ບໍລິສັດຫລາຍແຫ່ງ ໃນ ຍີ່ປຸ່ນ ຈະປັບຂຶ້ນຄ່າຈ້າງ ຫລາຍກວ່າ 5% ໃນຮອບ 34 ປີ


ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ, ບໍລິສັດຫລາຍແຫ່ງ ໃນ ຍີ່ປຸ່ນ ໄດ້ຕົກລົງ ຈະປັບຂຶ້ນ ຄ່າຈ້າງ ຫລາຍກວ່າ 5% ໂດຍສະເລ່ຍ ໃນປີ 2025 , ຊຶ່ງເປັນ ການປັບຂຶ້ນ ຄ່າແຮງງານ ຄັ້ງໃຫຍ່ທີ່ສຸດ ໃນຮອບ 34 ປີ.
ຫລັງຈາກ ການເຈລະຈາ ດ້ານແຮງງານ ປະຈຳປີ ໄດ້ສິ້ນສຸດລົງ ເມື່ອບໍ່ດົນມານີ້, ບໍລິສັດ ຂະໜາດໃຫຍ່ຫລາຍແຫ່ງ ຂອງ ຍີ່ປຸ່ນ ເປີດເຜີຍວ່າ ຈະປະຕິບັດຕາມ ຄຳຮຽກຮ້ອງ ຂອງສະຫະພາບ ແຮງງານ ຢ່າງຕັ້ງໜ້າ.ບໍລິສັດບາງແຫ່ງເຊັ່ນ: ກຸ່ມບໍລິສັດ ເອເລັກໂຕຣນິກ “ຮີຕາຊີ” ຈະປັບຂຶ້ນ ຄ່າແຮງ ຄັ້ງປະຫວັດສາດ, ໃນຂະນະທີ່ ບໍລິສັດບາງແຫ່ງ ຍັງສືບຕໍ່ ບໍ່ມີການປ່ຽນແປງໃດໆ ເກີດຂຶ້ນ. ການປັບຂຶ້ນ ຄ່າຈ້າງຄັ້ງໃຫຍ່ ເປັນສິ່ງຈຳເປັນ ໃນການຮັບມືກັບ ຄ່າຄອງຊີບ ທີ່ເພີ່ມສູງຂຶ້ນ ຢ່າງວ່ອງໄວ ເນື່ອງຈາກ ອັດຕາ ເງິນເຟີ້ ໂດຍບໍລິສັດ ຫລາຍແຫ່ງ ໄດ້ຮັບແຮງຊຸກຍູ້ ຈາກຜົນກຳໄລ ຢ່າງຫລວງຫລາຍ. ຍ້ອນວ່າ ມູນຄ່າເງິນເຢນ ອ່ອນຄ່າລົງ ເຮັດໃຫ້ ຍັງມີຄວາມຕ້ອງການ ຈຳນວນ ພະນັກງານໄວ້ ທ່າມກາງ ບັນຫາ ການຂາດແຄນແຮງງານ. /