ປະຫວັດຄວາມເປັນມາ ຂອງນາງສັງຂານ

01/04/2025 10:25
Email Print 83
KPL - Asean 2024 ອີກບໍ່ພໍເທົ່າໃດມື້, ບຸນປີໃໝ່ລາວ ຫລື ກຸດສົງການໄດ້ໝູນວຽນມາອີກເທື່ອໜຶ່ງ ເຊິ່ງແຕ່ລະປີໄລຍະບຸນປີໃໝ່ລາວ ກໍ່ຈະມີຫລາຍກິດຈະກໍາທີ່ປະຊາຊົນລາວຊາວພຸດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ແລະ ໜຶ່ງໃນກິດຈະກໍາທີ່ຈັດຂຶ້ນທຸກໆປີນັ້ນກໍຄືການແຫ່ນາງສັງ ຂານ ທີ່ສືບທອດກັນມາແຕ່ດົນນານ ເພື່ອເປັນການສືບທອດປະເພນີອັນດີງາມໃຫ້ຢູ່ຄຽງຄູ່ກັບວັດທະນະທໍາລາວຕະຫລອດໄປ.

      *ອີກບໍ່ພໍເທົ່າໃດມື້, ບຸນປີໃໝ່ລາວ ຫລື ກຸດສົງການໄດ້ໝູນວຽນມາອີກເທື່ອໜຶ່ງ ເຊິ່ງແຕ່ລະປີໄລຍະບຸນປີໃໝ່ລາວ ກໍ່ຈະມີຫລາຍກິດຈະກໍາທີ່ປະຊາຊົນລາວຊາວພຸດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ແລະ ໜຶ່ງໃນກິດຈະກໍາທີ່ຈັດຂຶ້ນທຸກໆປີນັ້ນກໍຄືການແຫ່ນາງສັງຂານ ທີ່ສືບທອດກັນມາແຕ່ດົນນານ ເພື່ອເປັນການສືບທອດປະເພນີອັນດີງາມໃຫ້ຢູ່ຄຽງຄູ່ກັບວັດທະນະທໍາລາວຕະຫລອດໄປ. ສະນັ້ນມື້ນີ້, ຄໍລໍາ “ຊີວິດ-ວັດທະນະທໍາ” ໜັງສືພິມປະເທດລາວ ຈຶ່ງນໍາເອົາປະຫວັດຄວາມເປັນມາຂອງການແຫ່ນາງສັງຂານຕາມເລື່ອງເລົ່າມີດັ່ງນີ້: ໃນສະໄໝກ່ອນ ມີພະຍາກະບິນລະພົມ ຜູ້ມີຄວາມເກັ່ງກ້າສາມາດບໍ່ມີຜູ້ໃດມາທຽບໄດ້ເປັນເທບແຫ່ງສະຫວັນວິມານຊັ້ນຟ້າ, ຢູ່ມາວັນໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜ່ຶງໃນໂລກມະນຸດສະຫລາດຫລັກແຫລມ ເປັນນັກປາດ ຈຶ່ງເຊີນເຂ້ົາມາໃນເມືອງສະຫວັນເພື່ອປະລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: ພະຍາກະບິນລະພົມ ຈຶ່ງໄດ້ທ້າສະໝອງລອງປັນຍາກັບທ່ານນັກປາດທີ່ມີຄວາມຮູ້, ຄວາມສາມາດດ້ານໂຫລາສາດ- ດາຣາສາດ,  ຄະຣູສາດ ແລະ ພາສາສາດ ເຊິ່ງມີຊື່ສຽງຮຽງນາມເປັນທີ່ຮູ້ຈັກກັນດີຄື ທ້າວ ທຳມະບານ ກຸມມານ, ເປັນບຸດຊາຍເສດຖີຄົນໜຶ່ງໃນໂລກມະນຸດ ເປັນນັກປາດຜູ້ມີປັນຍາຫລັກແຫລມເໜືອກວ່າ ເພື່ອນມະນຸດສາມາດຮູ້ຮອດພາສາສັດຕ່າງໆ,ໃນນັ້ນລວມທັງພາສານົກທຸກຊະນິດ.


