ສາຍການບິນໄຕ້ຫວັນ ສັ່ງເຮືອບິນໂບອີ້ງ 14 ລຳຈາກ ສ.ອາເມລິກາ
Email
Print
83

KPL - Asean 2024
ສາຍການບິນໄຊນາ ແອລາຍຂອງ ໄຕ້ຫວັນ(ສປ ຈີນ)ສັ່ງຊື້ ເຮືອບິນ 14 ລຳຈາກ ໂບອີ້ງ ຍັກໃຫຍ່ ດ້ານການບິນຈາກ ສ.ອາເມລິກາ ແລະ ມີການສັ່ງຊື້ເຮືອບິນ ເພີ່ມອີກ 9ລຳ.
ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ9 ພຶດສະພານີ້, ສາຍການບິນໄຊນາ ແອລາຍຂອງ ໄຕ້ຫວັນ(ສປ ຈີນ)ສັ່ງຊື້ ເຮືອບິນ 14 ລຳຈາກ ໂບອີ້ງ ຍັກໃຫຍ່ ດ້ານການບິນຈາກ ສ.ອາເມລິກາ ແລະ ມີການສັ່ງຊື້ເຮືອບິນ ເພີ່ມອີກ 9ລຳ. ສາຍການບິນຫລັກ ຂອງໄຕ້ຫວັນ ສັ່ງຊື້ເຮືອບິນ ໂດຍສານ 777-9 ຈຳນວນ 10 ລຳ ແລະ ເຮືອບິນ777-8 ຈຳນວນ 4 ລຳ ສຳລັບ ການຂົນສົ່ງສິນຄ້າ.ເຮືອບິນທັງໝົດ ທີ່ສັ່ງຊື້ ເປັນສ່ວນໜຶ່ງ ຂອງເຮືອບິນ ໃນກຸ່ມ “777X”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