ສະໜອງທຶນໃຫ້ວຽກງານໂພຊະນາການ ອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ

18/03/2025 17:24
Email Print 83
KPL - Asean 2024 ຂປລ. ຄະນະກໍາມະການໂພຊະນາການແຫ່ງຊາດ ແລະ ຄູ່ຮ່ວມພັດທະນາສາກົນ ເປັນຕົ້ນ ສະຫະພາບເອີລົບ, ທະນາຄານໂລກ, ທະນາຄານພັດທະນາອາຊີ, ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມໂພຊະນາການ, ອົງການສະຫະປະຊາຊາດສໍາລັບເດັກ, ອັງການແຄຣ, ອົງການອາດຣາ, ອົງການອາຫານໂລກ, ກະຊວງກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ ແລະ ຕົວແທນເຄືອ ຂ່າຍພາກເອກະຊົນ ຈັດກອງປະຊຸມແຫ່ງຊາດ ດ້ານໂພຊະນາການຄັ້ງທີ X ໃນວັນທິ 18 ມີນາ 2025 ຢູ່ນະຄອນຫລວງວຽງຈັນ.



ຂປລ. ຄະນະກໍາມະການໂພຊະນາການແຫ່ງຊາດ ແລະ ຄູ່ຮ່ວມພັດທະນາສາກົນ ເປັນຕົ້ນ ສະຫະພາບເອີລົບ
, ທະນາຄານໂລກ, ທະນາຄານພັດທະນາອາຊີ, ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມໂພຊະນາການ, ອົງການສະຫະປະຊາຊາດສໍາລັບເດັກ, ອັງການແຄຣ, ອົງການອາດຣາ, ອົງການອາຫານໂລກ, ກະຊວງກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ ແລະ ຕົວແທນເຄືອ ຂ່າຍພາກເອກະຊົນ ຈັດກອງປະຊຸມແຫ່ງຊາດ ດ້ານໂພຊະນາການຄັ້ງທີ X ໃນວັນທິ 18 ມີນາ 2025 ຢູ່ນະຄອນຫລວງວຽງຈັນ. ພາຍໃຕ້ຫົວຂໍ້ ສະໜອງທຶນໃຫ້ວຽກງານໂພຊະນາການ ໂດຍອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ ພາຍ​ໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ​ເຊິ່ງກອງປະຊຸມໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການລົງທຶນສໍາລັບໂພຊະນາການ ແລະ ການຮ່ວມມື ເພື່ອແກ້ໄຂບັນຫາໂພຊະນາການໃນປະເທດ.




ໂອກາດນີ້
, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນ ແລະ ເນັ້ນໃຫ້ເອົາໃຈໃສ່ບາງວຽກງານທີ່ສຳຄັນ ໃນກອງປະຊຸມດ້ານໂພຊະນາການແຫ່ງຊາດ ຄັ້ງທີ 10 ແລະ ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2024 ເລັງໃສ່ການສະໜອງທຶນ ໃສ່ວຽກງານໂພຊະນາການ ເພື່ອຮີບຮ້ອນໃຫ້ມີ ການຈັດຕັ້ງປະຕິບັດແບບເລັ່ງລັດ ໃນ​ໄລຍະສຸດທ້າຍ ຂອງການປະຕິບັດ ແຜນພັດທະນາ​ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ກໍຄື ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2020-2025 ແນໃສ່ໃຫ້ບັນລຸຄາດໝາຍດ້ານໂພຊະນາການ ໂດຍສະເພາະ ໃຫ້ອັດຕາເດັກຂາດອາຫານປະເພດລວງສູງບໍ່ໄດ້ມາດຕະຖານ ຫລຸດລົງ ເປັນ 1 ໃນ 4 ໃນປີ 2030 ຄື: ສືບຕໍ່ເອົາວຽກໂພຊະນາການ ເຊື່ອມເຂົ້າໃນແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ແລະ ລະບົບລາຍງານຕິດຕາມປະເມີນຜົນຂອງຊາດ;  ໃຫ້ແຕ່ລະຂະແໜງການ ນຳເອົາບັນດາກຸ່ມກິດຈະກຳ ທີ່ນອນຢູ່ໃນແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການເຊື່ອມເຂົ້າໃນ ແຜນພັດທະນາ 5 ປີ ແລະ ຈັດເຂົ້າເປັນແຜນບຸລິມະ ສິດ ປະຈໍາປີ 2025 ແລະ ເຊື່ອມເຂົ້າໃນກອບລະບົບລາຍງານ ຂອງແຕ່ລະຂະແໜງການ ແຕ່ສູນກາງ ຮອດທ້ອງຖິ່ນ; ສູ້ຊົນເພີ່ມທະວີການສະໜອງ ດ້ານງົບປະມານ ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ແລະ ການສັງຮວມລາຍງານດ້ານການເງິນ ທີ່ສະໜອງໃນວຽກໂພຊະນາການ ໃນແຕ່ລະຂະແໜງການ; ເພີ່ມທະວີ ການຮ່ວມມື ປະສານງານກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງ ຄົມ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ  ເພື່ອລະດົມທຶນ ໃນການສະໜັບສະໜູນວຽກງານໂພ ຊະນາການ; ສືບຕໍ່ປັບປຸງຄະນະກຳມະການ ໂພຊະນາການຂັ້ນແຂວງ ແລະ ເມືອງ ຕາມຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບປັບ ເລກທີ 155 ແລະ ປັບປຸງຈຸດປະສານງານແຕ່ລະຂະແໜງການ ເພື່ອໃຫ້ມີຄວາມຄ່ອງໂຕ ແລະ ຟົດຟຶ້ນຢ່າງຕໍ່ເນື່ອງ ພ້ອມທັງໃຫ້ມີການເຄື່ອນ​ໄຫວຢ່າງເປັນປົກກະຕິ; ສ້າງຄວາມເຂັ້ມແຂງໃຫ້ລະບົບການຜະລິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເພື່ອສຸຂະພາບ ແບບຍືນຍົງ, ພ້ອມທັງສ້າງຄວາມເຂັ້ມແຂງ ລະບົບບໍລິການດ້ານໂພຊະນາການ; ເຮັດການເຝົ້າລະວັງ ທາງດ້ານໂພຊະນາການຢ່າງເປັນປົກກະຕິ ໄປຄຽງຄູ່ກັບການຄົ້ນຄວ້າ ແລະ ນຳໃຊ້ບັນດາຂໍ້ມູນຫລັກຖານໃໝ່ເຂົ້າໃນການວາງແຜນແກ້ໄຂບັນຫາໃຫ້ຖຶກຈຸດ ແນໃສ່ເຮັດໃຫ້ການລົງທຶນ ໄດ້ຮັບປະສິດທິຜົນສູງສຸດ; ທຸກພາກສ່ວນ ໃຫ້ການສະໜັບສະໜຸນການສະໜອງ ແລະ ຈັດສັນທຶນໃສ່ໃນການຮີບຮ້ອນ ເລັ່ງລັດຈັດຕັ້ງປະຕິບັດ ວຽກງານໂພຊະນາການ ພ້ອມທັງມີການຕິດຕາມ, ຊຸກຍູ້, ປະເມີນຜົນຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງມີການສະຫລຸບລາຍງານເປັນແຕ່ລະໄລຍະ.




