ຮອງນາຍຍົກລັດຖະມົນຕີ ຢ້ຽມຢາມສູນບຳບັດ ຢາເສບຕິດ ບ້ານໜອງບູ່ຫີນ ເມືອງສາລະວັນ

ຂປລ. ເມື່ອມໍ່ໆມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍຍົກລັດຖະມົນຕີ, ປະ ທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມສູນບຳບັດຢາເສບຕິດ ຢູ່ບ້ານໜອງຍູ່ຫີນ ເມືອງ ແລະ ແຂວງສາລະວັນ ໂດຍມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ, ການນຳແຂວງ, ເມືອງ, ບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ.
ທ່ານ ພັນເອກ ຄໍຳໂກ້ ທົງຄໍຳຫານ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົນ ແຂວງໄດ້ໃຫ້ຮູ້ວ່າ: ສູນປີ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ບ້ານໜອງບູ່ຫີນ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຫ້ອງຕຳຫລວດ ແລະ ກອງບັນຊາການ ປກສ ແຂວງກ່ຽວກັບການຄົ້ນຄວ້າ, ກຳນົດຫລັກ ການກ່ຽວກັບການບໍລິການປິ່ນປົວ, ຂັ້ນຕອນການປິ່ນປົວ, ໄລຍະຟື້ນຟູ, ການໃຫ້ຄຳປຶກສາ, ການຝຶກວິຊາຊິບ, ການຕິດຕາມ ຜູ້ປິ່ນປົວທີ່ຫາຍດີແລ້ວກັບຄືນສູ່ຄອບຄົວ ແລະ ສັງຄົມ, ສູນແຫ່ງນີ້່ມີເນື້ອທີ່ທັງໝົດ 11,30 ເຮັກຕາ, ປະກອບດ້ວຍອາຄານນອນຕຶກ A ຕຶກ B ຕຶກ C, ເຮືອນພັກພະນັກງານ, ປ້ອມຍາມ, ສາມາດຮອງຮັບຜູ້ຕິດຢາເສບຕິດ ທີ່ຈະນຳເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບຈຳນວນ 356 ຄົນ,ປັດຈຸບັນມີ 30 ຄົນທີ່ເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບ.
ໃນໄລຍະຜ່ານມາ ຜູ້ທີ່ຖືກເຄາະຮ້າຍບັນຫາຢາເສບຕິດ ແມ່ນນຳໄປຝາກຢູ່ຄ້າຍຄຸມຂັງ ເຊິ່ງເປັນການແກ້ໄຂເບື້ອງຕົ້ນ, ບໍ່ໄດ້ຮັບການປິ່ນປົວໄປຕາມອາການ, ເນື່ອງຈາກບໍ່ທັນມີສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ໃນປີ 2021 ພາຍຫລັງທີ່ພະຍາດໂຄວິດ-19 ມີການລະບາດ, ການນຳແຂວງຈຶ່ງໄດ້ມີການຕົກລົງ ໃຫ້ສ້າງສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍໄດ້ຮັບທຶນຊ່ວຍເຫລືອ ຈາກກະຊວງສາທາລະນະສຸກ 6 ຕື້ກີບ ແລະທຶນສົມທົບແຂວງ 500 ລ້ານກີບ ແລະ ກໍ່ສ້າງສຳເລັດໃນປີ2023. ຫລັງຈາກໂຄວິດຢຸດເຊົາ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຫັນດີເປັນເອກພາບກັນສະເໜີ ອົງການປົກຄອງແຂວງ ເພື່ອຂໍອະນຸມັດສູນປິ່ນປົວດັ່ງກ່າວ. ເພື່ອສືບຕໍ່ປັບປຸງສູນດັ່ງກ່າວ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ແຜນຂໍຫງົບປະມານ ນຳກະຊວງປ້ອງກັນຄວາມສະ ຫງົບ 1,3 ກວ່າກີບ ເພື່ອມາປັບປຸງຂັ້ນຫ້ອງປິ່ນປົວ, ເຮັດເຮືອນຄົວ, ເຮັດຮົ້ວອ້ອມ ແລະ ປັບປຸງພື້ນຖານໂຄງລ່າງຈຳນວນໜຶ່ງ ເພື່ອຮອງຮັບບັນດາເປົ້າໝາຍຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຟື້ນຟູ.
ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງແຂວງ, ການນຳກອງບັນການປ້ອງກັນຄວາມສະຫງົບ ທີ່ມີຄວາມພະຍາຍາມ ໃນການສຸມທຸກທຶນຮອນ ເຂົ້າໃນການກໍ່ສ້າງຈົນສຳເລັດ ແລະ ເປີດການນຳໃຊ້ສູນປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດພາຍໃນແຂວງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ບັນດາເປົ້າໝາຍຜູ້ເສບຢາເສບຕິດ ເຂົ້າມາປິ່ນປົວຟື້ນຟູ ເພື່ອໃຫ້ເຂົາເຈົ້າມີສຸຂະພາບຈິດທີ່ດີ, ມີສຸຂະພາບແຂງແຮງ, ຕິດພັນກັບການຝຶກດ້ານວິຊາຊີບ ເພື່ອກັບຄືນມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ, ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຫລຸດໜ້ອຍຖອຍລົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ຂ່າວ-ພາບ: ຄຳສອນ ແກ້ວບຸນທະວົງ.