ສປນວ ພິຈາລະນາ ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນ ນວ

ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ສປນວ) ຊຸດທີ II ວັນທີ 10 ກໍລະກົດ 2025 ນີ້, ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ສະເໜີຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ (ນວ). ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວ, ມີຄວາມຖືກຕ້ອງ, ສອດຄ່ອງ, ຮັດກຸມ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໂອກາດນີ້, ທ່ານ ປັນຍາ ມະນີວົງ ໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ສະພາບການຈັດຕັ້ງປະ ຕິບັດວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ, ເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງຂໍ້ຕົກລົງດັ່ງກ່າວ, ພ້ອມທັງຍົກໃຫ້ເຫັນຂະບວນການສ້າງ, ໂຄງປະກອບ ແລະ ເນື້ອໃນສຳຄັນ ຂອງຮ່າງຂໍ້ຕົກລົງ ເຊິ່ງ ຮ່າງຂໍ້ຕົກລົງສະບັບນີ້, ປະກອບມີ 10 ໝວດ, 40 ມາດຕາ ໂດຍໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຄື່ອນໄຫວ ວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະ ຄອນຫລວງວຽງຈັນ ເພື່ອສົ່ງເສີມການບໍລິການ ເກັບມ້ຽນຂີ້ເຫຍື້ອ ແລະ ເຮັດໃຫ້ຂີ້ເຫຍື້ອ ກາຍເປັນຊັບ ພະຍາກອນທີ່ສ້າງມູນຄ່າ, ຫັນເຂົ້າສູ່ລະບົບທີ່ທັນສະໄໝ ແລະ ໄດ້ມາດຕະຖານເຕັກນິກ, ຖືກຫລັກສຸຂະອານາໄມ ແນໃສ່ປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງ ຕາມນະໂຍບາຍ 6ສ ຮັບປະກັນໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ.
ຮ່າງຂໍ້ຕົກລົງ ສະບັບນີ້, ສ້າງຂຶ້ນເພື່ອໃຫ້ສອດຄ່ອງ ກັບແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ມະຕິວ່າດ້ວຍການພັດທະນາ ນະຄອນຫລວງວຽງຈັນ ໃນໄລຍະໃໝ່, ແຜນພັດທະນາເສດຖະກິດ-ສັງຄົມ ນະຄອນຫລວງວຽງຈັນ, ເພື່ອເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII, ແຜນຍຸດທະສາດ ແລະ ແຜນດໍາເນີນງານ ການຄຸ້ມຄອງຂີ້ເຫຍື້ອ ແບບຍືນຍົງສໍາລັບນະຄອນຫລວງວຽງຈັນ ຮອດປີ 2030, ທັງແນໃສ່ສ້າງນິຕິກຳທີ່ເປັນອັນສະເພາະ ສໍາລັບວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ເພື່ອປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງ ຕາມນະໂຍບາຍ 6ສ ເພື່ອໃຫ້ບັນລຸວິໄສທັດ "ນະຄອນຫລວງວຽງຈັນ ມີຄວາມສະອາດ ສີຂຽວ ແລະ ໜ້າຢູ່”; ເປັນການຊຸກຍູ້ໃຫ້ສັງຄົມທຸກພາກສ່ວນ ມີສ່ວນຮ່ວມໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ, ປົກປ້ອງສິດ ຜົນປະໂຫຍດຄວາມເປັນທຳລະຫວ່າງຜູ້ໃຊ້ບໍລິການ ແລະ ພາກສ່ວນໃຫ້ບໍລິການເກັບມ້ຽນຂົນສົ່ງຂີ້ເຫຍື້ອ, ຊຸກຍູ້ ແລະ ສົ່ງເສີມ ການລົງທຶນເຂົ້າໃສ່ວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃຫ້ຫລາຍຂຶ້ນ; ຄຸ້ມຄອງຕິດຕາມ, ກວດກາ ການເຄື່ອນໄຫວຂອງບັນດາ ຫົວໜ່ວຍທຸລະກິດ ທີ່ດຳເນີນທຸ ລະກິດກ່ຽວກັບ ສິ່ງເສດເຫລືອ ກໍຄື ຂີ້ເຫຍື້ອ ໃຫ້ສອດຄ່ອງຖືກຕ້ອງກັບລະບຽບຫລັກການ ຮັບປະກັນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ເພື່ອໃຫ້ເຮັດໃຫ້ການຄຸ້ມຄອງ, ບໍລິຫານຈັດການວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນທັງຮັບປະກັນ ຄຸນນະພາບການບໍລິການເກັບມ້ຽນຂົນສົ່ງ ແລະ ກຳຈັດຂີ້ເຫຍື້ອ ສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່.