    ເມື່ອມີຄົນມາຖາມປັນຫາໃດ ບໍ່ວ່າຄະຕິໂລກ ຫລື  ຄະຕິທຳ, ສະຫວັນ-ໂລກມະນຸດ, ນະຮົກທຳມະບານກຸມມານ ຄົນນີ້ເຂົາສາມາດແກ້ໄດ້ໝົດທຸກບັນຫາ, ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫລມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາດັງກ້ອງໄປ ຮອດພະຍາກາບິນລະພົມຢູ່ສວງສະຫວັນ ເມື່ອພະຍາກະບິນລະພົມຮັບຮູ້ເລ່ືອງ ດ່ັງກ່າວຈ່ຶງຢາກທົດສອບລອງພູມຄວາມຮູ້ຂອງທຳມະບານກຸມມານ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ທ່າມກາງຝູງໝູ່ນັກປາດມະຫາບັນດິດເສນາອາມາດທັງຫລາຍ. ພະຍາກະບິນລະພົມ ໄດ້ຖາມຄຳຖາມກັບທຳມະບານກຸມມານ 3 ຂໍ້ຄື: ສິຣິ (ຣາສີ) ຂອງຄົນເຮົາຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ (ສິລິ ຫລື ຣາສີ ແມ່ນຈຸດສຳຄັນຂອງຮ່າງກາຍເປັນຄວາມພິເສດຂອງມະນຸດທີ່ຈະຂາດບໍ່ໄດ້ ຫລື ແປວ່າຣາສີປະຈຳຍາມ, ປະຈຳວັນ) ພະຍາກະບິນລະພຣົມບໍ່ທັນໃຫ້ທຳມະບານກຸມມານ ຕອບທັນທີແຕ່ພັດວ່າອີກ 7 ວັນ ຕົນຈະເຫາະລົງມາຟັງຄຳຕອບ ໂດຍໄດ້ວາງເງ່ືອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ທຳມະບານຈະຖືກຕັດຄໍ ແລະ ໃນທາງ ກົງກັນຂ້າມຖ້າຕອບໄດ້ ຕົນເອງກ່ໍຈະຍອມໃຫ້ຕັດຄໍເຊັ່ນດຽວກັນ. 


    ດັ່ງນັ້ນ, ຕາມການຕົກລົງນີ້ ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະຍາກາບິນລະພົມ ກັບ ທ້າວ ທຳມະ ບານກຸມມານ ຈະຕ້ອງມີຜູ້ໜຶ່ງຖືກຕັດຄໍທ່ຽງແທ້. ຫລັງຈາກພະຍາກະບິນລະພົມບິນກັບສະຫວັນໄປແລ້ວ, ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບແຕ່ກໍ່ຊອກບໍ່ເຫັນ ບໍ່ມີຄຳພີເຫລັ້ມໃດເລີຍທີ່ກ່າວເຖິງຄຳວ່າສິຣິຂອງຄົນ ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານ ຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫລັບນອນ ຫລື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫລືອງ ເຫລືອແຕໜັງຫຸ້ມດູກ. ເມື່ອຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນແລ້ວ ທຳມະບານ ກຸມມານ ຈຶ່ງຕັດສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນລະດັບນັກປາດມີຊື່ສຽງດັງກັງວານກ້ອງໂລກຜູ້ໜຶ່ງ ຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍ.

