ໂຄງການບໍ່ເກືອກາລີ ສັນຍາລັກການຮ່ວມມື ດ້ານເສດຖະກິດ ລາວ-ຫວຽດນາມ
ຂປລ. ໃນໂອກາດທີ່ ທ່ານ ໂຮ່ ດຶກ ເຝິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ເປັນກຽດຮ່ວມເດີນທາງມາຮັບໃຊ້ຄະນະດັ່ງກ່າວ, ເພື່ອເຂົ້າຮ່ວມປຶກສາຫາລືແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ ໂດຍສະເພາະ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ຢູ່ແຂວງຄໍາມ່ວນ ກັບບັນດາການນຳຂັ້ນສູງຂອງ ສປປ ລາວ.
![]()
ໃນພິທີພົບປະສອງຝ່າຍ ລະຫວ່າງ ສອງຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ພາຍຫລັງທີ່ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ມີຄຳເຫັນແລ້ວ ກຸ່ມບໍລິສັດເຄມີຫວຽດນາມ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ບໍ່ເກືອກາລີ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ໂດຍ Vinachem ເປັນຜູ້ລົງທຶນຜ່ານບໍລິສັດ TNHH ເຄມີ ແລະ ບໍ່ເກືອ ຫວຽດນາມ-ລາວ (Vilachemsalt) ເປັນໜຶ່ງໃນບັນດາໂຄງການຮ່ວມມືເສດຖະກິດ ທີ່ໃຫຍ່ທີ່ສຸດ ລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດອຸດສາຫະກໍາເຄມີ. ໂຄງການມີມູນຄ່າການລົງທຶນ ປະມານ 492 ລ້ານໂດລາສະຫະລັດ, ມີກໍາລັງການຜະລິດ 500.000 ໂຕນຕໍ່ປີ, ນໍາໃຊ້ເຕັກໂນໂລຊີຂຸດຄົ້ນອຸໂມງບໍ່ແຮ່ທີ່ທັນສະໄໝ ແນໃສ່ສະໜອງຜະລິດຕະພັນເກືອກາລີ ທີ່ມີຄຸນນະພາບສາກົນ, ຮັບໃຊ້ການຜະລິດຝຸ່ນ ແລະ ອຸດສາຫະກໍາໃນພາກພື້ນ.
ນັບແຕ່ເດືອນສິງຫາ 2024 ເປັນຕົ້ນມາ ໂຄງການຂຸດຄົ້ນບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ ໄດ້ເລີ່ມດຳເນີນການຄືນໃໝ່, ຮອດວັນທີ 2 ພະຈິກ 2025, Vinachem ໄດ້ເຮັດສໍາເລັດການປັບປຸງບົດລາຍງານການສຶກສາຄວາມເປັນໄປໄດ້ (FS) ໂດຍໜ່ວຍງານທີ່ປຶກສາສາກົນ Chonfar Engineering & Technology ຢືນຢັນວ່າ ໂຄງການມີຄວາມເປັນໄປໄດ້ໃນດ້ານເຕັກນິກ, ມີປະສິດທິຜົນດ້ານເສດຖະກິດ ແລະ ເປັນຜົນດີຕໍ່ການພັດທະນາທ້ອງຖິ່ນ. ໃນປີ 2025, Vinachem ໄດ້ຜັນຂະຫຍາຍການເຄື່ອນໄຫວໃນການກະກຽມ ແລະ ຊຸກຍູ້, ສົ່ງເສີມໂຄງການ ໃນນີ້, ໄດ້ສຳເລັດການຂົນສົ່ງກົນຈັກ, ອຸປະກອນ ຈາກຫວຽດນາມ ແລະ ໄທ ກ່ຽວກັບສະຖານທີ່ກໍ່ສ້າງຢູ່ແຂວງຄໍາມ່ວນ ພ້ອມທັງໄດ້ຈັດສໍາມະນາວິທະຍາສາດ ນໍາເອົາຄໍາຄິດເຫັນຂອງຊ່ຽວຊານລະດັບຕົ້ນໆ ກ່ຽວກັບເຕັກໂນໂລຊີ ບໍ່ເກືອກາລີ; ເຮັດວຽກໂດຍກົງກັບຄູ່ຮ່ວມມືຫລາຍທ່ານ ທັງພາຍໃນ ແລະ ສາກົນ ເພື່ອຊຸກຍູ້ລະດັບຄວາມຄືບໜ້າການຜັນຂະຫຍາຍໂຄງການ.
