ອັງກິດ ປັບປຸງນະໂຍບາຍ ເຂົ້າເມືອງ ຢ່າງຮອບດ້ານ

16/11/2025 19:33
Email Print 83
KPL - Asean 2024 ລັດຖະບານ ອັງກິດ ຈະປະກາດ ບ້ວງປະຕິຮູບ ຢ່າງຮອບດ້ານ ເພື່ອແນໃສ່ ຮັດແໜ້ນ ວຽກງານຄວບຄຸມ ການເຂົ້າ ເມືອງ ແບບຜິດກົດໝາຍ, ລວມມີ ການຍູ້ແຮງ ການເນລະເທດ ຜູ້ເຂົ້າເມືອງ ແບບຜິດກົດໝາຍ ແລະ ດັດປັບ ບັນດາປັດໄຈ ທີ່ໄດ້ຮັບຖືວ່າ ເຮັດໃຫ້ອັງກິດ ກາຍເປັນສະຖານທີ່ ດຶງດູດໃຈ ສຳລັບ ຜູ້ຂໍລີ້ໄພ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ລັດຖະບານ ອັງກິດ ຈະປະກາດ ບ້ວງປະຕິຮູບ ຢ່າງຮອບດ້ານ ເພື່ອແນໃສ່ ຮັດແໜ້ນ ວຽກງານຄວບຄຸມ ການເຂົ້າເມືອງ ແບບຜິດກົດໝາຍ, ລວມມີ ການຍູ້ແຮງ ການເນລະເທດ ຜູ້ເຂົ້າເມືອງ ແບບຜິດກົດໝາຍ ແລະ ດັດປັບບັນດາປັດໄຈທີ່ໄດ້ຮັບຖືວ່າ ເຮັດໃຫ້ອັງກິດ ກາຍເປັນສະຖານທີ່ດຶງດູດໃຈ ສຳລັບ ຜູ້ຂໍລີ້ໄພ. ນີ້ຈະແມ່ນບັນດາການປັບປຸງ ຢ່າງເລິກ ເຊິ່ງທີ່ສຸດ ເພື່ອແນໃສ່ ແກ້ໄຂບັນຫາ ອົບພະຍົບ ແບບຜິດກົດໝາຍ ໃນຍຸກສະໄໝ”. ທ່ານ ຊາບານາ ມາມູດ(Shabana Mahmood) ລັດຖະມົນຕີ ກະຊວງພາຍໃນ ອັງກິດ ຮຽກຮ້ອງ ຜູ້ອົບພະຍົບ ຕ້ອງແຈ້ງຕົນເອງ ພາຍຫລັງ ເຂົ້າເມືອງຢ່າງທັນທີ ຖ້າເຂົາເຈົ້າ ແມ່ນຜູ້ປະສົບເຄາະຮ້າຍ ຈາກການຄ້າມະນຸດ, ແທນທີ່ໄດ້ ຈະແຈ້ງ ບັນຫານີ້ ໃນຈຸດເວລາສຸດທ້າຍ ຂອງບັນດາຄຳສັ່ງ ເນລະເທດ ເພື່ອໂຈະ ການປະຕິບັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL