ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ສ້າງວຽກເຮັດງານທຳເພື່ອສົ່ງເສີມວັດທະນະທຳ-ການທ່ອງທ່ຽວ

17/09/2025 12:56
Email Print 83
KPL - Asean 2024 ຂປລ. ໃນອາທິດຜ່ານມາ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ບ້ານຫລັກ 40 ເມືອງປາກຊ່ອງ ຈຳກັດຜູ້ດຽວ

    ຂປລ. ໃນອາທິດຜ່ານມາ, ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ບ້ານຫລັກ 40 ເມືອງປາກຊ່ອງ ຈຳກັດຜູ້ດຽວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ສ້າງວຽກເຮັດງານທຳ ເພື່ອສົ່ງເສີມວັດທະນະທໍາ ແລະ ການທ່ອງທ່ຽວ” ໂດຍໄດ້ຍົກໃຫ້ເຫັນກ່ຽວກັບວຽກງານການຊຸກຍູ້ສົ່ງເສີມ, ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຕິດພັນກັບການທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ ຕິດພັນກັບການພັດທະນາຮູບແບບປະຊາຊົນມີສ່ວນຮ່ວມສີຂຽວ ແລະ ຍືນຍົງ.
    ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະນະໂຍບາຍເປີດກວ້າງປີທ່ອງທ່ຽວລາວ 2024 ທີ່ ສປປ ລາວ ເຮົາໄດ້ເປັນເຈົ້າພາບທ່ອງທ່ຽວອາຊຽນ ກໍຄື ແຜນຍຸດທະສາດການພັດທະນາວຽກງານການທ່ອງທ່ຽວຕິດພັນກັບກະສິກຳສະອາດ, ປະຊາຊົນມີສ່ວນຮ່ວມສີຂຽວ ແລະ ຍືນຍົງຂອງກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ), ແຂວງ ກໍຄື ທ້ອງຖິ່ນໃນແຕ່ລະໄລຍະ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຍົກລະດັບຄຸນນະພາບດ້ານການບໍລິການ, ຍົກສູງກຳລັງແຮງຢ່າງຕັ້ງໜ້າດ້ານບຸກຄະລາກອນທີ່ຕິດພັນກັບປະຊາຊົນ; ເປັນເຈົ້າການລົງເລິກຮ່ວມກັນໃນທຸກກິດຈະກຳພັດທະນາຕະຫລາດກັບທີ່ໂດຍປະຕິບັດຕາມທິດ 3 ອ ຄື: “ ສ້າງໂອກາດ, ມີໂອກາດ ແລະ ໃຫ້ໂອກາດ” ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ, ເມືອງ ກໍຄື ແຂວງຈຳປາສັກ ແລະ ແຂວງໃກ້ຄຽງມີສ່ວນຮ່ວມໃນການຊື້-ຂາຍ, ແລກປ່ຽນສິນຄ້າກະສິກຳ, ຫັດຖະກຳ, ແກະສະຫລັກ, ຈັກສານ, ການປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບແກ່ຄອບຄົວ ແລະ ແກ້ໄຂຄວາມທຸກຍາກ, ເຮັດໃຫ້ປະ ຊາຊົນມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍພວກເຮົາເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນໃນເຂດພັດທະນາ, ຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມພັດທະນາຢ່າງຕໍ່ເນື່ອງ; ເປັນເຈົ້າການຮ່ວມກັນສ້າງວຽກເຮັດງານທຳ, ຊຸກຍູ້ນໍາພາ-ຊີ້ນຳເຂົາເຈົ້າເສີມຂະຫຍາຍຫົວຄິດປະດິດສ້າງອັນໃໝ່ໆທັງທາງກົງ ແລະ ທາງອ້ອມຈາກນ້ອຍໄປຫາໃຫຍ່ ຕາມກຳລັງແຮງຂອງແຕ່ລະຄອບຄົວໄປພ້ອມກັບການບໍລິການ ແລະ ພັດທະນາແຫລ່ງທ່ອງທ່ຽວຕາມວິຖີຂອງປະຊາຊົນ ແລະ ຊຸມຊົນໃນຂົງເຂດກະສິກຳສະອາດ, ສີຂຽວ ແລະ ຍືນຍົງ.
