ຍົກລະດັບທິດສະດີການເມືອງໄລຍະສັ້ນ ໃຫ້ຄະນະພັກບ້ານ ກຸ່ມ III ກະປື

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ສູນການສຶກສານອກໂຮງຮຽນ ເມືອງທ່າແຕງ ແຂວງເຊກອງ ຈັດຝຶກອົບຮົມທິດສະດີການເມືອງໃຫ້ຄະນະພັກຮາກຖານ-ຄະນະພັກບ້ານ ທົ່ວເຂດຈຸດສຸມພັດທະນາ ກຸ່ມ III ກະປື ໃນວັນທີ 15 ກັນຍາ 2025 ຜ່ານມາ ໂດຍມີສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍາມະການປະຈໍາພັກແຂວງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ທ່ານ ແສງລາຕີ ຫລອມຍະເດດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີການນໍາຂັ້ນເມືອງ, ວິທະຍາກອນ ເລຂາໜ່ວຍພັກ-ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້, ກໍເພື່ອໃຫ້ຄະນະພັກບ້ານ, ນາຍບ້ານ ແລະ ຮອງນາຍບ້ານ ມີຄວາມຮູ້ພື້ນຖານດ້ານກົດໝາຍຫລາຍຂຶ້ນກວ່າເກົ່າ ແລະ ສາມາດນຳເອົາບົດຮຽນດ່ັງກ່າວ ໄປນຳໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃຫ້ມີຄວາມສອດຄ່ອງກົມກຽວໄປຕາມລັດຖະທຳມະນູນ ແລະ ກົດໝາຍ, ເປັນພື້ນຖານອັນສຳຄັນ ແລະ ທັງເປັນການເສີມສ້າງໃຫ້ຄະນະພັກ-ອົງການປົກຄອງບ້ານມີຄວາມຮູ້ດ້ານການເມືອງ, ຍົກສູງ ແລະ ເຊີດຊູບົດບາດຄວາມສາມາດໃນການນຳພາຄຸ້ມຄອງໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນຕື່ມ.
ໃນການຝຶກອົບຮົມບັນດານັກສໍາມະນາກອນທ່ີເຂ້ົາຮ່ວມຈະໄດ້ຮຽນຮູ້ 16 ວິຊາ ຄື: ພັດທະນາປະ ເທດຊາດຕາມທິດສັງຄົມນິຍົມ, ການພັດທະນາເສດຖະກິດຢູ່ຂັ້ນບ້ານ, ສ້າງສະຕິກົດໝາຍໃຫ້ແກ່ປະຊາຊົນຢູ່ຂັ້ນບ້ານ, ສ້າງຄວາມສາມັກຄີຢູ່ຂັ້ນບ້ານໃຫ້ໜັກແໜ້ນ, ບົດບາດຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ສ້າງໜ່ວຍພັກຮາກຖານໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຕາມຄໍາສ່ັງແນະນໍາ ເລກທີ 028/ຄລສພ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນ ໄລຍະໃໝ່, ຄວາມຮັບຜິດຊອບຂອງພະນັກງານນໍາພາຄຸ້ມຄອງ ຕ່ໍການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ, ການນໍາພາຂອງໜ່ວຍພັກຕໍ່ການສ້າງເສດຖະກິດຄອບຄົວ, ວຽກງານຕິດຕາມກວດກາພັກຂອງການຈັດຕັ້ງຮາກຖານພັກ, ວຽກງານຄຸ້ມຄອງພົນລະເມືອງ, ການຕ້ານປະກົດການຫຍໍ້ທໍ້ຢູ່ຂັ້ນຮາກຖານບ້ານ, ການພັດທະນາວຽກງານສຶກສາ ແລະ ສາທາລະນະສຸກຂ້ັນບ້ານ, ວຽກງານຍຸຕິທໍາຮາກຖານ ແລະ ການສ້າງບ້ານປອດຄະດີ, ການສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍຂະແໜງກະສິກໍາ-ປ່າໄມ້, ຄຸ້ມຄອງການນໍາໃຊ້ທີ່ດິນຂອງບ້ານ ແລະ ສ້າງແຜນພັດທະນາ, ສ້າງບົດສະຫລຸບລາຍງານການເຄື່ອນໄຫວຂອງບ້ານ. ການຝຶກອົບຮົມດັ່ງກ່າວ, ຈະໄດ້ດໍາເນີນໄປເປັນເວລາ 10 ວັນ ຈົນຮອດວັນທີ 25 ກັນຍາ 2025.
ຂ່າວ: ສັນຍາ, ພາບ: ພຸດລາຕີ