8 ເຫດການໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ

29/04/2025 15:57
Email Print 83
KPL - Asean 2024 *ເນື່ອງໃນໂອກາດ ວັນຄົບຮອບ 50 ປີ ແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະລາດ (30 ເມສາ 1975 – 30 ເມສາ 2025).


*ເນື່ອງໃນໂອກາດ ວັນຄົບຮອບ 50 ປີ ແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະລາດ (30 ເມສາ 1975 – 30 ເມສາ 2025). ເປັນເວລາ 50 ປີກ່ອນ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ການ ບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ ໃນລະດູ ບານໃໝ່ປີ 1975 ຊຶ່ງຈຸດສູງສຸດແມ່ນບັ້ນຮົບ ໂຮ່ຈີ່ມິງ ເປັນປະຫວັດສາດ ຂອງກໍາລັງປະກອບອາວຸດ ແລະ ທົ່ວປວງຊົນຫວຽດນາມ ໄດ້ຮັບໄຊຊະນະອັນສະຫງ່າງາມ; ເປັນຜົນສໍາເລັດແຫ່ງການຕໍ່ສູ້ ອັນຍາວນານຕໍ່ຕ້ານຈັກກະ ພັດລ່າຫົວເມືອງຂຶ້ນແບບໃໝ່ ເພື່ອກູ້ເອົາປະເທດຊາດຫວຽດນາມ, ເປັນໜຶ່ງໃນບັນດາໄຊຊະນະຍິ່ງໃຫຍ່ທີ່ສຸດ ແລະ ເປັນຂີດໝາຍທີ່ສະຫງ່າງາມທີ່ສຸດ ໃນປະຫວັດສາດນັບພັນປີ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຫວຽດນາມ, ນໍາພາປະເທດຊາດກ້າວ ເຂົ້າສູ່ຍຸກໃໝ່ ເປັນຍຸກເອກະລາດ, ເສລີພາບ, ເປັນເອກະພາບ, ສັນຕິພາບ ແລະ ພັດທະນາຢ່າງໝັ້ນຄົງ. ແນວໃດກໍ່ດີໜັງສືພິມປະເທດລາວ ສະບັບມື້ນີ້ ຂໍຍົກເອົາ 8 ໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ມານຳສະເໜີໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ໄປພ້ອມໆກັນດັ່ງລຸ່ມນີ້:




1. ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງກອງ ທັບ ແລະ ປະຊາຊົນຫວຽດນາມ ໃນປະຫວັດສາດ 4 ພັນປີ ຂອງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໄຊຊະນະດັ່ງກ່າວ ແມ່ນການທັບມ້າງ ກົງຈັກການທະຫານອັນໃຫຍ່ໂຕເຂັ້ມແຂງ ແລະ ທັນສະໄໝກວ່າໝູ່ ໝົດຢູ່ອາຊີອາຄະເນໄດ້ຢ່າງສົມບູນ, ປະເທດຊາດທີ່ຖືກແບ່ງເປັນ 2 ພາກ ໄດ້ຮັບການເຕົ້າ ໂຮມເປັນອັນດຽວກັນ.

2. ແມ່ນການປະລາໄຊອັນໜັກໜ່ວງທາງດ້ານທະຫານ ແລະ ການເມືອງທີ່ບໍ່ເຄີຍມີມາກ່ອນ ຂອງຈັກກະພັດອາເມລິກາ, ເຮັດໃຫ້ກົນອຸບາຍ ຢາກຫັນເອົາພາກໃຕ້ຫວຽດນາມ ເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບການທະຫານ ຂອງພວກເຂົາຖືກ ທັບ ມ້າງ. ແມ່ນການປະລາໄຊຄັ້ງທໍາອິດ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນໂລກ.

