ອິນໂດເນເຊຍ ເລັ່ງກຳນົດ 30 ເມືອງ ໃຫ້ນຳໃຊ້ ຂີ້ເຫຍື້ອ ເປັນພະລັງງານ


ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອບໍ່ດົນມານີ້, ລັດຖະບານ ອິນໂດເນເຊຍ ປະກາດເປົ້າໝາຍ ໃຫ້ ບັນດາ ຕົວເມືອງໃຫຍ່ 30 ແຫ່ງ ທົ່ວປະເທດ ໃຫ້ນຳໃຊ້ ຂີ້ເຫຍື້ອ ເປັນພະລັງງານ ໃນປີ 2029.
ທ່ານ ຢູລີ ອອດ ທັນຈຸງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ຊັບພະຍາກອນ ບໍ່ແຮ່ ຂອງ ອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານ ພວມຮ່າງ ຂໍ້ບັງຄັບໃໝ່ ກ່ຽວກັບ ການບໍລິຫານ ຈັດການ ຂີ້ເຫຍື້ອ ໃຫ້ເປັນ ແຫລ່ງພະລັງງານໄຟຟ້າ. ໃນຂະນະດຽວກັນ ຈະຕ້ອງ ນຳໃຊ້ ເຕັກໂນໂລຊີ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ ໂດຍການ ນຳໃຊ້ ຂີ້ເຫຍື້ອ ພລາສຕິກ ຜ່ານຂະບວນການ ໄພໂຣໄລຊິສ (pyrolysis) ຫລື ການລະລາຍ ດ້ວຍຄວາມຮ້ອນ ເພື່ອຜະລິດ ນໍ້າມັນ ເຊື້ອໄຟ ຊິວະພາບ ແລະ ໄຟຟ້າ. ນອກນັ້ນ ອິນໂດເນເຊຍ ຍັງມີ ເປົ້າໝາຍ ຈະນໍາຂີ້ເຫຍື້ອ ໃຫ້ເປັນ ພະລັງງານ ໃນບັນດາ ຕົວເມືອງ ໃຫຍ່ 30 ແຫ່ງ ໂດຍຄາດວ່າ ແຕ່ລະເມືອງ ຈະສາມາດ ຜະລິດໄຟຟ້າ ໄດ້ປະມານ 20 ເມກາວັດ. ໂຄງການລິເລີ່ມນີ້ ເປັນສ່ວນໜຶ່ງ ຂອງ ການເພີ່ມ ຄວາມພະຍາຍາມ ຂອງ ອິນໂດເນເຊຍ ໃນການບັນລຸ ເປົ້າໝາຍ ການບໍລິຫານ ຈັດການ ຂີ້ເຫຍື້ອ ໃຫ້ໄດ້ 100% ໃນປີ 2029. /.