ທ່ານ ສີຈິ້ນຜິງ ພົບປະກັບ ເຈົ້າຊີວິດ ແຫ່ງຣາຊະອານາຈັກໄທ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ສົມເດັດ ວະຊິຣາລົງກອນ ເຈົ້າຊີວິດ ແຫ່ງຣາຊະອານາຈັກໄທ ທີ່ເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ. ຈາກນັ້ນ ທ່ານ ສີຈິ້ນຜິງ ກ່າວວ່າ: ປີນີ້ແມ່ນຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປ ຈີນ-ໄທ, ຕະຫລອດ 50 ປີມານີ້, ສອງປະເທດຈີນ-ໄທ ໄດ້ຄຽງບ່າ ຄຽງໄຫລ່ກັນ, ຊ່ວຍເຫລືອ ເຊິ່ງກັນ ແລະກັນ, ເປັນພີ່ນ້ອງທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມທີ່ດີ ຢ່າງແທ້ຈິງ. ສປ ຈີນ ຍິນດີຮ່ວມກັບໄທ ເພີ່ມທະວີ ການເຊື່ອມຕໍ່ກັນ ດ້ານຍຸດທະສາດ, ຊຸກຍູ້ການຮ່ວມມື ລະຫວ່າງ ສປ ຈີນ-ໄທ ຢ່າງໝັ້ນທ່ຽງ, ເຮັດໃຫ້ປະຊາຊົນ ສອງປະເທດ ໄດ້ຮັບຜົນປະໂຫຍດຕົວຈິງ ຫລາຍກວ່າເກົ່າ ຈາກການຮ່ວມມື ດັ່ງກ່າວ. ຕ້ອງຊຸກຍູ້ ການເຊື່ອມໂຍງ ຂອງວັດທນະທຳ ສອງປະເທດ, ເພີ່ມທະວີ ການແລກປ່ຽນ ດ້ານວັດທະນາທຳ, ເຮັດໃຫ້ປະຊາຊົນ ສອງປະເທດນັບມື້ ນັບໃກ້ຊິດກັນ ຂຶ້ນຕື່ມ. ສປ ຈີນ ຍິນດີຕັ້ງໜ້າ ສະໜັບສະໜູນ ໂຄງການສາທາລະນະປະໂຫຍດ ຂອງພະບໍລົມວົງສານຸວົງໄທ, ເພີ່ມທະວີ ການແລກປ່ຽນບົດຮຽນ ດ້ານການຫລຸດຜ່ອນ ຄວາມທຸກຍາກ ແລະ ສຸມກຳລັງແຮງ ເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໄທ.
ສົມເດັດ ວະຊິຣາລົງກອນ ກ່າວວ່າ: ຫລັງຈາກ ຫລາຍປີຜ່ານໄປ ໄດ້ເດີນທາງ ມາຢ້ຽມຢາມ ສປ ຈີນ ອີກຄັ້ງ, ເຫັນວ່າ ສປ ຈີນ ມີການປ່ຽນແປງອັນໃຫຍ່ຫລວງ, ຂໍສະແດງຄວາມຊົມເຊີຍ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງ ສປ ຈີນ ທີ່ໄດ້ຮັບຜົນງານອັນໃຫຍ່ຫລວງ. ໄທ ແລະ ສປ ຈີນ ມີຄວາມໃກ້ຊິດ ແລະ ໄມຕີຈິດມິດຕະພາບ, ການໄປມາ ຫາສູ່ກັນ ລະຫວ່າງ ປະຊາຊົນ ມີຄວາມແໜ້ນແຟ້ນ, ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ມີຄວາມກວ້າງຂວາງ ແລະ ເລິກເຊິ່ງ. ໄທ ຍິນດີຕັ້ງໜ້າ ຖອດຖອນບົດຮຽນ ດ້ານການພັດທະນາຂອງ ສປ ຈີນ, ເປີດກວ້າງການຮ່ວມມື ໃນຫລາຍຂົງເຂດກັບ ສປ ຈີນ, ເພີ່ມທະວີ ການແລກປ່ຽນ ດ້ານວັດທະນະທຳ ແລະ ເຮັດໃຫ້ໄມຕີຈິດ ມິດຕະພາບ ທີ່ເປັນມູນເຊື້ອ ຂອງສອງປະເທດ ເຂົ້າໃນໃຈ ປະຊາຊົນ ຢ່າງເລິກເຊິ່ງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
