​ຂອງ​ເວ​ທີ​ສົ່ງ​ເສີມ​ການ​ຄ້າ, ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ທຸ​ລະ​ກິດ​ເອ​ເລັກ​ໂຕ​ຣ​ນິກ​ຂ້າ​ມ​ຊາດ ແລະ ຮູບ​ແບບ​ໃໝ່ ແລະ ຂະ​ແໜງ​ການ​ໃໝ່​ອື່ນໆ. ບູ​ລະ​ນະ​ກົນ​ໄກ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ ການກວດ​ກາ​ຄວາມ​ປອດ​ໄພໃຫ້​ສົມ​ບູນ​ຂຶ້ນ.

ເປີດກວ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ດ້າ​ນ​ການ​ລົງ​ທຶນ​ຕໍ່​ກັນ: ​ເສີມສ້າງ​ທ່າ​ແຮງ​ໃໝ່​ທີ່​ດຶງ​ດູດ​ການ​ລົງ​ທຶນຈາກ​ຕ່າງ​ປະ​ເທດ, ປະ​ຕິ​ບັດ “​ທັງອະ​ນຸຍ​າດ​ໃຫ້​ເຂົ້າ ​ທັງອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ທຸ​ລະ​ກິດ”, ຫລຸດ​ບັນ​ຊີ​​ທາງ​​ລົບ​ໃນ​ການ​ອະ​ນຸ​​ມັດໃຫ້​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ເຖິງ​ຕະຫລາດ, ຊຸກ​ຍູ້​ໃຫ້​ທຶນ​ຕ່າງ​ປະ​ເທດ​​ທີ່​ຢູ່ພາຍ​ໃນ​ປະ​ເທດ​ຈີນ​ດຳ​ເນີນ​ການ​ລົງ​ທຶນຕື່ມ​ອີກ. ບູ​ລະ​ນະ​ລະ​ບົບ​ການ​ບໍ​ລິ​ການ ແລະ ຮັບ​ປະ​ກັນ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ໃຫ້​ສົມ​ບູນ, ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບລະ​ຫວ່າງພົນ​ລະ​ເມືອງ​​ຈີນ​ກັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ​ຊຸກ​ຍູ້​ໃຫ້​ຂໍ້​ມູນ​ເຄື່ອນ​ໄຫວ​ຂ້າມ​ຊາດຢ່າງ​ມີ​ປ​ະ​ສິດ​ທິ​ພາບ​ສູງ, ສະ​ດວກ ແລະ ປອດ​ໄພ, ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ລະ​ບຽບ​ການ​ທີ່​ໂປ່ງ​ໃສ, ໝັ້ນ​ທ່ຽງ ແລະ ສາ​ມາດ​ຄາດ​ຄະ​ເນ​ໄດ້. ປະ​ຕິ​ບັດ​ການ​ຄຸ້ມ​ຄອງ​ຕໍ່​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບູ​ລະ​ນະ​ລະ​ບົບ​ການ​ບໍ​ລິ​ການ​ສັງ​ລວມ​ຢູ່​ຕ່າງ​ປະ​ເທດ​ໃຫ້​ສົມ​ບູນ, ຊຸກ​ຍູ້​ໃຫ້​ການ​ຄ້າ ແລະ ການ​ລົງ​ທຶນ​ເຊື່ອມ​ໂຍ​ງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ນຳ​ພາຕ່ອງ​ໂສ້​ອຸດ​ສາ​ຫະກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​​ໃຫ້​ຈັດ​ວາງ​ຂ້າມ​ຊາດ​ຢ່າງ​ເປັ​ນ​ລະ​ບ​ຽບ​ແບບ​ແຜນ.

ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ: ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ດ້ານ​ຍຸດ​ທະ​ສາດ​ກັບ​ບັນດາປະ​ເທດຄູ່ຮ່ວມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ການ​ວາງ​ແຜນ​ກ່ຽວ​ກັບ​ການ​ຮ່ວມ​ມື. ລົງ​ເລິກ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ເຊື່ອມ​ຈອດ​ກັນ​ດ້ານ​ລະ​ບຽບ​ການ ແລະ ມາດ​ຕະ​ຖານ, ບັນ​ລຸ​ການ​ເຊື່ອມສານ​ຈິດ​ໃຈ​ປະ​ຊາ​ຊົນ​​ກັບບັນ​​ດາປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ບູ​ລະ​ນະ​ການ​ຈັດ​ວາງ​ເຄືອ​ຂ່າຍ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຢ່າງ​ຮອບ​ດ້ານ​ໃຫ້​ສົມ​ບູ​ນ, ວາງ​ແຜນ​ລວມ​ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ​ໂຄງ​ການ​ທີ່​ເປັນ​ສັນ​ລະ​ຍັກ  ແລະ ໂຄງ​ການ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່ “ນ້ອຍ ແລະ ງາມ”. ຍົກ​ສູງ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ຂະ​ບວນ​​ລົດ​ໄຟ​ຈີນ-ເອີ​ຣົບ, ຈີນ-ອາ​ຊີ. ​ເລັ່ງ​​ສ້າງ​ແລວ​ທາງໃໝ່​ທາງ​ບົກ​ ແລະ ​ທາງ​ທະ​ເລ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ. ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ກັບ​​ສະ​ພາບ​ຕົວ​ຈິງ​ໃນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ອຸດ​ສາ​ຫະ​ກຳ ແລະ ວັດ​ທະ​ນະ​ທຳ, ເປີດກວ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ໃນ​ດ້ານ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ, ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ດີ​ຈິ​ຕອນ, ສຸ​ຂະ​ພາບ​ ແລະ ​ສາ​ທາ​ລະ​ນະ​ສຸກ, ການ​ທ່ອງ​ທ່ຽວ, ກະ​ສິ​ກຳ ແລະ ຂົ​ງ​ເຂດ​ອື່ນໆ. ບູ​ລະ​ນະ​ລະ​ບົບ​ການ​ລົງ​ທຶນ ແລະ ການລ​ະ​ດົມ​ທຶນ​ທີ່​ມີ​ຄວາມຫລາກຫລາຍ, ມີ​ຄວາມ​ຍືນ​ຍົງ ແລະ ສາ​ມາດ​ຄວບ​ຄຸມ​ຄວາມ​ສ່ຽງ​. ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຢູ່​ຕ່າງ​ປະ​ເທດ.

 

ຕໍ່ຂໍ້ສະເໜີກ່ຽວກັບ​ການ​ເປີດກວ້າງການເປີດ​ປະ​ຕູ​ ສູ່​ພາຍນອກ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງນັ້ນ, ບັນດານັກວິເຄາະ ໄດ້ສະທ້ອນທັດສະນະ ແລະ ບາງຄໍາເຫັນທີ່ໜ້າສົນໃຈວ່າ: ພັກກອມມູນິດຈີນພາຍໃຕ້ການນໍາພາອັນສະຫລາດສ່​ອງໃສ ແລະ ປີຊາສາມາດຂອງ ສະ​ຫາຍ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ, ປະທານປະເທດຈີນກໍາລັງເພີ່ມຄວາມເຂັ້ມຂຸ້ນຍົກລະດັບພະລັງ ມະຫາສາມັກຄີ ແລະ ຈິດໃຈຄວາມຮັກຊາດ, ຮັກພັດທະນາ, ປັບປຸງໂຄງສ້າງພາຍໃນຢ່າງເປັນລະບົບຮອບດ້ານເພື່ອຮອງຮັບຄວາມທ້າທາຍພາຍໃນ ແລະ ພາຍນອກເຊັ່ນ: ການບຸກທະລຸຜ່ານຜ່າເສດຖະກິດຫຍຸ້ງຍາກໄດ້ຮັບ​ຜົນກະທົບຈາກພາຍນອກ, ຂໍ້ຈໍາກັດດ້ານເຕັກໂນໂລຊີພາຍໃຕ້ຄວາມກົດດັນ ແລະ ການຮີບຮັດຈາກບາງຊາດຕາເວັນຕົກ, ການເລັ່ງລັດການພັດທະນາໄປສູ່ຄຸນນະພາບໃໝ່, ການພັດທະນາສີຂຽວຍືນຍົງ, ສ້າງຄູ່ຮ່ວມມືທີ່ ໝັ້ນຄົງກັບວົງຄະນະຍາດສາກົນ ແລະ ອື່ນໆ ຊຶ່ງລ້ວນແຕ່ແມ່ນມີຜົນຕໍ່ການສ້າງແຮງຂັບເຄື່ອນ ແລະ ໂອກາດໃໝ່ໃຫ້ກັບເສດຖະກິດໂລກ ໃນຖານະທີ່ຈີນໄດ້ກ້າວຂຶ້ນມາມີຂະໜາດເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກ. ໃນປັດຈຸບັນ ເນື່ອງຈາກນະໂຍບາຍເນັ້ນ “ຄຸນນະພາບຫລາຍກວ່າປະລິມານ” ຂອງການເຕີບໂຕ ໂດຍການປ່ຽນຜ່ານສູ່ “ຜະລິດຕະພັນຄຸນນະພາບສູງ”,ອີກທັງດ້ວຍ ກຳລັງຊື້ ແລະ ຂະໜາດໃຫຍ່ຂອງຕະຫລາດຈີນຍ່ອມຈະສ້າງໂອກາດດີສຸດຕໍ່ກັບການຄ້າ, ການລົງທຶນ ແລະ ຕະຫລາດ ໃຫ້ກັບປະເທດຕ່າງໆທົ່ວໂລກ, ຍິ່ງຈີນຈະມີການເປີດປະເທດລະດັບສູງກໍຍ່ອມສະທ້ອນໃຫ້ເຫັນວ່າອາດມີຊ່ອງທາງການຮ່ວມລົງທຶນ ແລະ ການຄ້າໃໝ່ໆເກີດຂຶ້ນ ຈາກການທີ່ຈີນຈະເພີ່ມໂອກາດໃຫ້ບໍລິສັດຕ່າງປະເທດເຂົ້າມາລົງທຶນ ແລະ ຄ້າຂາຍກັບຈີນໄດ້ຫລາຍຂຶ້ນກວ່າເກົ່າຢ່າງບໍ່ເຄີຍເຫັນມາກ່ອນ. 

