ສປຈີນ ສ້າງວຽກເຮັດງານທຳໃໝ່ ເກືອບ 11 ລ້ານຕໍາແໜ່ງ
                                                Email
                                                Print
                                                83
                                                 
                                            
                                         
                                            
                                                        KPL - Asean 2024
                                                        ຈີນ ໄດ້ສ້າງວຽກເຮັດ ງານທຳໃໝ່ ຈຳນວນ 10,57 ລ້ານຕຳແໜ່ງ ໃນໄລຍະ 9 ເດືອນຜ່ານມານີ້, ກວມເອົາ 88% ຂອງ ເປົ້າໝາຍທີ່ກຳນົດໄວ້ ໃນປີນີ້. ສ່ວນອັດຕາ ການວ່າງງານ ໃນເຂດເມືອງ ກວມເອົາ 5,2% 
                                                    
                                                    
ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ຈີນ ໄດ້ສ້າງວຽກເຮັດ ງານທຳໃໝ່ ຈຳນວນ 10,57 ລ້ານຕຳແໜ່ງ ໃນໄລຍະ 9 ເດືອນຜ່ານມານີ້, ກວມເອົາ 88% ຂອງ ເປົ້າໝາຍທີ່ກຳນົດໄວ້ ໃນປີນີ້. ສ່ວນອັດຕາ ການວ່າງງານ ໃນເຂດເມືອງ ກວມເອົາ 5,2% ສ່ວນເດືອນກັນຍາ ອັດຕາການວ່າງງານ ຫລຸດລົງມາ 0,1 ຈຸດ ເມື່ອທຽບໃສ່ເດືອນຜ່ານມາ.
ໂດຍ ທ່ານ ຊຸຍ ເຜີງເສີງ ໂຄສົກ ກະຊວງ ຊັບພະຍາກອນ ມະກອນ ແລະ ປະກັນສັງຄົມ ຖະແຫລງຂ່າວວ່າ: ຈີນ ໄດ້ເພີ່ມ ຄວາມພະຍາຍາມ ໃນການ ຮັກສາ ສະຖຽນລະພາບ ຂອງ ຕະຫລາດແຮງງານ ໂດຍເລັ່ງດຳເນີນ ມາດຕະການຕ່າງໆ ເພື່ອສະໜັບ ສະໜູນ ການຈ້າງງານ ຢ່າງຕໍ່ເນື່ອງ. ໃນຂະນະທີ່ ຈີນ ໄດ້ຕັ້ງເປົ້າໝາຍ ອັດຕາ ການວ່າງງານ ໃນເຂດຕົວເມືອງ ປະມານ 5,5% ໃນປີ 2025 ແລະ ກຳນົດ ເປົ້າໝາຍ ການສ້າງງານໃໝ່ ໃນເຂດເມືອງ ຫລາຍກວ່າ 12 ລ້ານຕຳແໜ່ງ ໃນປີນີ້./
