ສະມາຊິກປະເທດອະນຸພາກພື້ນແມ່ນ້ຳຂອງ ຫາລື ຊຸກຍູ້-ສົ່ງເສີມ ດ້ານການທ່ອງທ່ຽວ

ຂປລ. ໃນວັນທີ 24 ມິຖຸນາ 2025 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳ ມະການດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 55 (The 55`th GMS Tourism Working Group Meeting) ຢູ່ແຂວງຫລວງພະບາງ ເພື່ອປຶກສາຫາລື ແລະ ທົບທວນຄືນ ການ ຈັດຕັ້ງປະຕິບັດວຽກງານດ້ານການທ່ອງທ່ຽວ ຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ໃນໄລຍະຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ GSM (ລາວ, ໄທ, ຫວຽດນາມ, ມຽນມາ, ກຳປູເຈຍ, ຈີນ), ສູນອາຊຽນ-ຈີນ, ສູນອາຊຽນ-ຍີ່ປຸ່ນ, ອົງການຈັດຕັ້ງສາກົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ພອນມະລີ ອິນທະພົມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາ ລືບັນຫາສຳຄັນຕ່າງໆກ່ຽວກັບການທ່ອງທ່ຽວ ຂອງບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນ້ຳຂອງ ຫລື GMS ເປັນຕົ້ນ ຜູ້ຕາງໜ້າ ຈາກບັນດາປະເທດສະມາຊິກ GMS ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໂດຍສະເພາະ ດ້ານການທ່ອງທ່ຽວ ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມ ໃນຄັ້ງຜ່ານມາ, ລວມທັງການພື້ນຟູການທ່ອງທ່ຽວ ຫລັງການແຜ່ລະບາດຂອງພະຍາດ ໂຄວິດ-19 ວ່າແຕ່ລະປະເທດ ໄດ້ມີການຟື້ນຟູຄືແນວໃດ ແລະ ທິດທາງແຜນການ ໃນຕໍ່ໜ້າຂອງແຕ່ລະປະເທດ ຈະສືບຕໍ່ຊຸກຍູ້-ສົ່ງເສີມ, ປັບປຸງແກ້ໄຂຄືແນວໃດ.
ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຂອງ ທະນາຄານພັດທະນາອາຊີ (ADB) ໂດຍໄດ້ຢືນຢັນວ່າ ແຕ່ລະປະເທດສະມາຊິກ GMS ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກທະນາຄານະພັດທະນາອາຊີ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບກິດຈະກຳ ແລະ ໜ້າວຽກ ທີ່ເປັນວຽກບູລິມະສິດ ຂອງທຸກປະເທດ ທີ່ຈະໄດ້ຮ່ວມມືກັນໃນການພັດທະນາໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການສະເໜີ ຈາກບັນດາປະເທດຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນ ສູນອາຊຽນ-ຈີນ ແລະ ສູນອາຊຽນ-ຍີ່ປຸ່ນ ໂດຍໄດ້ນຳສະເໜີກ່ຽວກັບທິດທາງແຜນການໃນຕໍ່ໜ້າ ທີ່ຈະໄດ້ຮ່ວມມືກັນ.
ຂ່າວ-ພາບ: ທະນູທອງ