ອິນໂດເນເຊຍ ກຳນົດເປົ້າໝາຍກຳຈັດຄວາມທຸກຍາກ ໃນປີ 2026

18/03/2025 15:17
Email Print 83
KPL - Asean 2024 ທ່ານ ອັບດຸລ ມູໄຮມິນ ອິສກັນດາ ລັດຖະມົນຕີ ກະຊວງປະສານງານເສີມສ້າງ ພະລັງເຂດຊຸມຊົນຂອງ ອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານ ອິນໂດເນເຊຍ ໄດ້ ກຳນົດ ເປົ້າໝາຍ ກຳຈັດ ຄວາມທຸກຍາກ ຂັ້ນຮຸນແຮງ ໃຫ້ໝົດໄປ ຈາກປະເທດ ໃນປີ 2026

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອບໍ່ດົນມານີ້, ທ່ານ ອັບດຸລ ມູໄຮມິນ ອິສກັນດາ ລັດຖະມົນຕີ ກະຊວງປະສານງານເສີມສ້າງ ພະລັງເຂດຊຸມຊົນຂອງ ອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານ ອິນໂດເນເຊຍ  ໄດ້ ກຳນົດ ເປົ້າໝາຍ ກຳຈັດ ຄວາມທຸກຍາກ ຂັ້ນຮຸນແຮງ ໃຫ້ໝົດໄປ ຈາກປະເທດ ໃນປີ 2026 , ໂດຍມີ ການປະຊຸມ ຮ່ວມກັບ ລັດຖະມົນຕີ ແລະ ໜ່ວຍງານຕ່າງໆ ຢ່າງຕໍ່ເນື່ອງ ເພື່ອປຶກສາຫາລື ແນວທາງ ເພື່ອຫລຸດຜ່ອນ ຄວາມທຸກຍາກ ຂັ້ນຮຸນແຮງ ຕາມຄຳສັ່ງຂອງ ທ່ານ ປຮາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ.

ປັດຈຸບັນ ປະຊາກອນ ປະມານ 24,8 ລ້ານຄົນ ໃນອິນໂດເນເຊຍ ຫລື ກວມເອົາ 8,7% ຈັດເປັນ ຜູ້ທີ່ມີຖານະທຸກຍາກ. ສະນັ້ນ ລັດຖະບານ ອິນໂດເນເຊຍ ຈຶ່ງໄດ້ ຕັ້ງເປົ້າໝາຍ ຫລຸດອັດຕາ ຄວາມທຸກຍາກ ໃຫ້ເຫລືອ 4,5% ໃນປີ 2029 ຊຶ່ງເປັນ ໜຶ່ງໃນແຜນ ຍຸດທະສາດ ສຳຄັນ ຄື: ຄວາມຊັດເຈນ ໃນການ ກຳນົດ ຜູ້ໄດ້ຮັບ ຜົນປະໂຫຍດ ຈາກ ໂຄງການລັດ ຖະບານ ເຊັ່ນ: ການຊ່ວຍເຫລືອ ທາງສັງຄົມ ແລະ ເງິນອຸດໜູນ ດ້ານທີ່ພັກອາໄສ./.

KPL