3. ໄຊຊະນະລະດູບານໃໝ່ປີ 1975 ຢູ່ພາກໃຕ້ຫວຽດນາມ ແມ່ນໄຊຊະນະລວມ ແຫ່ງກ້ອນກໍາລັງສາມັກຄີພິເສດ, ຮ່ວມສໍາພັນສູ້ຮົບລະຫວ່າງຫວຽດນາມ, ລາວ ແລະ ກໍາປູເຈຍ ອ້າຍນ້ອງ. ແມ່ນສະໜາມຮົບຢູ່ບົນດິນແດນ ແຫລມອິນດູຈີນອັນດຽວກັນ, ຕ້ານ ສັດຕູຜູ້ຮຸກຮານໂຕດຽວກັນ. ໄຊຊະນະດັ່ງກ່າວ ແມ່ນປັດໄຈ, ແມ່ນທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະ ກັນ.

4. ໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຮັກເອກະລາດຂອງປະຊາຊົນຫວຽດນາມ ຕາມຄໍາເວົ້າຂອງປະທານ ໂຮ່ຈີ່ມິງ ທີ່ວ່າ:ບໍ່ມີຫຍັງຈະປະເສີດເລີດ ກວ່າເອກະລາດ ແລະ ເສລີພາບສະແດງໃຫ້ເຫັນເຖິງ ການນໍາພາອັນ ປີຊາສາມາດ, ຍຸດທະສາດທີ່ເດັດດ່ຽວໜຽວແໜ້ນ, ຍຸດໂທບາຍທີ່ຄ່ອງແຄ້ວ ແລະ ວິທີປະຕິວັດທີ່ສະຫລາດສ່ອງໃສຂອງພັກກອມມູນິດ.


5. ການປົດປ່ອຍພາກໃຕ້ຫວຽດນາມ ແມ່ນການປະກອບສ່ວນອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເຂົ້າໃນສັນຕິພາບໂລກ, ປຸກລະດົມບັນດາປະຊາຊາດ ທີ່ຖືກກົດຂີ່ຂູດຮີດຮຽນຮູ້ຕົວແບບ ລັດທິວິລະຊົນປະຕິວັດ ຂອງຫວຽດນາມ, ກ້າຫານ ຕໍ່ສູ້ຕ້ານຈັກກະພັດ ເພື່ອປົດປ່ອຍຕົນເອງ ອອກຈາກການກົດຂີ່ຂູດຮີດ, ສ້າງຄວາມເຊື່ອໝັ້ນໃຫ້ທົ່ວໂລກຮັບຮູ້ ພະລັງແຮງທີ່ຮັກຊາດ, ເອກະລາດ, ສັນຕິພາບ, ປະຊາທິປະໄຕ ແລະ ກ້າວໜ້າໃນໂລກ.  

6. ໄຊຊະນະດັ່ງກ່າວ ໄດ້ເຮັດໃຫ້ສະຫະລັດອາເມລິກາ ຕົກສູ່ສະພາບວິກິດການຢ່າງຮ້າຍແຮງ ທາງດ້ານການເມືອງ, ເສດຖະກິດ, ແນວຄິດຈິດຕະສາດຂອງປະຊາຊົນ ແລະ ທະຫານຜ່ານເສິກອາເມລິກາ ເກີດຄວາມອົນລະເວນ ແລະ ເຊື່ອມໂຊມ.

7. ສໍາລັບການປະຕິວັດລາວ, ມັນໄດ້ສ້າງກາລະໂອກາດອໍານວຍພັນປີມີເທື່ອໜຶ່ງໃຫ້ກອງ ທັບ ແລະ ປະຊາຊົນລາວລຸກຮືຂຶ້ນປະຕິບັດ 3 ບາດຄ້ອນຍຸດທະສາດ ຢຶດອໍານາດທົ່ວປະເທດວັນທີ 2 ທັນ ວາ 1975.

8. ຈາກໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ເປັນການໄຂສັງກາດໃຫ້ຫວຽດນາມ ມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ດໍາເນີນການປ່ຽນແປງໃໝ່, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.


KPL