ສປ ຈີນ ມີການຄ້າເອເລັກໂຕຣນິກ ໃນ 5ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ


ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ກະຊວງ ການຄ້າຈີນ ເປີດເຜີຍໃຫ້ຮູ້ວ່າ: ລະຫວ່າງ ເດືອນມັງກອນ ຫາເດືອນພຶດສະພາ 2025 ນີ້, ການຄ້າເອເລັກໂຕຣນິກຂອງ ສປ ຈີນ ໄດ້ສະແດງຄວາມສາມາດບົ່ມຊ້ອມ ດ້ານການບໍລິໂພກ ຢ່າງແຂງແຮງ ໂດຍໄດ້ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ. ໃນນັ້ນ, ການຄ້າເອເລັກໂຕຣນິກ ໄດ້ຍົກສູງຄຸນນະພາບ ຜະລິດຕະພັນ ແລະເປີດກວ້າງຄວາມຕ້ອງການ ພາຍໃນຢ່າງຊັດເຈນ. ຍອດມູນຄ່າສິນຄ້າຂາຍຍ່ອຍ ທາງອອນລາຍ ລະຫວ່າງ ເດືອນມັງກອນຫາເດືອນພຶດສະພາ ໄດ້ເພີ່ມຂຶ້ນ 8,5%. ຍອດມູນຄ່າການຈຳໜ່າຍໃນຫລາຍດ້ານ ຄື: ຜະລິດຕະພັນ ດີຈີຕອນຈຸດສຸມທີ່ກະຊວງ ການຄ້າຈີນ ຕິດຕາມ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງດີຈີຕອນ 15 ປະເພດ ທີ່ສາມາດແລກອັນໃໝ່ ດ້ວຍອັນເກົ່າ, ການບໍລິໂພກ ດ້ານການບໍລິການ ອິນເຕີເນັດ ແລະ ການຂາຍຍ່ອຍ ແບບສົ່ງເຖິງ ທີ່ທັນເວລາລ້ວນແຕ່ ໄດ້ເພີ່ມຂຶ້ນ 10% ຂຶ້ນໄປ, ນັບແຕ່ເດືອນເມສາ ເປັນຕົ້ນມາ, ຍອດມູນຄ່າການຄ້າ ສາກົນ ບັນລຸ ຫລາຍກວ່າ 2 ຕຶ້ຢວນ.ຊ່ອງທາງການຄ້າເອເລັກໂຕຣນິກຕົ້ນຕໍຂອງ ສປ ຈີນ ໄດ້ນຳໃຊ້ເຕັກນິກປັນຍາປະດິດ ຫລື AI ເຂົ້າໃນວຽກງານທຸກຂັ້ນຕອນ ໂດຍໄດ້ຫລຸດຕົ້ນທຶນ ການບໍລິຫານໃຫ້ໜ້ອຍລົງ 15%. ນອກຈາກນີ້ແລ້ວ, ປະເທດ ຄູ່ການຄ້າເອເລັກໂຕຣນິກ ເສັ້ນທາງສາຍໄໝຂອງ ສປ ຈີນ ໄດ້ເພີ່ມຂຶ້ນຮອດ 35 ປະເທດ./.
ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