     ເລີ່ມແຕ່ປີ 2012 ບໍລິສັດໄດ້ເຂົ້າໄປລົງທຶນພັດທະນາໄດ້ເລີ່ມມີການປັບປຸງສະຖານທີ່, ຍົກລະດັບຄຸນນະພາບພື້ນຖານໂຄງລ່າງຕ່າງໆເຊັ່ນ: ເສັ້ນທາງ, ໄຟຟ້າ ແລະ ຍົກລະດັບອາຫານ, ການປຸງແຕ່ງຕາມລະດູການ, ມີເອກະລັກທ້ອງຖິ່ນ, ພື້ນບ້ານ, ພື້ນເມືອງທີ່ໂດດເດັ່ນ ແລະ ຫລາກຫລາຍ ເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ສຳຜັດກັບກິ່ນອາຍວັດທະນະທຳການກິນອາຫານ, ທັງໄດ້ສຳພັດກັບທຳມະຊາດ, ປ່າໄມ້ສີຂຽວ, ນ້ຳຕົກຕາດທີ່ສວຍສົດງົດງາມ, ບັນຍາກາດທີ່ສົດຊື່ນ ແລະ ມີກິດຈະກຳຫລາກຫລາຍສ້າງຄວາມສົນໃຈໃຫ້ຜູ້ມາທ່ຽວຊົມຮຽນຮູ້ທາງດ້ານວັດທະນະທໍາລາວ ທີ່ມີເອກະລັກສະເພາະເຮັດໃຫ້ສະຖານທີ່ພວກເຮົາກາຍເປັນຈຸດ ໝາຍປາຍທາງຂອງການທ່ອງທ່ຽວຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອະນຸພາກພື້ນ ກໍຄື ສາກົນ ເປັນສະຖານທີ່ທ່ອງທ່ຽວອັນໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ. ພ້ອມກັນນັ້ນ, ບໍລິສັດຍັງໄດ້ສົ່ງເສີມໃຫ້ປະຊາຊົນລ້ຽງໄກ່ລາດພື້ນເມືອງ, ຄັດເລືອກແມ່ພັນໄກ່ ແລະ ຜະລິດຫົວອາຫານໄກ່ທີ່ເມືອງຄົງເຊໂດນ, ແປຮູບປີ້ງໄກ່ ເປັນລະບົບຢູ່ເມືອງລະຄອນເພັງ, ເມືອງຕຸ້ມລານ, ເມືອງເລົ່າງາມ ແຂວງສາລະວັນ ຊຶ່ງໄດ້ສ້າງມູນຄ່າເພີ່ມ ແລະ ຄຸນນະພາບໃໝ່, ເຮັດໃຫ້ປະຊາຊົນຫລາຍບ້ານ, ຫລາຍຫລັງຄາເຮືອນທີ່ໄດ້ເຂົ້າຮ່ວມໄດ້ຮັບການພັດທະນາເປັນຢ່າງດີ ແລະ ໄດ້ຂະຫຍາຍຕື່ມໄປເມືອງວາປີ ເພື່ອສົ່ງເສີມການຟື້ນຟູການລ້ຽງໄກ່ລາດພື້ນເມືອງເປັນລະບົບ; ເມືອງຄົງເຊໂດນດຳເນີນການສ້າງຕັ້ງກຸ່ມລ້ຽງໄກ່ລາດພື້ນເມືອງສະໝອງໃຫ້ບ້ານນາປົ່ງ ເມືອງຄົງເຊໂດນ, ປັດຈຸບັນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ ແລະ ລ້ຽງແບບເປັນຟາມ, ການຄ້າຂາຍມີບັນຍາກາດຟົດຟື້ນ ແລະ ຕະຫລາດກວ້າງຂວາງສາມາດຂາຍໄດ້ປະມານ 2-3 ພັນໂຕຕໍ່ມື້. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງກອງທຶນໃຫ້ກັບກຸ່ມບ້ານນາປົ່ງ, ສົ່ງເສີມໃຫ້ສະມາຊິກ, ສ້າງຄວາມເຂັ້ມແຂງດ້ານເຕັກນິກ, ວິຊາການ, ທັດສະນະສຶກສາ, ຝຶກອົບຮົມການປຸງແຕ່ງອາຫານທີ່ເປັນເອກະລັກທ້ອງຖິ່ນ ດ້ວຍການຊຸກຍູ້ສົ່ງເສີມ ໂດຍການມີສ່ວນຮ່ວມຂອງສູນກາງສະຫະພັນແມ່ຍິງລາວ. ໃນນັ້ນ, ບໍລິສັດຍັງສະໜອງຕູ້ຟັກໄຂ່ ໃຫ້ 5 ເມືອງ, ພ້ອມອຸປະກອນຈຳນວນໜຶ່ງ, ເຄື່ອງຫຸ້ມຫໍ່ທີ່ທັນສະໄໝ-ມີມາດຕະຖານ, ອຸປະກອນເຄື່ອງຈັກປຸງແຕ່ງອາຫານຂະໜາດນ້ອຍພາຍໃຕ້ໂຄງການຮ່ວມມືລະຫວ່າງບໍລິສັດ ແລະ ຄູ່ຮ່ວມພັດທະນາບ້ານໃກ້ເຮືອນຄຽງ.