ພາຍຫລັງ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງໃຫ້ແກ່ ພະແນກການທີ່ກ່ຽວຂ້ອງ, ຄະນະກຳມະການປົກຄອງເມືອງ, ຕາແສງ ທົ່ວນະຄອນຫລວງວຽງຈັນ ໄດ້ນໍາໄປໃຊ້ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ເປັນບ່ອນອີງໃຫ້ແກ່ຄະນະກຳມະການປົກຄອງເມືອງ, ຕາແສງ, ການຈັດຕັ້ງຊຸມຊົນ ໃນການປຸກລະດົມຄອບຄົວ, ຫົວໜ່ວຍ ທຸລະກິດທຸກພາກສ່ວນ ໃຫ້ເຂົ້າຮ່ວມເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ໃຫ້ຄວບຄຸມທົ່ວນະຄອນຫລວງວຽງຈັນ(ລັກສະນະບັງຄັບ ປ່ຽນແທນລັກສະນະສະໝັກໃຈ ໃນການເຂົ້າຮ່ວມເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແລະ ສາມາດປະຕິບັດມາດຕະການ ຕໍ່ຜູ້ລະເມີດໃນຂໍ້ຕົກລົງ ແລະ ເປັນການຊຸກຍູ້ໃຫ້ວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ນັບມື້ຫັນໄປສູ່ທັນສະໄໝ); ປະຊາຊົນທຸກຊັ້ນຄົນ, ອົງການຈັດຕັ້ງທຸກພາກສ່ວນ ທັງພາກລັດ-ເອກະຊົນ ແລະ ບັນດາຫົວໜ່ວຍທຸລະກິດ ມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມຮັບຜິດຊອບ ໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ຢ່າງຖືກວິທີ ແລະ ປະກອບສ່ວນໃນການ ຫລຸດຜ່ອນການສ້າງຂີ້ເຫຍື້ອ, ມີສ່ວນໃນການຄັດແຍກຂີ້ເຫຍື້ອ ຢູ່ຕົ້ນກຳເນີດບ່ອນຜະລິດ ແລະ ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ພ້ອມປະກອບສ່ວນຄ່າພັນທະຢ່າງເໝາະສົມ. ຮອດປີ 2030 ບັນດາບ້ານທົ່ວ ນະຄອນຫລວງວຽງຈັນ ຈະໄດ້ເຂົ້າເຖິງການໃຊ້ບໍລິການເກັບມ້ຽນຂົນສົ່ງຂີ້ເຫຍື້ອຢ່າງທົ່ວເຖິງ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ ການຈັດຕັ້ງຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ, ທັງເປັນນິຕິກຳ ຊຸກຍູ້ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມມີຄວາມເອົາໃຈໃສ່ ປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະ ການມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມໃນວຽກຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ແນໃສ່ເຮັດໃຫ້ສະ ພາບແວດລ້ອມຂອງນະຄອນຫລວງວຽງຈັນ ດີຂຶ້ນ, ມີຄວາມເປັນລະບຽບຮຽບຮ້ອຍ, ຕົວເມືອງສະ ອາດງາມຕາ, ມີອາກາດບໍລິສຸດ ແລະ ປາສະຈາກການຖິ້ມຂີ້ເຫຍື້ອຊະຊາຍ.
ຂ່າວ-ພາບ: ທະນູທອງ