     ຂະນະນັ້ນເປັນຕອນຄ່ຳແລ້ວ ທຳມະບານກຸມມານພາຮ່າງກາຍອັນຈ່ອຍຜອມຍ່າງໂຊຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ລັກໜ້ີເຂົ້າປ່າໃຫຍ່ໄພສານ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງໃນກາງປ່າດົງ ໂດຍຄິດວ່າຄວາມອິດ ເມື່ອຍ ແລະ ຄວາມຫິວທີ່ເພີ່ມຂຶ້ນຊັກໄຊ້ ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ຟ້າໄດ້ເປັນໃຈທຳມະບານກຸມມານ ຢູ່ເທິງຕົ້ນຕານນັ້ນມີແຮ້ງສອງຜົວເມຍອາໄສ ເຮັດຮັງຢູ່ຍອດຕານຕົກຕອນເດິກຄ່ຳສະຫງັດກາງຄືນນັ້ນ ແຮ້ງສອງຜົວເມຍ ໄດ້ລົມກັນກ່ຽວກັບແຜນການຈະໄປກິນອາຫານ ໃນມື້ອື່ນໂດຍເມຍຖາມຜົວວ່າ: ມື້ອື່ນຈະໄປຫາກິນທາງໃດ? ຜົວ: ມ້ືອື່ນພວກເຮົາບໍ່ຕ້ອງບິນໄປຫາກິນ ໄກໃຫ້ເມື່ອຍປີກດອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ ເມຍ: ຊິ ມີຊີ້ນມະນຸດມະນຸດມາແຕ່ທາງໃດ ໃຫ້ພວກເຮົາກິນບໍ? ຫລື ວ່າຕີເອິກ ເສືອເພື່ອໃຫ້ກາກິນຊ້ັນເບາະ? ຜົວ ຕອບວ່າ: ກໍ່ພະຍາກະບິນລະພົມ ເພີ່ນສິເຫາະບິນລົງມາຕັດຄໍທຳມະ ບານກຸມມານ ແລະ ເຮົາຊິໄດ້ກິນ ຊີ້ນມັນຊັ້ນຕົວະ, ເມຍຈຶ່ງຖາມຕໍ່ວ່າ: ສິໄປຕັດຄໍເຂົາເຮັດຫຍັງ? ເຈົ້າເຮັດ ຫຍັງຜິດ? ຜົວຕອບ: ກະຕັດລະບໍ່ ແນວວ່າທຳມະບານກຸມມານຕອບ ບັນຫາເພີ່ນບໍ່ໄດ້,  ເມຍ: ໂອ້.. ເພີ່ນ ຖາມວ່າແນວໃດ? ຍາກແທ້ບໍ່? ຂັ້ນນັກປາດຄື ທຳມະບານກຸມມານ ກໍ່ຍັງຕອບບໍ່ໄດ້? ຜົວ: ມັນຊິຍາກຫຍັງ! ແຕ່ທຳມະບານກຸມມານບ່ໍໄດ້ຮຽນເຖິງກໍ່ເລີຍຕອບບ່ໍໄດ້. ເພ່ີນ ຖາມວ່າ ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ?  ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິຂອງຄົນຢູ່ໃສ? ຜົວ: ເປັນຫຍັງຊິບໍ່ຮູ້ງ່າຍຊິຕາຍ ເມຍ:  ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ, ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວນອນສາເມຍແຮ້ງບໍ່ຍອມ: ບໍ່ໆ ! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າຜົວ: ເວົ້າກະເວົ້າ ຄືວ່າ: ຕອນເຊົ້າສິລິຂອງຄົນຢູ່ໜ້າ ສະນັ້ນຕື່ນເຊົ້າມາເຂົາເຈົ້າມັກພາກັນສ່ວຍໜ້າລ້າງຕາ, ຕອນສວາຍຢູ່ໜ້າເອິກຄົນ ທັງຫລາຍຈ່ຶງມັກເອົານ້ຳລູບໜ້າເອິກ, ຕອນແລງ ສິລິແມ່ນຢູ່ຕີນ ເຂົາເຈ້ົາຈ່ຶງພາກັນລ້າງຕີນໃຫ້ສະອາດກ່ອນຈຶ່ງເຂົ້ານອນ.  

