ປະເທດ ເມັກຊິກ

16/09/2025 15:25
Email Print 83
KPL - Asean 2024 ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

     ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ​ເມັກ​ຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ​ເມັກ​ຊີ​ໂກ, ​ເປັນ​ປະ​ເທດ   ໜຶ່ງໃນທະວີບ ອາ​ເມ​ລິ​ກາ​ເໜືອ ​ມີ​ຊາຍ​ແດນທິດ​ເໜືອ​ຕິດ​ກັບ​ ສະຫະລັດອາ​ເມ​ລິ​ກາ, ທິດ​ໃຕ້​ ​ແລະ ທິດຕາ​ເວັນ​ຕົກ ຕິດ​ກັບມະຫາ​ ສະໝຸດ​ປາຊີ​ຟິກ, ທິດຕາ​ເວັນ​ອອກ​ສຽງໃຕ້ ຕິດ​ກັບ ກົວ​ເຕມາລາ, ​ເບ​ລິດ ​ແລະ ທະ​ເລ​ກາຣາອິບ, ສ່ວນ​ຕາ​ເວັນ​ອອກ​ຕິດ​ກັບ ອ່າວ​ເມັກ​ຊິກ, ມີ​ເນື້ອ​ທ່ີເຖິງ 2 ລ້ານ​ກິ​ໂລ​ຕາ​ແມັດ, ຈັດ​ເປັນອັນ​ດັບ 5 ​ໃນ​ທະວີບອາ​ເມ​ລິ​ກາ ​ແລະ ອັນ​ດັບ 15 ຂອງ​ໂລກ, ກວມ​ເອົາປະຊາ​ກອນ ຫລາຍ​ທ່ີສຸດ​ເຖິງ 130.294 ລ້ານກວ່າຄົນ (ປີ 2024). ປະຊາຊົນ​ສ່ວນ​ໃຫຍ່ນັບຖື​ສາສະໜາ ​ໂຣມັນ​ຄາ​ທໍ​ລິກ 82,7% ແລະ ສາສະໜາ​ອຶ່ນໆ; ​ພາສາ​ທາງ​ການ ​ແອັດ​ສະ​ປາຍ; ​ໃຊ້​ສະກຸນ​ເງິນ ​ເມັກ​ຊິກັນ​ເປ​ໂຊ(MXN) ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດ ຮ່ວມກັບປະເທດ ສປປລາວ ​ນັບ​ແຕ່​ວັນ​ທີ 29.11.1976 ​ເປັນ​ຕົ້ນ​ມາ. ​​

​ເສດຖະກິດຂອງປະ​ເທດເມັກ​ຊິກ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບສອງໃນອາເມລິກາລາຕິນ ຖັດຈາກ ບຣາຊິນ ແລະ ອັນດັບທີ 12 ຂອງໂລກ ຕາມການຈັດອັນດັບຂອງກອງທຶນການເງິນລະຫວ່າງປະເທດ (IMF) ໂດຍມີປັດໄຈສະໜັບສະໜູນຂໍ້ຕົກົລງສ.ອາເມລິກາ, ເມັກຊິກ ແລະ ການາດາ ທີ່ເຮັດໃຫ້ເມັກຊິກເຂົ້າເຖິງຕະຫລາດ ສ.ອາເມລິກາ ຫລາຍຂຶ້ນ. ປັດຈຸບັນ, ລັດຖະບານໄດ້​ສົ່ງ​ເສີມ​ພາກ​ເອກະ​ຊົນ​​ ໃຫ້ມີ​ບົດບາດສຳຄັນໃນ​ການ​ພັດທະນາ​ເສດຖະກິດ ​ຂົງ​ເຂດ​ຕ່າງໆ​ຄື: ການ​ຂົນ​ສົ່ງ​ສິນຄ້າທາງ​ທະ​​ເລ (Seaports), ທາງ​ລົດ​ໄຟ, ​ໂທລະ​ຄົມມະນາຄົມ, ການ​ຂົນ​ສົ່ງ​ແກັສທຳ​ມະ​ຊາດ ​ແລະ ອື່ນໆ ​ເຮັດ​ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ບັນລຸ 1,81 ພັນ​ຕື້​ໂດ​ລາ​ ສະຫະລັດ(​ໃນ​ປີ 2023), ສະ​ເລ່ຍຕໍ່​ຫົວ​ຄົນ 13.804 ​ໂດ​ລາ​ສະຫະລັດຕໍ່ປີ, ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ 2,9% ຕໍ່ປີ. ມູນຄ່າການສົ່ງອອກສິນຄ້າ 578.190 ລ້ານໂດລາສະຫະລັດຕໍ່ປີ, ​ສິນ​ຄ້າສົ່ງອອກ​ເຊັ່ນ: ນ້ຳມັນ, ຜະລິດ​ຕະພັນ​ນ້ຳມັນ, ກາ​ເຟ, ອຸດສາຫະກຳ ເຄື່ອງໃຊ້ໄຟຟ້າ, ລົດ ແລະ ສ່ວນປະກອບ. ​ໂດຍສະ​ເພາະສົ່ງ​ໄປ ສ.​ອາ​ເມ​ລິ​ກາ, ຈີນ, ການາດາ, ສ.ເກົາຫລີ ແລະ ເຢຍລະມັນ. ສ່ວນ​ມູນ​ຄ່າ​ການ​ນຳ​ເຂົ້າສິນຄ້າແມ່ນ 626.320 ລ້ານໂດລາສະຫະລັດຕໍ່ປີ, ​ເປັນ​ຕົ້ນແມ່ນ: ​ເຄື່ອງ​ກົນຈັກກະ​ສິກຳ, ອຸປະກອນ​ໄຟຟ້າ, ຊິ້ນສ່ວນລົດ ​ສຳລັບການປະກອບໃນໂຮງງານ, ພສາຕິກ, ນໍ້າມັນ ແລະ ອື່ນໆ. ສ່ວນຄູ່ການຄ້າ ການນຳເຂົ້າລວມມີ ສ.ອາເມລິກາ, ຈີນ, ສ.ເກົາຫລີ, ເຢຍລະມັນ ແລະ ຍີ່ປຸ່ນ.

​ນອກ​ຈາກນີ້ ຍັງ​ມີ​ສະຖານ​ທີ່​ ທ່ອງ​ທ່ຽວ ອັນສວຍງາມ ຫລາຍແຫ່ງ ​ເຊັ່ນ: ໂຊກາໂລ ສະໜາມຫລວງກາງ​ເມືອງ​ເມັກ​ຊິກ, ​ໂຮງ​ລະຄອນ, ອະນຸສາວະລີ ​ແລະ ສະຖານ​ທ່ີ​ອື່ນໆອີກດ້ວຍທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ./.

 

                                                                                                           ໂດຍ: ດາ​ວັນ

KPL