ປັດຈຸບັນ, ກຸ່ມບໍລິສັດເຄມີຫວຽດນາມ ພວມເລັ່ງຜັນຂະຫຍາຍບັນດາລາຍການ ຂອງໂຄງການ ທີ່ຈະເຮັດຕໍ່ໜ້າ, ພ້ອມທັງເຮັດເອກະສານຕ່າງໆ ດ້ານກົດໝາຍ, ເຕັກນິກ ໃຫ້ສຳເລັດ ແລະ ລະດົມແຫລ່ງທຶນ, ການເງິນ-ຊັບພະຍາກອນມະນຸດ ໂດຍມີເປົ້າໝາຍມຸ່ງໝັ້ນເຮັດໃຫ້ຜະລິດຕະພັນສິນຄ້າໂຕທໍາອິດສໍາເລັດ ແລະ ນໍາສະເໜີສິນຄ້າໃນເດືອນກໍລະກົດ 2027. ນີ້ຈະເປັນຂີດໝາຍສໍາຄັນ, ຢືນຢັນຄວາມສາມາດຂອງ Vinachem ໃນການລົງທຶນຢູ່ນອກປະເທດ ກໍຄື ການປະກອບສ່ວນທີ່ແທດກັບຕົວຈິງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວ. ພ້ອມນີ້, ກຸ່ມບໍລິສັດເຄມີຫວຽດນາມ ຍັງໄດ້ສະເໜີ ໃຫ້ລັດຖະບານລາວ ອຳນວຍຄວາມສະດວກໃນດ້ານຕ່າງໆ ແນໃສ່ຊຸກຍູ້ສົ່ງເສີມໂຄງການດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.
![]()
ໂອກາດນີ້, ທ່ານ ຟຸ້ງ ກວາງ ຫຽບ ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ ໄດ້ມີຄໍາເຫັນໂດຍໄດ້ເນັ້ນໜັກວ່າ: ກຸ່ມບໍລິສັດເຄມີຫວຽດນາມ ຖືສໍາຄັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ຢູ່ສະເໝີ. ໂຄງການ ບໍ່ເກືອກາລີ ບໍ່ພຽງແຕ່ມີຄວາມໝາຍທາງເສດຖະກິດ, ແຕ່ຍັງເປັນສັນຍາລັກຂອງມິດຕະພາບ ແລະ ການຮ່ວມມືຍຸດທະສາດທີ່ຍາວນານ ລະຫວ່າງ ສອງລັດຖະບານ ກໍຄື ປະຊາຊົນສອງຊາດ.
![]()
ທ່ານ ຫງວຽນ ຮິວ ຕູ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດເຄມີຫວຽດນາມ ໄດ້ຢືນຢັນການຕັດສິນໃຈຂອງ ກຸ່ມບໍລິສັດເຄມີຫວຽດນາມ ໃນການເຮັດສໍາເລັດບັນດາລະບຽບການດ້ານກົດໝາຍ, ການເງິນ, ເຕັກນິກ ເພື່ອເລີ່ມໂຄງການໂດຍໄວ, ເປີດບົດບາດໃໝ່ໃນການຮ່ວມມື ດ້ານອຸດສາຫະກໍາ ລະຫວ່າງ ຫວຽດນາມ-ລາວ.
![]()
ກຸ່ມທຸລະກິດເຄມີຫວຽດນາມ ເປັນກຸ່ມເສດຖະກິດຂອງລັດ ຂຶ້ນກັບກະຊວງການເງິນ, ເຄື່ອນໄຫວໃນບັນດາຂົງເຂດຝຸ່ນ, ເຄມີພື້ນຖານ, ຢາງພາລາ, ແບັດເຕີລີ ແບບສາກໄຟ, ສານຊັກລ້າງ ແລະ ຂຸດຄົ້ນ ແຮ່ “apait” ຫລື ຫີນມີຄ່າ ດ້ວຍ 34 ໜ່ວຍງານສະມາຊິກ. ກຸ່ມມີບົດບາດເປັນກຳລັງຫລວງ ໃນການຮັບປະກັນຄວາມໝັ້ນຄົງດ້ານຝຸ່ນຂອງຊາດ, ພັດທະນາຂະແໜງອຸດສາຫະກໍາເຄມີສີຂຽວ, ໝູນວຽນ ແລະ ຫັນເປັນດີຈິຕອນ, ກ້າວສູ່ເປົ້າໝາຍການເຕີບໂຕທີ່ຍືນຍົງ ແລະ ເຊື່ອມໂຍງສາກົນ ທັງລວງເລິກ ແລະ ລວງກວ້າງ.