     ດັ່ງໄດ້ກ່າວໃນຕອນຕົ້ນແລ້ວວ່າ ທຳມະບານກຸມມານຮູ້ພາສານົກດັ່ງນັ້ນຄຳສົນທະນາຂອງແຮ້ງ ສອງຜົວເມຍຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປະຕິຫານ, ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປາສາດຕົນ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້, ເຊົ້າມື້ຕໍ່ມາຊຶ່ງເປັນມື້ທີເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານຢ່າງຖືກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພຣົມມີຄວາມປະຫລາດໃຈ ແຕ່ຊິເຮັດແນວໃດໄດ້ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍຈຶ່ງຕົກລົງໃຫ້ຕັດເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້, ແຕ່ຍ້ອນພະຍາກະບິນລະພົມມີລິດເດດເກັ່ງກ້າເໝືອກວ່າເທວະດາ ແລະ ມະນຸດຄົນທັງຫລາຍພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລົງດິນມັນຈະເປັນໄຟໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂ້ຶນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະໝຸດເຫືອດແຫ້ງເກີດໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດໃຫ້ຫລຸດພົ້ນຈາກໄພພິບັດກ່ອນຖືກຕັດຄໍພະຍາກະບິນລະພົມ ຈຶ່ງເອີ້ນເອົາພະທິດາລູກສາວທັງ 7 ນາງ ມາພົບເປັນການດ່ວນ. ລູກສາວທັງ 7 ນາງແມ່ນໂຕ ແທນໃຫ້ 7 ວັນ ໃນວັນໜຶ່ງອາທິດ ຊ່ຶງລູກສາວທັງ 7 ຈະມີພາຫະນະ ປະຈໍາຕົວຂອງແຕ່ລະອົງຄື: ພະ ນາງ ທຸງສະເທວີ ວັນອາທິດ ພາຫະນະຂີ່ຄຸດ,  ພະນາງ ໂຄລະຄະເທວີ ວັນຈັນ ພາຫະນະຂີ່ເສືອໂຄ່ງ, ພະ ນາງ ຮາກສະເທວີ ວັນອັງຄານ ພາຫະນະຂີ່ໝູ, ພະນາງມົນທາ ເທວີ ວັນພຸດ ພາຫະນະຂ່ີມ້າ (ລໍ), ພະນາງ ກີລີນີເທວີ ວັນພະຫັດ ພາຫະນະຂີ່ຊ້າງ , ພະນາງ ກິມີທາ ເທວີ ວັນສຸກ ພາຫະນະຂີ່ຄວາຍ, ພະນາງ ມະໂຫທອນເທວີ ວັນເສົາ ພາຫະນະຂີ່ນົກຍຸງ,  ເມື່ອທັງ 7 ພະນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈຶ່ງສັ່ງຄວາມວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາພາພານທອງຄຳມາຮອງຮັບບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນພູເຂົາໄກລາດ, ເມື່ອເຖິງເດືອນຫ້າລະດູຟ້າລ່ວງ ຫລື  ກຸດສົງການປີໃດ ຖ້າສັງຂານລ່ວງຖືກວັນໃດໃຫ້ ລູກສາວປະຈຳວັນນັ້ນ ຫລື ນາງ ສັງຂານ ຂີ່ສັດພາຫະນະຂອງຕົນ ໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າ ເພື່ອຫົດສົງ, ສ່ວຍລ້າງດ້ວຍນ້ຳອົບນ້ຳຫອມໃຫ້ສະອາດແລ້ວຈຶ່ງເອົາໄປໄວ້ບ່ອນເກົ່າ. ຍ້ອນແນວນັ້ນເອງເມື່ອຮອດຍາມກຸດສົງການປີໃໝ່ ແຕ່ລະປີປະຊາຊົນຊາວພຸດພວກເຮົາຈຶ່ງເອົານ້ຳອົບ, ນ້ຳຫອມ ຫລື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ- ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄຸນສືບຕໍ່ກັນມາຈົນເຖິງປັດຈຸບັນ. ລູກສາວຂອງພະຍາກະບິນລະພົມ 7 ຄົນ, ແມ່ນ 7 ວັນ ໃນອາທິດ, ແຕ່ລະຄົນຈະຂີ່ສັດຂອງຕົນເອງລົງມາແມ່ນລູກສາວຜູ້ທີ່ງາມກວ່າໝູ່, ເກັ່ງກວ່າໝູ່. ສະນັ້ນ, ແຕ່ລະປີຢູ່ເມືອງຫລວງພະບາງ ແລະ ວຽງຈັນລວມເຖິງ ບາງແຂວງໃນທົ່ວປະເທດ ຈິ່ງໄດ້ຈັດພິທີຄັດເລືອກປະກວດນາງສາວຜູ້ງາມ, ຜູ້ດີເພື່ອເປັນຕົວແທນລູກສາວຂອງພະຍາກະບິນລະພົມ ເອີ້ນວ່າ ນາງສັງຂານ.

ໂດຍ: ລູກສາວຫລ້າ

KPL