ສ.ອາເມລິກາ ບັນລຸຂໍ້ຕົກລົງການຄ້າກັບອັງກິດ ເປັນປະເທດທຳອິດຫລັງປັບຂຶ້ນພາສີຮອບໃໝ່


ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ 9ພຶດສະພານີ້,ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ຖະແຫລງ ກ່ຽວກັບ ຂໍ້ຕົກລົງ ການຄ້າ ລະດັບ ທະວິ ພາຄີກັບ ອັງກິດ ຊຶ່ງເປັນປະເທດທຳອິດ ທີ່ລັດຖະບານ ສະຫະລັດ ອາເມລິກາ ບັນລຸ ຂໍ້ຕົກລົງ ການຄ້າ ນັບແຕ່ເດີນໜ້າ ມາດຕະການພາສີ ພື້ນຖານ ຮອບໃໝ່ 10% ແລະ ພາສີເຫລັກ ແລະ ອາລູມີນຽມ 25% ຕະຫລອດຈົນ ພາສີ ຍານພາຫະນະ ແລະ ພາສີ ອາໄຫລ່ລົດ 25% ກັບຄູ່ການຄ້າ ທົ່ວໂລກ ຕັ້ງແຕ່ ເດືອນມີນາ ຫາເດືອນເມສາ ທີ່ຜ່ານມາ.ຂໍ້ຕົກລົງຄັ້ງນີ້ ອັງກິດ ຈະປັບຫລຸດ ພາສີ ຍານພາຫະນະ, ພາສີ ອາໄຫລ່ລົດ ຂອງອັງກິດ ເຫລືອ 10% ພາຍໃນໂຄຕ້າ 100.000ຄັນ ແຕ່ຖ້າຫາກ ມີການຂົນສົ່ງອອກ ຫລາຍກວ່ານັ້ນ ຈະມີການເກັບພາສີ ຍານພາຫະນະ ແລະ ພາສີ ອາໄຫລ່ລົດ ສ່ວນເກີນ ໃນອັດຕາ 27,5%. ຂະນະດຽວກັນ ສ.ອາເມລິກາ ຈະຍົກເລີກ ການເກັບພາສີ ແລະອາລູມີນຽມ 25% ກັບສິນຄ້າ ຂອງອັງກິດ ແຕ່ຢ່າງໃດກໍ່ຕາມ ຍັງບໍ່ມີການບັນລຸ ຂໍ້ຕົກລົງ ລະຫວ່າງ ສອງປະເທດ ກ່ຽວກັບພາສີ ຜະລິດຕະພັນຢາ ແລະ ຍັງບໍ່ມີຄວາມແນນອນວ່າ ອັງກິດ ຈະຫລຸດ ພາສີ ຍານພາຫະນະ ແລະ ພາສີ ອາໄຫລ່ ຊຶ່ງຮຽກເກັບ ເພີ່ມຕື່ມຈາກ ສ.ອາເມລິກາ ໃນອັດຕາ 10% ເພື່ອຕອບໂຕ້ ມາດຕະການຂອງ ສ.ອາເມລິກາ. ສ່ວນອັງກິດ ຈະເພີ່ມການນຳເຂົ້າ ສິນຄ້າ ກະສິກຳ ຈາກ ສ.ອາເມລິກາ ທີ່ໄດ້ມາດຕະຖານ ຕາມກົດໝາຍ ຂອງອັງກິດ ທ່າມກາງ ຄວາມກັງວົນ ກ່ຽວກັບ ຊີ້ນປົນເປື້ອນ ສານເລັ່ງຊີ້ນແດງ ແລະ ໄກ່ ທີ່ມີ ສານຄໍລຣິນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