ເສັ້ນທາງທີ່ເປເພ ບາງຈຸດຢູ່ແຂວງຫລວງພະບາງ ໄດ້ຮັບການແກ້ໄຂແລ້ວ

23/06/2025 21:00
Email Print 83
KPL - Asean 2024 ຂປລ. ປັດຈຸບັນ, ການບົວລະບັດຮັກສາ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເຂດແຂວງຫລວງພະບາງ ມີທັງໝົດ 5 ເສັ້ນ, ມີຄວາມຍາວທັງໝົດ 639 ກິໂລແມັດ



ຂປລ. ປັດຈຸບັນ, ການບົວລະບັດຮັກສາ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເຂດແຂວງຫລວງພະບາງ ມີທັງໝົດ 5 ເສັ້ນ, ມີຄວາມຍາວທັງໝົດ 639 ກິໂລແມັດ ຄື: ເສັ້ນທາງເລກທີ 13 ເໜືອເຂດຫລວງພະບາງ
, ເສັ້ນທາງເລກ 7 ແຕ່ພູຄູນ ຫາຊາຍແດນຊຽງຂວາງ, ເສັ້ນທາງເລກ 4 ແຕ່ສາມແຍກປາກແວດ ຫາ ປາກຄອນ, ທາງເລກທີ 22 ແຕ່ສາມແຍກບົ່ງດົງ ຫາຊາຍແດນແຂວງວຽງຈັນ, ທາງເລກທີ 1C ແຕ່ບ້ານປາກມອງ ຫາບ້ານຫ້ວຍແຊວ ແລະ ທາງເລກທີ IC ແຕ່ບ້ານຫ້ວຍແຊວ ຫາບ້ານສາມສຸມ, ແຕ່ບ້ານສາມສຸມ ຫາຊາຍແດນແຂວງຫົວພັນ ໄດ້ສ້ອມແປງຈຸດທີ່ເປ່ເພໜັກໜ່ວງ ໄປ-ມາມີຄວາມຫຍຸ້ງຍາກ, ບໍ່ສາມາດໄປໄດ້. ແຕ່ມາຮອດປັດຈຸບັນ, ແມ່ນສາມາດທຽວໄດ້ເປັນປົກກະຕິ.

 


ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດລົງເຄື່ອນໄຫວຕິດຕາມຫາງສຽງສັງຄົມກ່ຽວກັບລົດໄຟລາວ-ຈີນ ຈາກນະ ຄອນຫລວງວຽງຈັນຫາ ແຂວງຫລວງພະບາງ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ ໄດ້ສ້ອມແປງເສັ້ນທາງແບບສຸກເສີນ ຈຸດທີ່ເປ່ເພໜັກ ຕາມເສັ້ນທາງຫລວງແຫ່ງຊາດ, ເຮັດໃຫ້ການເດີນທາງໄປ-ມາ ມີຄວາມຫຍຸ້ງຍາກ
, ບາງຈຸດບໍ່ສາມາດໄປໄດ້ ຄືດັ່ງທີ່ສື່ສັງຄົມອອນລາຍໄດ້ອອກຂ່າວ ເປັນຕົ້ນ: ດິນເຈື່ອນຖົມເສັນທາງ, ຕົ້ນໄມ້ລົ້ມທັບທາງ, ຈຸດທີ່ເປັນຂຸມ ແລະ ເປ່ເພ. ຕໍ່ບັນຫາດັ່ງກ່າວ, ພະແນກ ຍທຂ ແຂວງ ໄດ້ຈັດຊື້-ຈັດຈ້າງ, ຄັດເລືອກເອົາເອົາບໍລິສັດ ທີ່ມີເງື່ອນໄຂຄົບຖ້ວນ ທາງດ້ານພາຫະນະກົນຈັກ, ບຸຄະລາກອນ, ທຶນຮອນເພື່ອແກ້ໄຂສຸກເສີນ ໃຫ້ການສັນຈອນໄປ-ມາເປັນປົກກະຕິ, ແລ່ນສະດວກ ໂດຍໄດ້ເອົາຫີນຄົບ, ຫີນຜາ ແລະ ຫີນຫ້ວຍມາຖົມໃສ່ແລ້ວອັດແໜ້ນ.

 

ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຍັງໃຫ້ຮູ້ຕື່ມວ່າ: ແຂວງຫລວງພະບາງ ເປັນແຂວງທ່ອງທ່ຽວເຊິ່ງມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມທັງດ້ານທໍາມະຊາດ
, ປະຫວັດສາດ ແລະ ວັດທະນະທໍາ ເປັນຕົ້ນ ແຫລງທ່ອງທ່ຽວຕາດກວາງຊີ ເປັນອັນດັບໜຶ່ງ. ສະນັ້ນ, ໃນປີ 2003-2004 ໂຄງການທະນາຄານພັດທະນາອາຊີ ຫລື ADB ໃຫ້ການສະໜັບສະໜູນສ້ອງແປງເສັ້ນທາງໄປຕາດກວາງຊີ ຈາກທາງດິນແດງມາເປັນທາງຢາງ ແຕ່ເວລານັ້ນຮັບໃຊ້ແຕ່ລົດທ່ອງທ່ຽວ ແລະ ຕໍ່ມາກໍມີການສັນຈອນເພີ່ມຂຶ້ນ ເຮັດໃຫ້ເສັ້ນທາງມີການເປ່ເພ ເຊິ່ງປັດຈຸບັນ ກໍາລັງປັບປຸງສ້ອມແປງຂະຫຍາຍເສັ້ນທາງອອກໃຫ້ມີຄວາມສະດວກສະບາຍ ເຊິ່ງເສັ້ນທາງດັ່ງກ່າວ ມີຄວາມຍາວທັງໝົດປະມານ 26 ກິໂລແມັດ ແລະ ສໍາເລັດແລ້ວປະມານ 10 ກິໂລແມັດ ເຊິ່ງງົບປະມານໃນການສ້ອງແປງ ແມ່ນນໍາໃຊ້ເງິນເກີນແຜນຂອງແຂວງ ຄາດວ່າຈະສໍາເລັດປະມານ 2-3 ປີ.

ຂ່າວ-ພາບ: ວີລະວັນ

KPL