ສປຈີນ ມີພື້ນທີ່ປ່າ-ທົ່ງຫຍ້າປູກ ຈັດເປັນ ອັນດັບ 1 ໃນໂລກ
Email
Print
83

KPL - Asean 2024
ອ້າງຕາມ ຂໍ້ມູນ ຢ່າງເປັນທາງການ ລາຍງານວ່າ: ສປຈີນ ເປັນປະເທດໜຶ່ງ ທີ່ມີ ອານາເຂດປ່າ ແລະ ທົ່ງຫຍ້າ ຫລາຍທີ່ສຸດ ໃນໂລກ ໂດຍປ່າປູກ ຂອງ ສປຈີນ ກວມເອົາເນື້ອທີ່ ທັງໝົດ 92,4 ລ້ານເຮັກຕາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອ້າງຕາມ ຂໍ້ມູນ ຢ່າງເປັນທາງການ ລາຍງານວ່າ: ສປຈີນ ເປັນປະເທດໜຶ່ງ ທີ່ມີ ອານາເຂດປ່າ ແລະ ທົ່ງຫຍ້າ ຫລາຍທີ່ສຸດ ໃນໂລກ ໂດຍປ່າປູກ ຂອງ ສປຈີນ ກວມເອົາເນື້ອທີ່ ທັງໝົດ 92,4 ລ້ານເຮັກຕາ, ສ່ວນທົ່ງຫຍ້າ ຈຳນວນ 263,2 ລ້ານເຮັກຕາ, ຊຶ່ງທັງສອງຕົວເລກນີ້ຈັດເປັນອັນດັບ 1 ຂອງໂລກ. ສປຈີນ ໄດ້ບັນລຸ ຄວາມສຳເລັດ ດ້ານການປົກປ້ອງ ສິ່ງແວດລ້ອມ ແລະ ການອະນຸລັກ ຊັບພະຍາກອນໃນຫລາຍປີ ຜ່ານມາ ດ້ວຍການມີ ພື້ນທີ່ປ່າ ທັງໝົດ 283,7 ລ້ານເຮັກຕາ ແລະ ບັນລຸ ອັດຕາ ການຄວບຄຸມ ຂອງ ປ່າຫລາຍກວ່າ 25% ຂອງ ພື້ນທີ່ ທັງໝົດຂອງປະເທດ./.