ກຳປັ່ນໂດຍສານຫລົ້ມຢູ່ອິນໂດເນເຊຍ ມີຜູ້ເສຍຊີວິດເພີ່ມຂຶ້ນ 12 ຄົນ
Email
Print
83

KPL - Asean 2024
ທ່ານ ເອໂກ ຊູຢັດໂນ ຮອງຫົວໜ້າວຽກງານກູ້ໄພກົມກູ້ໄພແຫ່ງຊາດ ອິນໂດເນເຊຍ ກ່າວວ່າ: ໜ່ວຍກູ້ໄພ ໄດ້ພົບເຫັນສົບ ຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 12 ຄົນ
.jpg)
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ໃນກອງປະຊຸມຖະແຫງຂ່າວ ທີ່ຈັດຂຶ້ນ ໃນວັນທີ 9 ກໍລະກົດນີ້, ທ່ານ ເອໂກ ຊູຢັດໂນ ຮອງຫົວໜ້າວຽກງານກູ້ໄພກົມກູ້ໄພແຫ່ງຊາດ ອິນໂດເນເຊຍ ກ່າວວ່າ: ໜ່ວຍກູ້ໄພ ໄດ້ພົບເຫັນສົບ ຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 12 ຄົນ ຫລັງຈາກ ບັນທຸກຜູ້ໂດຍສານ ແລະ ພະນັກງານ ທັງໝົດ65ຄົນ ໂດຍອີງຕາມ ການພິຈາລະນາ ດ້ານມະນຸດສະທຳ ແລະ ການຊີ້ນຳ ຂອງກົມກູ້ໄພ ແຫ່ງຊາດ, ການຊ່ວຍເຫລືອກູ້ໄພ ຈະແກ່ຍາວອອກໄປອີກ 3 ວັນ ແລະ ຈະຂະຫຍາຍຂອບເຂດກູ້ໄພຫລາຍຂຶ້ນ.ພາຍຫລັງ ກຳປັ່ນໂດຍສານລຳນີ້ ຂອງອິນໂດເນເຊຍ ຫລົ້ມຢູ່ຊ່ອງແຄບບາຫລີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