ພະຍາດທີ່ຄວນລະວັງເມື່ອນ້ຳຖ້ວມ


*ເມື່ອກ້າວເຂົ້າລະດູຝົນຈະມີຝົນຕົກໜັກເປັນເວລາຫລາຍມື້ເຮັດໃຫ້ເກີດນໍ້າຖ້ວມ ໃນຫລາຍບ່ອນເປັນຕົ້ນເມືອງໄຊບົວທອງ ແຂວງຄຳມ່ວນ , ເມືອງວິລະບູລີ ແຂວງສະຫວັນນະເຂດ ທີ່ນໍ້າໄດ້ໄຫລເຂົ້າຖ້ວມບ້ານເຮືອນ ແລະ ຜົນລະປູກຂອງປະຊາຊົນ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກຫລາຍໃນການດໍາລົງຊີວິດຂອງປະຊາຊົນ; ພ້ອມດຽວກັນຖ້າມີນໍ້າຖ້ວມກໍຈະມີຫລາຍພະຍາດຕາມມາ ໂດຍຈະມີພະຍາດຫຍັງແດ່? ມື້ນີ້ ຄໍລໍາ “ສຶກສາຫາຄວາມຮູ້” ໄດ້ລວບລວມມາສະເໜີ ເພື່ອໃຫ້ພວກທ່ານມີສະຕິລະມັດລະວັງໂຕຈາກພະຍາດເຫລົ່ານີ້ຄື:
ພະຍາດຜິວໜັງ: ເປັນພະຍາດທີ່ຄົນເປັນຫລາຍເວລາມີນໍ້າຖ້ວມ ເພາະຕອນນໍ້າຖ້ວມຖ້າເຮົາຢຽບ ຫລື ແຊ່ເປັນເວລາດົນຈະເປັນຕຸ່ມຄັນ, ໜອງຕາມບໍລິເວນນິ້ວຕີນນິ້ວມື້ ແລະ ຄັນຕາມຮ່າງກາຍຈາກເຄື່ອງນຸ່ງທີ່ປຽກຊຸ່ມ.
ພະຍາດທາງເດີນຫາຍໃຈ: ພະ ຍາດທາງເດີນຫາຍໃຈມີຫລາຍອາການເຊັ່ນ: ໄຂ້ຫວັດ,ໄຂ້ຫວັດໃຫຍ່, ສ່ວນໃຫຍ່ຈະມາຈາກການຕິດເຊື້ອໄວຣັດ ຫລື ເຊື້ອພະຍາດແບັກທີເລຍ ທີ່ປົນເປື້ອນມາພ້ອມນໍ້າຖ້ວມ ໂດຍພະຍາດເຫລ່ົານີ້ ສາມາດຕິດຕໍ່ກັນໄດ້ຜ່ານຂີ້ກະເທີ, ນ້ຳມູກ, ນໍ້າລາຍຖ້າບໍ່ເບິ່ງແຍງຮ່າງກາຍໃຫ້ແຂງແຮງ ຫລື ປະໄວ້ດົນອາດມີພະຍາດແຊກຊ້ອນເປັນຕົ້ນພະຍາດປອດບວມ, ປອດອັກເສບ.
ພະຍາດຕາແດງ: ເປັນອີກໜຶ່ງພະຍາດຕິດຕໍ່ທີ່ເກີດຈາກເຊື້ອໄວຣັດ ທີ່ຄົນເປັນຫລາຍ. ສະນັ້ນ, ຕ້ອງຮັກສາຄວາມສະອາດຮ່າງກາຍໃຫ້ດີຄວນຫລີກເວັ້ນນໍ້າເປື້ອນ ຫລື ບໍ່ເອົາມືສີຕາ ເພາະອາດຕິດພະຍາດນີ້ໄດ້.
ພະຍາດທາງເດີນອາຫານ ຫລື ມັກເອີ້ນກັນວ່າພະຍາດອະຮິວາ, ອາຫານເປັນພິດສາເຫດເກີດຈາກມີເຊື້ອພະຍາດເຂົ້າສູ່ຮ່າງກາຍເນື່ອງຈາກກິນອາຫານ ຫລື ນໍ້າທີ່ປົນເປື້ອນເຊື້ອພະຍາດໃນໄລຍະເວລານໍ້າຖ້ວມ.
ພະຍາດຍ່ຽວໜູ : ເປັນພະຍາດຕິດຕໍ່ຈາກສັດຫາຄົນ ໂດຍມີໜູເປັນພາຫະນະ ເຊິ່ງເຊື້ອພະຍາດດັ່ງກ່າວມາຈາກຍ່ຽວຂອງໜູ ທີ່ປົນຢູ່ໃນນໍ້າຖ້ວມອັ່ງ ແລະ ດິນປຽກຊຸ່ມ ຈະເຂົ້າສູ່ຮ່າງເວລາເຮົາມີຮອຍບາດ, ຮອບຂູດ ຫລື ເຂົ້າທາງຕາ,ດັງ,ປາກ.
ພະຍາດໄຂ້ເລືອດອອກ: ມີຍຸງເປັນພາຫະນະນໍາເຊື້ອມາສູ່ຄົນ ໂດຍຍຸງລາຍທີ່ມີເຊື້ອພະຍາດເວລາໄປກັດຄົນກໍຈະເປັນພະຍາດໄຂເລືອດອອກໄດ້, ສັງເກດມີອາການເປັນໄຂ້ຄວນໄປໂຮງໝໍໂດຍໄວ ບໍ່ຄວນຊື້ຢາມາກິນເອງ.
ໄຂ້ມາເລເລຍ: ໂດຍມີຍຸງເປັນພາຫະນະນຳເຊື້ອພະຍາດສູ່ຄົນເຊັ່ນກັນ. ໄຂ້ມາເລເລຍ ເກີດຈາກເຊື້ອໂປຣໂຕຊົວທີ່ຢູ່ໃນຍຸງກົ້ນປ່ອງໂຕແມ່ທີ່ມີເຊື້ອມາເລເລຍເວລາໄປກັດຄົນມັນຈະປ່ອຍເຊື້ອເຂົ້າໃນກະແສເລືອດຂອງເຮົາ.
ນອກຈາກພະຍາດທີ່ກ່າວມາຂ້າງເທິງນີ້ແລ້ວ, ຍັງມີອີກຫລາຍໆພະຍາດທີ່ເກີດຂຶ້ນລະດູຝົນ ສະນັ້ນເຮົາທຸກຄົນຕ້ອງມີສະຕິລະມັດລະວັງ ເພື່ອຫລີກເວັ້ນພະຍາດດັ່ງກ່າວບໍ່ໃຫ້ເກີດຂຶ້ນກັບໂຕເຮົາ ຫລື ກັບຄົນທີ່ເຮົາຮັກ.
ໂດຍ: ລູກສາວຫລ້າ