       ໃນປີ 2019 ແຫລ່ງທ່ອງທ່ຽວພວກເຮົາໄດ້ຖືກອຸທົກກະໄພ ໄພພິບັດທຳມະຊາດ “ພະຍຸໂພດຸນ” ແລະ ການລະບາດຂອງພະຍາດໂຄວິດ-19 ທີ່ຂາດການໄປມາຫາສູ່, ປິດການເຂົ້າ-ອອກທົ່ວປະເທດ ກໍຄື ທົ່ວໂລກ ຈຶ່ງເຮັດໃຫ້ມີການປິດບໍລິການຮອບດ້ານ, ເຮັດໃຫ້ພວກເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງແກ່ຍາວມາຮອດຕົ້ນປີ 2023. ໃນທ່າມກາງວິກິດການດັ່ງກ່າວ, ກໍແມ່ນໂອກາດຂ້າພະເຈົ້າພ້ອມດ້ວຍຄອບຄົວກໍມີແນວຄວາມຄິດລິເລີ່ມ ເຕົ້າໂຮມສ້າງຂະບວນການຜະລິດສະບຽງອາຫານກັບທີ່ ເພື່ອມາສະໜອງໃຫ້ພຽງພໍກັບການກິນຢູ່ປະຈຳວັນຂອງພະນັກງານ ກໍຄື ຄອບຄົວພໍ່ແມ່ປະຊາຊົນເກືອບ 70 ຄົນ, ສ້າງເປັນກຳລັງການຜະລິດ ແລະ ກ້າວໄປເຖິງການສ້າງຕັ້ງກຸ່ມປູກພືດຜັກປອດສານພິດບ້ານຫລັກ 40 ເມືອງປາກຊ່ອງ ຂຶ້ນໃນຕົ້ນປີ 2021. ມາຮອດປັດຈຸບັນ, ມີ 60 ກວ່າຄອບຄົວ, ບໍລິສັດໄດ້ເປັນຜູ້ຄໍ້າປະກັນລາຄາ ແລະ ເປັນຕະຫລາດກັບທີ່ໃຫ້ຊຸມຊົນໃກ້ຄຽງມາຈໍາໜ່າຍຜະລິດຕະພັນ, ສະໜອງໃຫ້ຮ້ານອາຫານປຸງແຕ່ງເປັນອາຫານລາວ ທີ່ມີເອກະລັກໃຫ້ແກ່ນັກທ່ອງທ່ຽວ. ໃນໄລຍະນັ້ນ, ຂະບວນການປູກ-ການລ້ຽງກຳລັງມີການຂະຫຍາຍຢ່າງວ່ອງໄວ, ໄລຍະສະພາບການທີ່ຫຍຸ້ງຍາກພວກຂ້າພະເຈົ້າກໍຂົນສົ່ງພືດຜັກປອດສານພິດມາຈໍາໜ່າຍຢູ່ນະຄອນຫລວງວຽງຈັນ ແລະ ໄດ້ສືບຕໍ່ການຂະຫຍາຍການປູກ ແລະ ການລ້ຽງສັດຢ່າງເຂັ້ມແຂງ.
       ຈາກຜົນສໍາເລັດດັ່ງກ່າວ, ພວກເຮົາໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຢ່າງສູງຈາກຂັ້ນເທິງ, ໄດ້ຮັບການສະໜັບສະໜູນ ແລະ ສົ່ງເສີມຮອບດ້ານຈາກສູນກາງ ກໍຄື ທ້ອງຖິ່ນ, ຄະນະພັກອຳນາດການປົກຄອງບ້ານ, ຄອບຄົວ, ພໍ່ແມ່ປະຊາຊົນ, ພິເສດຈາກຄະນະນຳກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະພັກ, ຄະນະນຳແຂວງຈຳປາສັກ ກໍຄື ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເຮັດໃຫ້ພວກເຮົາໄດ້ຮັບຫລຽນໄຊ, ໃບຍ້ອງຍໍ ແລະ ການຢັ້ງຢືນມາດຖານຄຸນນະພາບ, ລາງວັນຈາກພາກພື້ນ ແລະ ສາກົນເຊັ່ນ: ລາງວັນມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ ປະຈຳປີ 2019-2021, ທີ່ຮ່າລອງເບ, ສສ ຫວຽດນາມ; ລາງວັນພັດທະນາແຫລ່ງທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ປະຈໍາປີ 2019, ທີ່ ສປປ ລາວ; ລາງວັນນັກທຸລະກິດດີເດັ່ນຂະແໜງການຈ້າງງານອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2021 ທີ່ ສປປ ລາວ; ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຍືນຍົງອາຊຽນ ປະຈຳປີ 2022, ທີ່ປະເທດກຳປູເຈຍ; ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ປະຈຳປີ 2023, ທີ່ ສປປ ລາວ; ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢືນຍົງອາຊຽນປີ 2024, ທີ່ ສປປ ລາວ ແລະ ລາງວັນຫ້ອງນໍ້າສາທາລະນະສະອາດອາຊຽນ ປະຈຳປີ 2025, ທີ່ປະເທດອິນໂດເນເຊຍ.

KPL