ເປີດວາງສະແດງຜະລິດຕະພັນຫັດຖະກຳ ສະເໜ່ສິ້ນຕາມຸກ

17/03/2025 12:24
Email Print 83
KPL - Asean 2024 ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:“ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ​ໂດຍ​ມີ ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະມາຄົມຫັດຖະກຳລາວ, ຕົວແທນຈາກໂຄງອົງ SDC ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ



ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:
ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ​ໂດຍ​ມີ ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະມາຄົມຫັດຖະກຳລາວ, ຕົວແທນຈາກໂຄງອົງ SDC ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ ​ເຊິ່ງງານດັ່ງກ່າວແມ່ນສ່ວນໜຶ່ງ ຂອງໂຄງການ ເພື່ອສົ່ງເສີມການຕ່ຳຫູກລາຍຕາມຸກ ໃຫ້ຢູ່ຄູ່ກັບສັງຄົມລາວຕະຫລອດໄປ.




ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກຳລາວ ​ໄດ້​ກ່າວ​ວ່າ: ງານວາງສະແດງຜະລິດຕະພັນຫັດຖະກຳ ​ໃນ​ຄັ້ງ​ນີ້ ແມ່ນມີຄວາມໝາຍ ແລະ ມີຄຸນຄ່າສູງຕໍ່ການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳ ໂດຍສະເພາະແມ່ນ ໃນຂະແໜງແຜ່ນແພ, ເຂັນຝ້າຍ ແລະ ປູກມອນລ້ຽງມ້ອນ
, ພ້ອມກັນນີ້ຍັງ​ເປັນ​ການແລກປ່ຽນ ບົດຮຽນ, ປະສົບການ ລະຫວ່າງ ຊາວຊ່າງຫັດຖະກຳ ແລະ ຜູ້ປະກອບການທຸລະກິດ.




ສະມາຄົມຫັດຖະກຳລາວ ຖືວ່າ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ເປັນ ເພື່ອນຮ່ວມງານທີ່ໃກ້ຊິດ ເພາະວ່າ ຈຸດປະສົງ ແລະ ກິດຈະກຳ ຂອງສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ແມ່ນເພື່ອຊ່ວຍເຫລືອແມ່ຍິງ ຜູ້ດ້ອຍໂອກາດ
, ຜູ້ພິການ ແລະ ທຸກຍາກໃຫ້ມີອາຊີບ, ມີວຽກຮັດງານທຳ ແລະ ມີລາຍຮັບສາມາດກຸ້ມຕົນເອງ. ພ້ອມກັນນັ້ນ, ສູນດັ່ງກ່າວຍັງປະຕິບັດໜ້າທີ່ ໃນການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳອີກດ້ວຍ.



ສໍາລັບກິດຈະກຳຂອງງານ ປະກອບມີ: ສາທິດການຕໍ່າຜ້າລາຍຕາມຸກ
, ກິດຈະກຳ DIY ຍ້ອມສີຈາກທຳມະຊາດ, ການສະແດງທີ່ຫລາກຫລາຍ ຈາກນ້ອງໆນັກຮຽນ, ມີຕະຫລາດສິນຄ້າຫັດຖະກຳຈາກຊຸມຊົນ, ຮ້ານອາຫານ ແລະ ເຄື່ອງດື່ມຕ່າງໆ. ພິເສດ ສໍາລັບຫ້ອງວາງຜ້າລາຍຕາມຸກ ຍັງສາມາດເຂົ້າຢ້ຽມຊົມ ໄດ້ຈົນຮອດທ້າຍເດືອນເມສາ 2025.

KPL