ບີວາຍດີ ເລີ່ມສ້າງໂຮງງານປະກອບລົດໄຟຟ້າຢູ່ກຳປູເຈຍ

29/04/2025 22:16
Email Print 83
KPL - Asean 2024 ບີວາຍດີ(BYD)ຜູ້ຜະລິດ ລົດໄຟຟ້າ ຫລື ອີວີ(EV) ໄດ້ເລີ່ມກໍ່ສ້າງ ໂຮງງານ ປະກອບລົດ ທີ່ເຂດ ເສດຖະກິດ ພິເສດ ສີຫານຸວີລ ໃນແຂວງພະສີຫານຸ ຂອງກຳປູເຈຍ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ,ວັນທີ 29ເມສານີ້, ບີວາຍດີ(BYD)ຜູ້ຜະລິດ ລົດໄຟຟ້າ ຫລື ອີວີ(EV) ໄດ້ເລີ່ມກໍ່ສ້າງ ໂຮງງານ ປະກອບລົດ ທີ່ເຂດ ເສດຖະກິດ ພິເສດ ສີຫານຸວີລ ໃນແຂວງພະສີຫານຸ ຂອງກຳປູເຈຍ.ໂຮງງານແຫ່ງນີ້ ຈະເປັນ​ອີກ​ ໝາກຜົນ​ ແຫ່ງ​ການ​ຮ່ວມ​ມື ​ກຳປູ​ເຈຍ- ສປ ຈີນ.ພາຍ​ໃຕ້ ​ຂໍ້​ລິ​ເລີ່​ມ ໜຶ່ງ​ແລວ​ ​ໜຶ່ງ​ເສັ້ນທາງ (BRI) ​ແລະ​ ເປັນ​ການ​ ຢືນຢັນ​ວ່າ: ​ນັກ​ລົງທຶນ​ຈີນ ​ມີ​ຄວາມ​ໝັ້ນ​ໃຈ ​ຕໍ່​ສະພາບ​ແວດ​ລ້ອມ​ ແຫ່ງ​ການ​ດຳ​ເນີນ​ ທຸລະ​ກິດ​ ແລະ​ ການ​ລົງທຶນ ​ຂອງ​ກຳປູ​ເຈຍ, ພ້ອມ​ທັງ ​ເປັນ​ສູນ​ກາງ​ ໃນ​ການ​ຖ່າຍ​ທອດ ຂີດຄວາມສາມາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃໝ່​ ໃນ​ຂະ​ແໜງ EV ​ໃຫ້​ແກ່​ ບຸກຄະລາ​ກອນ​ ຂອງກຳປູ​ເຈຍ. BYD ເປັນຍີ່ຫໍ້ EV ທີ່ນິຍົມ ໃນກຳປູເຈຍ.ຖັດມາ ແມ່ນໂຕໂຍຕ້າ ຈາກຍີ່ປຸ່ນ ແລະ ເທສລາ(Tesla )ຈາກ ສະຫະລັດ ອາເມລິກາ ຈຳນວນ ການຈົດທະບຽນລົດ EV ໃນກຳປູເຈຍ ໃນປີ 2024 ມີທັງໝົດ 2.253 ຄັນ, ເພີ່ມຂຶ້ນ ຢ່າງຫລວງຫລາຍ ຈາກ 313 ຄັນໃນປີ 2023 ແລະ ກຳປູເຈຍ ຕັ້ງເປົ້າ ຈະເພີ່ມຈຳນວນ ຂຶ້ນເປັນ 30.000 ຄັນໃນປີ 2030./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL