ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

23/06/2025 09:22
Email Print 83
KPL - Asean 2024 ຂປລ. ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ວັນທີ 20 ມິຖຸນາ 2025 ພາຍ​ໃຕ້ການເປັນປະທານ ​ແລະ ປະດັບ​ຫລຽນ


​ໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ອີງຕາມກອງປະຊຸມຂອງກົມ ການເມືອງສູນກາງພັກ ກ່ຽວກັບການ ອະນຸມັດ ຍ້ອງຍໍຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ອີງຕາມໜັງສືສະເໜີ ຂອງຄະນະກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ, ຄະນະເລຂາທິການສູນກາງພັກ ຕົກລົງ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ປະຈຳການ ກະຊວງປ້ອງກັນປະເທດ ຈຳນວນ 1.019 ສະຫາຍ, ຍິງ 56 ສະຫາຍ. ໃນນີ້, ມີສະມາຊິກພັກປະຈຳການ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ຈຳນວນ 41 ສະຫາຍ, ຍິງ 1 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະ ຫລອດໄລຍະຜ່ານມາ.

ຂ່າວ-ພາບ: ນົກ ບຸນມາເລີດ

KPL