ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາທູດລາວ ທີ່ຈະໄປປະຈຳຢູ່ຕ່າງປະເທດ

21/04/2025 13:53
Email Print 83
KPL - Asean 2024 ຂປລ. ໃນວັນທີ 18 ເມສາ 2025 ຜ່ານ​ມາ, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ ໂດຍມີ



ຂປລ. ໃນວັນທີ
18 ເມສາ 2025 ຜ່ານ​ມາ, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ອົດສະຕຣາລີ, ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ສິງກະໂປ, ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ຈາກາຕາ, ສ ອິນໂດເນເຊຍ ແລະ ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.




ໂອກາດດັ່ງກ່າວ
, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ບັນດາທ່ານທູດທີ່ຈະໄປປະຕິບັດໜ້າທີ່ທີ່ສໍາຄັນ ເຊິ່ງເປັນປ້ອມດ່ານໜ້າໃຫ້ແກ່ ການຈັດຕັ້ງ ປະຕິບັດແນວທາງ ການຕ່າງປະເທດຂອງພັກ-ລັດ, ພ້ອມທັງໃຫ້ທິດຊີ້ນໍາຕໍ່ການພົວພັນ ກັບບັນດາປະເທດເພື່ອນມິດດັ່ງກ່າວ, ໃນແຕ່ລະຂົງເຂດວຽກງານ ເພື່ອຍົກລະດັບ ການຮ່ວມມືທັງ ດ້ານພັກ ແລະ ດ້ານລັດ ໃຫ້ກ້າວສູ່ມິຕິໃໝ່. ນອກນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານການທູດປະຊາຊົນ ເພື່ອໃຫ້ບັນດາທ່ານທູດ ຊ່ວຍຊຸກຍູ້ວຽກງານດັ່ງກ່າວ ໃຫ້ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ ແລະ ອວຍພອນໃຫ້ບັນດາທ່ານທູດ ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນໜ້າທີ່ ທີ່ໄດ້ຮັບມອບໝາຍ.

ໃນໂອກາດນີ້, ບັນດາທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນເຫລືອ ພັນດານຸວົງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາທິດຊີ້ນຳດັ່ງກ່າວ, ໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ແລະ ຈະພະຍາຍາມຢ່າງສຸດຄວາມສາມາດ ໃນການປະຕິບັດໜ້າທີ່ການທູດ ຂອງຕົນໃຫ້ໄດ້ຮັບຜົນສໍາເລັດສູງສຸດ ເພື່ອປົກປັກຮັກສາຜົນ ປະໂຫຍດ ຂອງປະເທດ ກໍຄື ເພື່ອຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ຄຕພ

KPL