ຝຣັ່ງ ຜ່ານຮ່າງກົດໝາຍບັງຄັບ ໃຫ້ຮ້ານສັບພະສິນຄ້າບໍລີຈາກອາຫານໃຫ້ຄົນທຸກຍາກ
                                                Email
                                                Print
                                                83
                                                 
                                            
                                         
                                            
                                                        KPL - Asean 2024
                                                        ຝຣັ່ງ ໄດ້ກາຍເປັນປະເທດ ທໍາອິດໃນໂລກ ທີ່ ຜ່ານກົດໝາຍ ບັງຄັບໃຫ້ຮ້ານສັບພະສິນຄ້າ ຕ້ອງບໍລິຈາກ ອາຫານ ທີ່ຂາຍບໍ່ໄດ້ ຫລື ໃກ້ຈະໝົດອາຍຸ ໃຫ້ແກ່ ຄອບຄົວຄົນ ທຸກຍາກ, ອົງການ ການກຸສົນ, ສູນພັກເຊົາ ແລະ ອື່ນໆ ແທນທີ່ຈະຖິ້ມສິ່ງຂອງດັ່ງກ່າວ.
                                                    
                                                    
ຂປລ. ອິງຕາມຂ່າວ ຈາກເຟສບຸກ Lao Youth Radio: ເມື່ອບໍ່ດົນມານີ້, ຝຣັ່ງ ໄດ້ກາຍເປັນປະເທດ ທໍາອິດໃນໂລກ ທີ່ ຜ່ານກົດໝາຍ ບັງຄັບໃຫ້ຮ້ານສັບພະສິນຄ້າ ຕ້ອງບໍລິຈາກ ອາຫານ ທີ່ຂາຍບໍ່ໄດ້ ຫລື ໃກ້ຈະໝົດອາຍຸ ໃຫ້ແກ່ ຄອບຄົວຄົນ ທຸກຍາກ, ອົງການ ການກຸສົນ, ສູນພັກເຊົາ ແລະ ອື່ນໆ ແທນທີ່ຈະຖິ້ມສິ່ງຂອງດັ່ງກ່າວ.
ກົດໝາຍ ດັ່ງກ່າວນີ້ ໄດ້ຊ່ວຍໃຫ້ຄອບຄົວ ທີ່ທຸກຍາກ ຫລາຍລ້ານຄົນ ມີອາຫານກິນ ແລະ ຫລຸດຜ່ອນການເສຍຖິ້ມ ຂອງ ອາຫານຈຳນວນ ຫລວງຫລາຍ, ເຊິ່ງເປັນ ສາເຫດສຳຄັນ ທີ່ເຮັດໃຫ້ເກີດການປ່ຽນແປງ ຂອງ ດິນຟ້າອາກາດ. ນັບຕັ້ງແຕ່ ກົດໝາຍ ໄດ້ຖືກນຳໃຊ້, ການບໍລິຈາກ ອາຫານ ຢູ່ໃນປະເທດ ຝຣັ່ງ ກໍ່ໄດ້ເພີ່ມຂຶ້ນ 22% ແລະ ເປັນແຮງບັນດານໃຈ ໃຫ້ປະເທດອື່ນໆ ເຊັ່ນ: ອິຕາລີ ແລະ ແອັດສະປາຍ ກໍປະຕິບັດຕາມ./
