ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

21/04/2025 13:31
Email Print 83
KPL - Asean 2024 ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງ, ສປ ຈີນ ໄດ້ຈັດຂຶ້ນ ໃນວັນທີ 19 ເມສາ 2025 ຜ່ານ​ມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.


ຂປລ. ກອງປະຊຸມໃຫຍ່ ຄັ້ງທີ
III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງ, ສປ ຈີນ ໄດ້ຈັດຂຶ້ນ ໃນວັນທີ 19 ເມສາ 2025 ຜ່ານ​ມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.

ໃນວາລະກອງປະຊຸມ, ຜູ້​ເຂົ້າ​ຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫລວດການນໍາພາ ຂອງຄະນະພັກຊຸດເກົ່າ ທີ່ສະເໜີ ໂດຍ ສະຫາຍ ຈິນດາວົງ ໄຊຍະສິນ ຮອງເລຂາໜ່ວຍພັກ, ທີ່ປຶກສາສຶກສາ ແລະ ວັດທະນະທໍາ ທີ່ໄດ້ຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງຕີລາຄາສະພາບການ ທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ. ໃນຊຸມປີຜ່ານມາ, ເຖິງວ່າສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສັບ ສົນ ແລະ ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນກະທົບທົ່ວໂລກ, ໃນນີ້ ລວມທັງ ສປປ ລາວ. ໜ່ວຍພັກສະ ຖານທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ສຸມໃສນໍາພາ-ຊີ້ນໍາສະມາຊິກພັກ ແລະ ພະນັກງານພາຍໃນຖານທູດ ປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ດ້ວຍຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.




ສໍາລັບໃນຕໍ່ໜ້າ (
2025-2030) ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງ, ສປ ຈີນ ຈະສືບຕໍ່ເອົາ ໃຈໃສ່ນໍາພາ-ຊີ້ນໍາທຸກວຽກ ກໍຄື ແຜນການ ແລະ ຄາດໝາຍສູ້ຊົນທີ່ວາງໄວ້ຢ່າງຕັ້ງໜ້າ ເພື່ອສ້າງໜ່ວຍພັກ ໃຫ້ກາຍເປັນໜ່ວຍພັກ ທີ່ມີຄວາມໜັກແໜ້ນ ດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ການນໍາພາເປັນເອກະພາບ, ມີແບບແຜນປະຕິບັດ ວຽກງານ ທີ່ມີປະສິດທິຜົນ, ຍົກສູງດ້ານວິຊາສະ ເພາະ, ເອົາໃຈໃສ່ວຽກງານຂະຫຍາຍ ແລະ ປ້ອງກັນພັກ-ພະນັກງານ ແລະ ນໍາພາ-ຊີ້ນໍາ 3 ອົງການຈັດ ຕັ້ງມະຫາຊົນ ເພື່ອສ້າງພື້ນຖານໃຫ້ແກ່ ການກາຍເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ ແນໃສ່ຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ໃນໄລຍະໃໝ່ຂອງພັກ-ລັດ.




ໃນໂອກາດນີ້
, ສະຫາຍ ສົມພອນ ສີຈະເລີນ ໄດ້ເນັ້ນໜັກບາງຈຸດສໍາຄັນ ໃນການເຄື່ອນໄຫວວຽກງານ ໃນຊຸມປີຕໍ່ໜ້າ, ພ້ອມທັງເນັ້ນໜັກໃຫ້ ສະມາຊິກພັກທຸກສະຫາຍ ສືບຕໍ່ກໍາແໜ້ນ ແນວທາງ ແລະ ນະໂຍບາຍການຕ່າງປະເທດ ຂອງພັກ, ທັດສະນະຕ່າງໆຂອງລັດ, ສືບຕໍ່ເຊີດຊູ້ມານະຈິດປະຕິວັດ, ພັດທະນາຕົນເອງ ແລະ ຍຶດໝັ້ນຄຸນທາດການເມືອງ ໃຫ້ໜັກແໜ້ນ, ຜັນຂະຫຍາຍເນື້ອໃນຈິດໃຈ ເປັນແຜນລະອຽດ ແລະ ແທດເໝາະໃຫ້ເປັນສະເພາະ, ສືບຮັກສາມູນເຊື້ອອັນດີ ແລະ ເຮັດໃຫ້ດີກວ່າເກົ່າທີ່ມີລັກສະນະຕັ້ງໜ້າ, ພ້ອມທັງຖອດຖອນບົດຮຽນ ໃນໄລຍະຜ່ານມາ, ຮັກສາຄວາມສາມັກຄີ, ເຮັດໃຫ້ສໍາເລັດໜ້າທີ່ດີ ດ້ວຍຄຸນນະພາບສູງ ແລະ ອື່ນໆ.

ຂ່າວ-ພາບ: ວິທະຍຸແຫ່ງຊາດ

KPL