ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນຈີນ-ອາຊຽນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ


ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 17 ກັນຍານີ້, ກອງປະຊຸມ ສຳມະນາ ນະໂຍບາຍ ຄຸ້ມຄອງ ຄົນເຂົ້າ-ອອກເມືອງ ພາກພື້ນ ໄດ້ຈັດຂຶ້ນຢູ່ ນະຄອນລຽນຢູນກັງ ແຂວງຊ່ຽງຊູ່ຂອງ ສປ ຈີນ. ກອງປະຊຸມດັ່ງກ່າວ ລາຍງານໃຫ້ຮູ້ວ່າ: ລະຫວ່າງ ເດືອນມັງກອນ ຫາເດືອນສິງຫາປີນີ້, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ແຜ່ນດິນໃຫຍ່ ຈີນ-ອາຊຽນ ມີຫລາຍກວ່າ 25.240.000 ເທື່ອຄົນ, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ປະຊາຊົນຈາກແຜ່ນດິນໃຫຍ່ຈີນທີ່ເດີນທາງ ໄປປະເທດ ສະມາຊິກ ອາຊຽນ ມີເຖິງ 14.505.000 ເທື່ອຄົນ, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ສາເຫດຕົ້ນຕໍ ຂອງການອອກເມືອງ ແມ່ນການທ່ອງທ່ຽວ ແລະ ຢ້ຽມຢາມ ຍາດຕິພີ່ນ້ອງ. ປະຊາຊົນ ຈາກປະເທດ ສະມາຊິກ ອາຊຽນ ທີ່ເດີນທາງເຂົ້າ ແຜ່ນດິນໃຫຍ່ຈີນ ມີເຖິງ 10.739.000 ເທື່ອຄົນ, ເພີ່ມຂຶ້ນ 27,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້, ສາເຫດຕົ້ນຕໍ ຂອງການເຂົ້າເມືອງ ແມ່ນການທ່ອງທ່ຽວ ແລະ ທຸລະກິດ. ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນຈີນ-ອາຊຽນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