ສໍາລັບຜົນຕໍ່ ອາຊຽນ ແລະ ຊາດອື່ນໆໃນໂລກຈາກຂໍ້ສະເໜີແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ປີ (2026-2030) ໃນແງ່ບວກຍ່ອມໝາຍຄວາມວ່າໂອກາດທາງການຄ້າ, ການລົງທຶນ, ເຕັກໂນໂລຊີ, ການທ່ອງທ່ຽວ, ການສຶກສາ, ການເຊື່ອມໂຍງ ເຊື່ອມຈອດພື້ນຖານໂຄງລ່າງຄຸນນະພາບໃໝ່ຈາກການເປີດປະເທດ​ໃນລະດັບສູງຂອງຈີນ ໂດຍສະເພາະ ສປປ ລາວຈະໄດ້ຮັບຜົນປະໂຫຍດຮ່ວມກັນຈາກເສັ້ນທາງລົດໄຟລາວ-ຈີນພາຍໃຕ້ຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ ” ຈະກາຍເປັນ “ປະຕູຄໍາຄຸນນະພາບໃໝ່” ເຊັ່ນກັນທີ່ເຊື່ອມໂຍງລະຫວ່າງອາຊຽນ,ຈີນ ແລະ ເຂດຢູຣາເຊຍສອງທະວີບອາຊີ-ເອີຣົບ;  ເຄືອຂ່າຍຄົມມະນາຄົມຂົນສົ່ງທາງບົກ-ທາງອາກາດຂອງລາວກໍຈະໄດ້ຮັບການຍົກລະດັບດ້ວຍຄຸນນະພາບສູງຂຶ້ນຕາມລໍາດັບຄູ່ຂະໜານກັບປະເທດເພື່ອນບ້ານໃກ້ຄຽງ;  ລະບົບການຄ້າ-ການຊໍາລະສະສາງລະຫວ່າງປະເທດຈະ​ສະດວກສະບາຍກວ່າເກົ່າຜ່ານເຄື່ອງມືທັນສະໄໝ ແລະ ກ້າວໄປຫາການຫັນເປັນເສດຖະກິດດີຈິຕອນຮອບດ້ານ; ຈະໄດ້ຮັບໂອກາດການລົງທຶນທີ່ມີຄຸນນະພາບໃໝ່ຈາກຂະແໜງການຕ່າງໆເຊັ່ນ ພະລັງງານທາງເລືອກທີ່ເປັນມິດກັບສິ່ງແວດລ້ອມຈາກຈີນເພີ່ມຂຶ້ນ ເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ຮ່ວມກັນປະຕິບັດການພັດທະນາສີຂຽວຢ່າງຍືນຍົງ; ຜູ້ຜະລິດສິນຄ້າ ແລະ ຊາວກະສິກໍາຂອງລາວຈະໄດ້ຮັບການຊຸກຍູ້ໃຫ້ມີການແຂ່ງຂັນດ້ານການພັດທະນາສີມື, ຄຸນນະພາບການຜະລິດ ແລະ ສ້າງມາດຕະຖານທີ່ແນ່ນອນເພື່ອສົ່ງອອກຕະຫລາດຈີນ ລວມທັງຕະຫລາດຕ່າງປະເທດຫລາຍຂຶ້ນ; ຫລາຍແຂວງຫລາຍເມືອງທົ່ວປະເທດລາວ ຈະມີໜໍ່ແໜງການຜະລິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດໃຫຍ່ເກີດເປັນຂະບວນຟົດຟື້ນກວ້າງຂວາງ ຊຶ່ງຈະປະກອບສ່ວນສໍາຄັນເຂົ້າໃນພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຕັ້ງໜ້າ;  ນັກສຶກສາລາວຈະຫລັ່ງໄຫລເຂົ້າໄປສຶກສາຮໍ່າຮຽນໃນປະເທດຈີນຫລາຍຂຶ້ນເພື່ອແລກປ່ຽນ ແລະ ຄົ້ນຄວ້າເອົາບົດອັນຍອດຍິ່ງ ຂອງຈີນໃນດ້ານເຕັກໂນໂລຊີ, ການບໍລິຫານທຸລະກິດ, ກົດໝາຍ,ການຄ້າ, ການແພດ..; ຄົນລາວຈະໄດ້ຊົມໃຊ້ວັດຖຸສິ່ງຂອງ, ເຄື່ອງມືການຜະລິດ, ເຄື່ອງໃຊ້ໄຟຟ້າ, ພາຫະນະ ແລະ ອື່ນໆດ້ວຍຄຸນນະພາບໃໝ່.

