ກຸ່ມປະເທດ ພວມພັດທະນາຈ່າຍໜີ້ສຸດທິໃຫ້ຈີນ ຫລາຍກວ່າ 3.900 ລ້ານໂດລາຕໍ່ປີ


ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ໂຈຮັນເນສເບີຣກ ປະເທດອາຟຣິກາ ເມື່ອບໍ່ດົນມານີ້ວ່າ: ສູນນະໂຍບາຍການພັດທະນາ ລະດັບໂລກ ຂອງ ມະຫາວິທະຍາໄລ ບອສຕັນ ພົບວ່າ: ກຸ່ມປະເທດ ພວມພັດທະນາ ຊຳລະໜີ້ສິ້ນ ໃຫ້ແກ່ ປະເທດຈີນ ຫລາຍກວ່າ ທີ່ໄດ້ຮັບຈາກເງິນກູ້ກ້ອນໃໝ່, ນີ້ຖືເປັນ ການປ່ຽນແປງ ທີ່ມີຄວາມສ່ຽງຕໍ່ການເພີ່ມຄວາມເຄັ່ງຕຶງ ທາງດ້ານເສດຖະກິດ ແລະ ເຮັດໃຫ້ການລົງທຶນ ດ້ານສະພາບອາກາດຕ້ອງຢຸດຈຶ້ງ.
ຕາມການສຶກສາ ທີ່ມີຊື່ວ່າ ” ການຟື້ນຟູການເງິນ ເພື່ອການພັດທະນາຂອງຈີນໃນໂລກໃຕ້ ” ໄດ້ສະແດງໃຫ້ເຫັນວ່າ: ການໂອນໜີ້ສຸດທິ ຊຶ່ງຄຳນວນ ຈາກ ການເບີກຈ່າຍ ເງິນກູ້ໃໝ່ ຫັກລົບ ການຊຳລະເງິນຄືນຕົ້ນ ແລະ ດອກເບ້ຍ ກາຍເປັນຕິດລົບ ໃນປີ 2022 ແລະ 2023 , ໂດຍ ກຸ່ມປະເທດ ພວມພັດທະນາ ຈ່າຍໜີ້ຫລາຍກວ່າ ເງິນທີ່ກູ້ຢືມເຖິງ 3.900 ລ້ານໂດລາສະຫະລັດ ຕໍ່ປີ.
ຈີນ ເປັນເຈົ້າໜີ້ນ ລະດັບທະວີພາຄີ ລາຍໃຫຍ່ທີ່ສຸດ ຂອງໂລກ ມີບົດບາດ ສຳຄັນ ມາຕັ້ງແຕ່ ອາດີດ ໃນການຈັດຫາ ເງິນທຶນ ສຳລັບ ພື້ນຖານໂຄງລ່າງ ທົ່ວໂລກໃຕ້, ໂດຍຈັດສັນ ເງິນທຶນ ຫລາຍກວ່າ 472.000 ລ້ານໂດລາສະຫະລັດ ໂດຍຜ່ານ ທະນາຄານ ນະໂຍບາຍຕ່າງໆ ລະຫວ່າງ ປີ 2008-2024.ເງິນທຶນດັ່ງກ່າວນີ້ ໄດ້ສະໜັບ ສະໜູນ ໂຄງການ ຫລາຍກວ່າ 900 ໂຄງການ, ດ້ວຍມູນຄ່າ 316.000 ລ້ານໂດລາ ສະຫະລັດ ທາງດ້ານ ພື້ນຖານໂຄງລ່າງ, ການຂົນສົ່ງ, ພະລັງງານ, ເຕັກໂນໂລຊີ ສື່ສານ ແລະອື່ນໆ./