ທ່ານ ອາເລັກຊານເດີ ເຄຣເມີ
ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ​ໄດ້ກ່າວວ່າ: ໂພຊະນາການທີ່ພຽງພໍ ແມ່ນມີຄວາມຈຳເປັນຕໍ່ການຈະເລີນເຕີບໂຕ, ຄວາມສະຫລາດ ແລະ ລະດັບລາຍຮັບໃນອະນາຄົດຂອງເດັກ. ແຕ່ໜ້າເສຍດາຍ, ປະເທດລາວຍັງຜະເຊີນກັບ ອັດຕາການຂາດສານອາຫານ ໃນໄວເດັກທີ່ສູງຫລາຍ ແລະ ກັບມາມີອັດຕາທີ່ສູງກວ່າແຕ່ກ່ອນ. ເພື່ອໃຫ້ສາມາດກັບມາສືບຕໍ່ຫລຸດຜ່ອນ ອັດຕາການຂາດໂພຊະນາການໄດ້ ມັນຈໍາເປັນຕ້ອງມີບຸກຄະລາກອນ ດ້ານສາທາລະນະສຸກ ທີ່ໄດ້ຮັບການຝຶກອົບຮົມຫລາຍຂຶ້ນ, ມີການສະໜອງເງິນສົດໂດຍມີເງື່ອນໄຂ ເພື່ອໃຫ້ເດັກໄດ້ຮັບສານອາຫານ ແລະ ໂພຊະນາການທີ່ພຽງພໍ, ພ້ອມທັງມີການລົງທຶນໃສ່ການສະໜອງນໍ້າສະອາດ. ທະນາຄານໂລກ ແລະ ບັນດາຄູ່ຮ່ວມງານຈະສືບຕໍ່ສະໜັບສະໜູນລັດຖະບານລາວ ໃນການລົງທຶນໃສ່ວຽກງານທີ່ຕິດພັນກັບໂພຊະນາການ ເຊິ່ງຮຽກໃຫ້ໃຫ້ລັດຖະບານຕ້ອງໄດ້ເພີ່ມການຈັດສັນງົບປະມານ ພາກລັດເຂົ້າໃນວຽກງານດັ່ງກ່າວ ຢ່າງຮີບດ່ວນ ເພື່ອຮັດແຄບຊ່ອງຫວ່າງ ໃນການສະໜອງທຶນ.




ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ
, ຜູ້ຕາງໜ້າ ອົງການສະຫະປະຊາດສໍາລັບເດັກ ປະຈໍາ ສປປ ລາວ ​ໄດ້​ກ່າວ​ວ່າ: ຕ້ອງມີຍຸດທະສາດການລົງທຶນ ແລະ ສະໜັບສະໜູນ ດ້ານງົບປະມານທີ່ຍືນຍົງ ຈຶ່ງຈະຮັບປະກັນໄດ້ວ່າ ເດັກນ້ອຍທຸກໆຄົນ ຈະໄດ້ຮັບໂພຊະນາການທີ່ພຽງພໍ ຕາມຄວາມຕ້ອງການຂອງພວກເຂົາ ໂດຍສະເພາະ ແມ່ນໄລຍະ 1.000 ວັນທໍາອິດຂອງຊີວິດ ແລະ ແມ່ເອງກໍຕ້ອງໄດ້ຮັບການສະໜັບສະໜູນ ໃນການຊ່ວຍເບິ່ງແຍງດູແລ ລູກຂອງພວກເຂົາ.

KPL