ນັກວິເຄາະຍັງເວົ້າວ່າຕະຫລອດຫລາຍຊຸມປີຜ່ານມາ,ຈີນມີສ່ວນຮ່ວມສໍາຄັນທີ່ສຸດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາປະຊາຄົມໂລກຢ່າງຫລວງຫລາຍ ແລະ ມີລັກສະນະຂ້ອນ ຂ້າງເຮັດໄດ້ດີກວ່າບາງຊາດຕາເວັນຕົກ. ນອກຈາກນັ້ນ, ຈີນຍັງຍຶດໝັ້ນຖືເອົາການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ຕິດພັນກັບການສ້າງຄວາມສາມັກຄີຮັກແພງ, ສ້າງສັນຕິພາບ-ຄວາມສະຫງົບ, ແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຂອງມວນມະນຸດທົ່ວໂລກຜ່ານໂຄງການຕ່າງໆເຊັ່ນ: ບຸກເບີກເສັ້ນທາງສາຍໄໝທາງບົກ-ທາງທະເລໂດຍສະເພາະເຄືອຂ່າຍເສັ້ນທາງ ລົດໄຟເຊື່ອມຕໍ່ກັນລະຫວ່າງປະເທດຄວບຄຸມເກືອບທົ່ວໂລກ, ຂະຫຍາຍໂອກາດການຄ້າ ແລະ ການລົງທຶນຮ່ວມກັບຊາດອື່ນເພີ່ມຂຶ້ນຢ່າງກ້າວກະໂດດ, ແບ່ງປັນນໍ້າຈິດນໍ້າໃຈໃນການສະໜອງທຶນຊ່ວຍເຫລືອລ້າໃຫ້ປະເທດພວມພັດທະນາ ແລະ ດ້ອຍພັດທະນາຢ່າງຫລວງຫລາຍເພື່ອຫລຸດຜ່ອນຄວາມທຸກຍາກແຕກໂຕນກັນ, ໃຫ້ທຶນການສຶກສາ ແລະ ຝຶກອົບຮົມສ້າງບຸກຄະລາກອນເປັນຈໍານວນຫລາຍຕໍ່ບັນດາປະເທດຕ່າງໆທົ່ວໂລກ ແລະ ອື່ນໆ. ສະນັ້ນ, ຖ້າປຽບທຽບກັນລະຫວ່າງຈີນກັບບາງຊາດຕາເວັນຕົກເຫັນວ່າມີຄວາມແຕກຕ່າງກັນຫລາຍໃນດ້ານພຶດຕິກໍາ ເຊັ່ນ: ຈີນບໍ່ມັກສົງຄາມ, ບໍ່ມັກສ້າງຄວາມຂັດແຍ່ງກັນ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງປະເທດອື່ນ ແຕ່ຈີນຊໍ້າພັດເນັ້ນການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການພັດທະນາເພື່ອຄວາມຈະເລີ່ນຮຸ່ງເຮືອງ, ການຢູ່ດີກິນດີ,ສັນຕິພາບ ແລະ ຄວາມສະຫງົບສຸກໄປພ້ອມໆກັນທົ່ວໂລກ.   ຍ້ອນແນວນັ້ນ, ຈຶ່ງເຫັນວ່າບັນດາໂຄງການຕ່າງໆທີ່ຮ່ວມມືກັນລະຫວ່າງຈີນ-ອາຊຽນ ລວມທັງຊາດອື່ນໆຈຶ່ງເກີດດອກອອກຜົນສູງ ແລະ ຂະຫຍາຍຕົວຢ່າງໜ້າພາກພູມໃຈ.

ດັ່ງທີ່ຮູ້ນໍາກັນ, ເມື່ອທ້າຍເດືອນຕຸລາຜ່ານມ​ານີ້  ກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 28, ໂດຍເປັນເຈົ້າພາບ ຂອງປະເທດມາເລເຊຍ ໄດ້ຍົກໃຫ້ເຫັນວ່າການພົວພັນສະເພາະດ້ານການຄ້າລະຫວ່າງຈີນ ແລະ ອາຊຽນພຽງ 9 ເດືອນຂອງປີ 2025 ໄດ້ບັນລຸເຖິງ 785 ຕື້ໂດລາ, ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຂະຫຍາຍຕົວດັ່ງກ່າວ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການຜະລິດຮ່ວມໃນລະບົບຕ່ອງໂສ້ການສະໜອງທີ່ຕິດພັນກັນເທົ່ານັ້ນ, ແຕ່ຍັງລວມເຖິງສິນຄ້າເຮັດສຳເລັດຮູບຈາກຈີນ ທີ່ຖືກສົ່ງອອກໄປຍັງຜູ້ບໍລິໂພກໃນອາຊີຕາເວັນອອກສຽງໃຕ້ ແລະ ສະມາຊິກອາຊຽນສົ່ງອອກຕະຫລາດຈີນ​ຫລາຍຂຶ້ນອີກດ້ວຍ. ລະຫວ່າງກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ສປ ຈີນຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາເຂດການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ຊຶ່ງສັນຍາດັ່ງກ່າວ ໄດ້ກວມເອົາບັນດາຂົງເຂດການຮ່ວມມືດ້ານເສດຖະກິດທີ່ສໍາຄັນ ເປັນຕົ້ນແມ່ນ ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ການເຊື່ອມຈອດຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ອື່ນໆ.

 

ເຖິງແມ່ນວ່າ “ຂໍ້ສະເໜີ” ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ​ຄັ້ງທີ 15 ຂອງຈີນ (ປີ 2026-2030) ຫາກໍໄດ້ເຜີຍແຜ່ສູ່ສາຍຕາຊາວໂລກໃນເວລາບໍ່ເຖິງເດືອນກໍຕາມ ແຕ່ໃນຄວາມຈິງ​ຂໍ້​ສະ​ເໜີດັ່ງກ່າວໄດ້ສົ່ງສັນຍານບວກ ແລະ ເປັນຄວາມຫວັງອັນຍິ່ງໃຫຍ່ຕໍ່ຊາວໂລກຈະສໍາຜັດໄດ້ເຖິງການຟື້ນຕົວເສດຖະກິດຂອງໂລກ; ຈຸດຢືນຂອງຈີນໃນຄວາມພະຍາຍາມຈະນໍາພາໃຫ້​ຕ່ອງໂສ້ການຜະລິດ ແລະ ສະໜອງສິນຄ້າໃນຕະຫລາດໂລກສືບຕໍ່ໝູນໄປຢ່າງໝັ້ນທ່ຽງ, ການຍຶດຖືຫລັກໝັ້ນ ດ້ານຮັກສາສັນຕິພາບ ຄວາມຍຸຕິທໍາ ແລະ ການຄ້າ-ການຮ່ວມມືແບບຫລາຍຝ່າຍຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL