ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025

18/03/2025 17:12
Email Print 83
KPL - Asean 2024 ຂປລ. ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025 ຕະຫລາດຫລັກຊັບລາວ ປະກອບມີ ສະກຸນເງິນກີບ ຈໍານວນ 2.700 ຕື້ກີບ, ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ, ສະກຸນເງິນບາດ 6.500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ໂດຍມີຕົວແທນຈຳໜ່າຍພັນລະບັດ ປະກອບມີ ບໍລິສັດຫລັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫລັກຊັບລາວ-ຈີນມະຫາຊົນ, ບໍລິສັດຫລັກຊັບ LDB-S.



ຂປລ. ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ
2025 ຕະຫລາດຫລັກຊັບລາວ ປະກອບມີ ສະກຸນເງິນກີບ ຈໍານວນ 2.700 ຕື້ກີບ, ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ, ສະກຸນເງິນບາດ 6.500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ໂດຍມີຕົວແທນຈຳໜ່າຍພັນລະບັດ ປະກອບມີ ບໍລິສັດຫລັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫລັກຊັບລາວ-ຈີນມະຫາຊົນ, ບໍລິສັດຫລັກຊັບ LDB-S. ນອກນີ້, ຍັງມີ 7 ທະນາຄານທຸລະກິດຕົວແທນຈຳໜ່າຍຍ່ອຍຄື: ທະນາຄານການຄ້າຕ່າງປະເທດມະຫາຊົນ, ທະນາຄານສົ່ງເສີມກະສິກຳຈຳກັດ, ທະນາຄານພັດທະນາລາວ ຈໍາກັດ, ທະນາຄານເອັສທີ ຈໍາກັດ, ທະນາຄານພົງສະຫວັນ ຈຳກັດ, ທະນາຄານ ມາຣູຮານ​ເຈແປນລາວ ຈໍາກັດ, ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈຳກັດ.




ທ່ານ ວິເລດ ກິນນາວົງ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້​ໃຫ້​ຮູ້​ໃນ​ໂອກາດ​ຖະ​ແຫລ​ງຂ່າວ ໃນວັນທີ
14 ມີນາ 2025 ຜ່ານ​ມາ​ນີ້ວ່າ: ກະຊວງການເງິນໄດ້ອອກພັນທະບັດ ລັດຖະບານ ຜ່ານຕະຫລາດຫລັກຊັບລາວ ປີນີ້​ເປັນປີທີ 8 ເຊິ່ງເຫັນວ່າການຈໍາໜ່າຍ ພັນທະບັດລັດຖະບານ ຜ່ານຕະຫລາດ ຫລັກຊັບລາວ ແມ່ນໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງບຸກຄົນ ແລະ ນິຕິບຸກຄົນ. ໃນເບື້ອງຕົ້ນການຈໍາໜ່າຍພັນທະບັດ ລັດຖະບານມີພຽງສະກຸນເງິນກີບເທົ່ານັ້ນ, ຕໍ່ມາຈຶ່ງມີການອອກຈໍາໜ່າຍສະກຸນເງິນໂດລາໃນປີ 2020, ສະກຸນເງິນບາດ ໃນປີ 2023 ແລະ ສະກຸນເງິນຢວນ ໃນປີ 2024 ຕາມລໍາດັບ.




ການອອກຈຳໜ່າຍພັນທະບັດດັ່ງກ່າວ
, ເຫັນວ່າທຸກພາກສ່ວນໄດ້ມີການຮ່ວມມື ເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສໍາເລັດ ແລະ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດ ແລະ ຄົບຕາມຈໍານວນຖືກຕ້ອງຕາມເວລາທີ່ກຳນົດໄວ້, ນີ້ແມ່ນຂີດໝາຍສໍາຄັນອັນໜຶ່ງ ທີ່ເຮັດໃຫ້ຜູ້ລົງທຶນ ເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ. ຈາກຜົນງານອັນໂດດເດັ່ນຜ່ານມາ, ກະຊວງການເງິນ ຈຶ່ງເຫັນດີ​ໃຫ້ສືບຕໍ່ໃຫ້ມີການຈໍາໜ່າຍພັນທະບັດລັດຖະບານ ປີ 2025 ຜ່ານຕະຫລາດຫລັກຊັບລາວ.

KPL