ອັງກິດ ກຽມພ້ອມໜູນຊ່ວຍ ສສ ຫວຽດນາມ ສ້າງສູນການເງິນສາກົນ

19/03/2025 20:36
Email Print 83
KPL - Asean 2024 ໃນຂອບເຂດ ເຄື່ອນໄຫວຢູ່ ອັງກິດ, ທ່ານ ຫງວຽນ ຮວ່າບິ່ງ, ຮອງນາຍົກ ລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ພົບປະກັບ ທ່ານ ໂທນີ ແບຣ(Tony Blair), ອະດີດ ນາຍົກລັດຖະມົນຕີ ອັງກິດ, ປະທານ ສະຖາບັນ Tony Blair ເພື່ອການປ່ຽນແປງ ທົ່ວໂລກ (TBI).

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ,ໃນຂອບເຂດ ເຄື່ອນໄຫວຢູ່ ອັງກິດ, ທ່ານ ຫງວຽນ ຮວ່າບິ່ງ, ຮອງນາຍົກ ລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ພົບປະກັບ ທ່ານ ໂທນີ ແບຣ(Tony Blair), ອະດີດ ນາຍົກລັດຖະມົນຕີ ອັງກິດ, ປະທານ ສະຖາບັນ Tony Blair ເພື່ອການປ່ຽນແປງ ທົ່ວໂລກ (TBI).ໃນໂອກາດນີ້ ທ່ານ ຫງວຽນ ຮວ່າບິ່ງ ຢັ້ງຢືນວ່າ: ສສ ຫວຽດນາມ ພວມຍູ້ໄວ ການປ່ຽນແປງ ລະບອບລະບຽບການ, ປັບປຸງ ສະພາບແວດລ້ອມ ການລົງທຶນ, ດຶງດູດ ບັນດາ ນັກລົງທຶນ ການເງິນ ແລະ ອົງການ ການເງິນໃຫຍ່, ພິເສດ ແມ່ນໃນບັນດາ ຂົງເຂດ ຫາກໍ່ພົ້ນເດັ່ນຄື ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ; ພ້ອມທັງ ປາດຖະໜາວ່າ ທ່ານ Tony Blair ໃຫ້ການເຊື່ອມຕໍ່ສາກົນ ແລະ ຍົກອອກ ບັນດາຂໍ້ສະເໜີແນະ ຍຸດທະສາດ.ຈາກນັ້ນ ທ່ານ Tony Blair ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ສູນການເງິນ ສາກົນຂອງ ສສ ຫວຽດນາມ ແມ່ນໜຶ່ງ ການຕັດສິນ ທີ່ຖືກຕ້ອງ ແລະ ໄດ້ຕີລາຄາສູງ ການກຳນົດທິດ ພັດທະນາ ສູນການເງິນຂອງ ສສ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL